ຮອງ​ປະ​ທານ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ໄດ້​ເລີມ​ປະຕິ​ບັດ​ໜ້າ​ທີ່​ແລ້ວ

SA Game

ພາບ: ຂ​ປ​ລ.

ສປປ ລາວ ຮອງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ໄດ້ເລີ່ມປະຕິບັດໜ້າທີ່.

ຮອງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ທີ່​ຫາ​ກໍ​ໄດ້​ຮັບ​ເລືອກ​ຕັ້ງໃນເດືອນມິຖຸນາ 2021 ຜ່ານມາ, ​ໃນ​ທີ່​ສຸດ ວັນທີ 22 ກັນຍາ 2021,ສປປ ລາວ ໄດ້ເລີ່ມຕົ້ນປະຕິບັດໜ້າທີ່ຂອງຕົນເປັນຄັ້ງທຳອິດ ໂດຍທ່ານ ອານຸພາບ ວົງໜໍ່ແກ້ວ ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ໄດ້ເຮັດໜ້າທີ່ເປັນປະທານນໍາພາການດຳເນີນກອງປະຊຸມໃນພາກສຸດທ້າຍ ຂອງກອງປະຊຸມລະດັບສູງ ພາຍໃຕ້ສະມັດຊາໃຫຍ່​.

ເພື່ອສະເຫລີມສະຫລອງ ຄົບຮອບ 20 ປີ ແຫ່ງການຮັບຮອງຖະແຫລງການ ແລະ ແຜນປະຕິບັດງານເດີບັນ (Durban Declaration and Programme of Action)ວ່າດ້ວຍການຕ້ານການຈຳແນກເຊື້ອຊາດ, ຜິວພັນ, ການລັງກຽດ ແລະ ການບໍ່ຍອມຮັບໃນຄວາມແຕກຕ່າງ, ພາຍຫລັງການຮັບຮອງເອົາຖະແຫລງການ ທາງການເມືອງຂອງກອງປະຊຸມ ແບບເປັນເອກະສັນ.

SA Game
ພາບ: ຂ​ປ​ລ.

ທ່ານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ໄດ້ສືບຕໍ່ນຳພາກອງປະຊຸມຄົບຄະນະຄັ້ງທີ 6(6th Plenary meeting)ຂອງພາກອະພິປາຍທົ່ວໄປ ເຊິ່ງມີບັນດາຜູ້ນໍາຂັ້ນປະມຸກລັດຂອງ 13 ປະເທດ ຜັດປ່ຽນກັນຂຶ້ນກ່າວບົດປາໄສໃນຫ້ອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ແລະ ໂດຍຜ່ານທາງໄກ.

ບັນດາຜູ້ນໍາ ໄດ້ສະແດງທັດສະນະຂອງຕົນ ຕໍ່ກັບສະພາບການທີ່ພົ້ນເດັ່ນ ຢູ່ຫລາຍພາກພື້ນ ແລະ ສາກົນ ເປັນຕົ້ນ ມາດຕະການເພື່ອຮັບມືກັບການລະບາດຂອງໂຄວິດ-19 ແລະ ແກ້ໄຂຜົນກະທົບໄລຍະສັ້ນ ແລະ ໄລຍະຍາວ,ການກຽມພ້ອມຮັບມືກັບການປ່ຽນແປງດິນຟ້າອາກາດ, ບັນຫາຄວາມບໍ່ສະຫງົບ ແລະ ການຕ້ານກໍ່ການຮ້າຍ, ການສົ່ງເສີມຂອບການຮ່ວມມືຫລາຍຝ່າຍ ລວມເຖິງການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ພາຍໃນປີ 2030.

ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ຈະປະຕິບັດໜ້າທີ່ເລີ່ມຈາກ ເດືອນກັນຍາ 2021 ຫາ ເດືອນກັນຍາ 2022, ພາຍໃຕ້ຫົວຂໍ້ “ການຟື້ນຟູຈາກສະພາບວິກິດການອັນເກີດຈາກພະຍາດ ໂຄວິດ-19, ການສົ່ງເສີມການພັດທະນາແບບຍືນຍົງ, ເຄົາລົບສິດທິຂອງປະຊາຊົນ ແລະ ປັບປຸງລະບົບການເຮັດວຽກຂອງອົງການ ສປຊ ໃຫ້ສອດຄ່ອງກັບສະພາບການໃນໄລຍະໃໝ່”.

ການເຮັດໜ້າທີ່ເປັນຮອງປະທານສະມັດຊາໃຫຍ່ ສປຊ ຂອງ ສປປ ລາວ, ແມ່ນການປະກອບສ່ວນປະຕິບັດພັນທະສາກົນ ໃນຖານະເປັນປະເທດສະມາ ຊິກ ອົງການ ສປຊ, ໃນໄລຍະນີ້ ແມ່ນມີຄວາມໝາຍສໍາຄັນຍິ່ງ ໃນທ່າມກາງທີ່ສະພາບແວດລ້ອມພາກພື້ນ ແລະ ສາກົນມີການຜັນແປຢ່າງໄວວາ ເຊິ່ງຄາດຄະເນໄດ້ຍາກ ໂດຍສະເພາະວິກິດການອັນເກີດຈາກພະຍາດໂຄວິດ-19 ແລະ ການປ່ຽນແປງຂອງສະພາບແວດລ້ອມ, ຂໍ້ຂັດແຍ່ງທີ່ຍັງເກີດຂຶ້ນຢູ່ບາງພາກພື້ນໃນໂລກ, ວິກິດການດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ທີ່ຍັງສືບຕໍ່ເປັນໄພຂົ່ມຂູ່ ຕໍ່ປະຊາຄົມໂລກ.

SA Game
ພາບ: ຂ​ປ​ລ.

ການປະຕິບັດໜ້າທີ່ສາກົນດັ່ງກ່າວ, ຮຽກຮ້ອງໃຫ້ ສປປ ລາວ ຕ້ອງເພີ່ມທະວີຄວາມເອົາໃຈໃສ່ຂຶ້ນກວ່າເກົ່າ, ພ້ອມທັງຮັບປະກັນການປະຕິບັດໜ້າທີ່ແບບເປັນກາງ, ມີຄວາມໂປ່ງໄສ ແລະ ອີງຕາມກົດລະບຽບການດໍາເນີນຂອງ ສະມັດຊາໃຫຍ່ ສປຊ, ລວມທັງການປຶກສາຫາລືຮ່ວມກັບ ປະເທດສະມາຊິກ ສປຊ ແບບເປີດກ້ວາງ ກ່ຽວກັບບັນຫາສໍາຄັນຕ່າງໆ ທີ່ບໍ່ສາມາດຄາດຄະເນລ່ວງໜ້າໄດ້, ເຊິ່ງບັນຫາສໍາຄັນຂອງໂລກດັ່ງກ່າວທັງໝົດ ໄດ້ຖືກກໍານົດເຂົ້າໃນແຜນການເຮັດວຽກຂອງສະມັດຊາໃຫຍ່ ສປຊ ສະໄໝທີ 76 ນີ້, ການເຮັດໜ້າທີ່ດັ່ງກ່າວ ນອກຈາກເປັນການປະຕິບັດພັນທະສາກົນແລ້ວ ຍັງເປັນການສືບຕໍ່ຍົກສູງບົດບາດ ຂອງ ສປປ ລາວ ໃນເວທີສາກົນ ໂດຍສະເພາະໃນເວທີ ສປຊ ໃຫ້ພົ້ນເດັ່ນຍິ່ງຂຶ້ນ, ເຊິ່ງ ສປປ ລາວ ເຮົາຈະເຮັດໜ້າທີ່ເປັນປະທານບັນດາກອງປະຊຸມສາກົນຕ່າງໆ ໃນຂອບສະມັດຊາໃຫຍ່ ສປຊ, ກອງປະຊຸມລະດັບສູງຕ່າງໆ.

ຜ່ານມາ ສປປ ລາວ ເຄີຍໄດ້ຮັບເລືອກຕັ້ງ ໃຫ້ເປັນຮອງປະທານສະມັດຊາໃຫຍ່ ສປຊ ແລ້ວ 1 ຄັ້ງຄື: ໃນໄລຍະກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 50 ໃນປີ 1995.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: TARGET Magazine.