ຮອງນາຍົກເນັ້ນໜັກຂອດປະສານງານເພື່ອອໍານວຍຄວາມສະດວກທາງການຄ້າ

SA Game

ພາບ​: laoedaily.com.la

ເຈົ້າໜ້າທີ່​ຕ້ອງ​ໃຫ້​​ເອົາ​ໃຈ​ໃສ່​ໃນ​ການປະສານງານ ເພື່ອ​ໃຫ້​ຄວາມ​ສະ​ດວກ​ທາງ​ດ້ານ​ການ​ຄ້າ.

ຈາ​ກ​ການ​ທີ່ ສ​ປ​ປ ລາວ​ ເຮົາຍັງ​ພົບ​ຫລາຍ​ບັນ​ຫາ​ໃນ​ການ​ຄ້າ​ຂາຍ ຫລື ການ​ລົງ​ທືນ​ໃນ ສ​ປ​ປ ລາວ ແລະ ສປປ ລາວ ຈັດຢູ່ອັນດັບທີ 154 ໃນ 190 ປະເທດດ້ານສະດວກທາງການຄ້າ, ສ່ວນໃນອາຊຽນເປັນອັນດັບທີ 9 ເຊິງວ່າ​ຖ້າ​ທຽບ​ໃສ່​ປະ​ເທດ​ອື່ນໆ​ກໍ​ຖື​ວ່າ​ຕ້ອງ​ໄດ້​ປັບ​ປຸງ.

ສະ​ນັ້ນ, ເປັນ​ໂອ​ການ​ອັນ​ດີ ເພື່ອເຮັດໃຫ້ການອໍານວຍຄວາມສະດວກທາງການຄ້າໃຫ້ຖືກຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ຮອງນາຍົກໄດ້ເນັ້ນໃຫ້ເຈົ້າໜ້າທີ່ກ່ຽວຂ້ອງເອົາໃຈໃສ່ປະຕິບັດວຽກງານຢ່າງກົມກຽວ,ມີການຕິດຕາມກວດກາ ແລະ ສະຫຼຸບລາຍງານວຽກແຕ່ລະໄລຍະໃຫ້ເປັນລະບົບ ເພື່ອຮັບປະກັນວຽກ.

SA Game
ພາບ​: laoedaily.com.la

ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ຈັດກອງປະຊຸມຄະນະກໍາມະການອໍານວຍ ຄວາມສະດວກທາງການຄ້າທົ່ວປະເທດ ຄັ້ງທີ 3 ໂດຍຜ່ານລະບົບທາງໄກ ຂຶ້ນໃນວັນທີ 17 ທັນວາ 2020 ທີ່ກະຊວງ ອຄ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫົວໜ້າຄະນະກໍາມະການຊີ້ນໍາ ລວມອໍານວຍຄວາມສະດວກທາງການຄ້າຂັ້ນສູນກາງ ( ຄອຄສ )

ໂດຍ​ມີ ທ່ານ ນາງເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຄ, ຮອງ ຄອຄສ; ມີບັນດາຮອງລັດຖະມົນຕີ ເຈົ້າໜ້າທີ່ກ່ຽວຂ້ອງຕ່າງໆເຂົ້າຮ່ວມ.

ທ່ານ ນາງ ເຂັມມະນີ ພົນເສນາ ກ່າວວ່າ: ກອງປະຊຸມຄັ້ງນີ້ແມ່ນລາຍງານກ່ຽວກັບໝາກຜົນການຈັດຕັ້ງປະຕິບັດອໍານວຍ ຄວາມສະດວກທາງການຄ້າຂອງ ສປປ ລາວ ພາຍໃຕ້ການຊີ້ນໍາ ແລະ ຈັດຕັ້ງປະຕິບັດ ໂດຍຄະນະກໍາມະການຊີ້ນໍາວຽກງານອໍານວຍຄວາມສະດວກທາງການຄ້າຂັ້ນສູນກາງ ແລະ ຂັ້ນແຂວງ ໃນໄລຍະ 1 ປີຜ່ານມາ.

ກອງປະຊຸມໄດ້ປຶກສາຫາລືຂໍ້ຄົງຄ້າງ ແລະ ຂໍ້ສະເໜີຕ່າງໆໃນ 5 ບັນຫາໃຫຍ່ ຄື:

  1. ການປັບປຸງໜ່ວຍງານປະຈໍາການຢູ່ດ່ານໃຫ້ສອດຄ່ອງກັບດໍາລັດ ເລກທີ 558/ລບ.
  2. ຂໍ້ສະເໜີໃນການປັບປຸງບາງເນື້ອໃນຂອງຄໍາສັ່ງເລກທີ 12/ນຍ ກ່ຽວກັບການຢັ້ງຢືນ – ໜີບກົ່ວ ຕູ້ສິນຄ້າສົ່ງອອກ.
  3. ບັນຫາການອອກເອກະສານເຄື່ອນຍ້າຍສິນຄ້າພາຍໃນປະເທດມີຄວາມຊໍ້າຊ້ອນກັນລະຫວ່າງຂັ້ນແຂວງ ແລະ ຂັ້ນເມືອງ ໂດຍບໍ່ສອດຄ່ອງກັບລະບຽບການ.
  4. ນະໂຍບາຍສົ່ງເສີມການຍົກເວັ້ນອາກອນມູນຄ່າເພີ່ມ ແກ່ໂຄງການລົງທຶນທີ່ຊື້ສິນຄ້າທີ່ສະໜອງໂດຍຜູ້ຜະລິດພາຍໃນປະເທດ ແມ່ນຕິດພັນກັບການປັບປຸງບາງມາດຕາຂອງກົດໝາຍອາກອນມູນຄ່າເພີ່ມ ແລະ ກົດໝາຍວ່າດ້ວຍສົ່ງເສີມການລົງທຶນ.
  5. ການສ້າງນິຕິກໍາເພື່ອຮອງຮັບການຈັດຕັ້ງປະຕິບັດວຽກງານບໍລິຫານຄວາມສ່ຽງຂອງໜ່ວຍງານປະຈໍາດ່ານ ແລະ ບັນຫາປິ່ນອ້ອມອື່ນໆຢູ່ທັງສູນກາງ ແລະ ທ້ອງຖິ່ນ.

ທ່ານກ່າວວ່າ: ໃນໄລຍະ 1 ປີຜ່ານມາ ສປປ ລາວ ປະຕິບັດສໍາເລັດມາດຕະການ ໝວດ A, B ແລະ C ໃນສັນຍາ WTO TFA ໃນຈໍານວນ 18 ມາດຕະການ ຫຼື ບັນລຸໄດ້ 50%ຂອງ 36 ມາດຕະການຍ່ອຍທີ່ບັນດາປະເທດສະມາຊິກອົງການການຄ້າໂລກ WTO TFA ຕ້ອງປະຕິບັດ.

ທ່ານ ສອນໄຊ ສີພັນດອນ ໄດ້ມີຄຳເຫັນຊີ້ນຳວ່າ: ວຽກງານອໍານວຍຄວາມສະດວກທາງການຄ້າເປັນວຽກງານທີ່ສໍາຄັນ ເຊິ່ງຫຼາຍປະເທດລວມທັງ ສປປ ລາວພວກເຮົາໄດ້ພະຍາຍາມປັບປຸງ ແລະ ແກ້ໄຂຂໍ້ຫຍຸ້ງຍາກ ເພື່ອຍົກລະດັບຄວາມອາດສາມາດແຂ່ງຂັນຂອງພາກທຸລະກິດ ກໍຄືການສົ່ງເສີມດຶງດູດການລົງທຶນຈາກຕ່າງປະເທດທີ່ມີຄຸນນະພາບເຂົ້າມາລົງທຶນໃນ ສປປ ລາວ ແລະ ທັງເປັນເຈົ້າການຈັດຕັ້ງປະຕິບັດພັນທະສັນຍາ ແລະ ສົນທິສັນຍາທີ່ ສປປ ລາວ ມີຕໍ່ພາກພື້ນ ແລະ ສາກົນ. ປີ 2019 ສປປ ລາວ ຢູ່ອັນດັບທີ 154 ຈາກ 190 ປະເທດ ແລະ ຈັດຢູ່ອັນດັບ 9 ໃນກຸ່ມປະເທດອາຊຽນ ດີກວ່າປະເທດມຽນມາເທົ່ານັ້ນ ເຫັນວ່າພວກເຮົາຍັງຕ້ອງໃຊ້ ຄວາມພະຍາຍາມຫຼາຍສົມຄວນ ເພື່ອເຮັດໃຫ້ອັນດັບດີຂຶ້ນຕາມລໍາດັບ.

ທ່ານກ່າວຕື່ມວ່າ: ການຈັດຕັ້ງວຽກງານ 1 ປີຜ່ານມາ ໄດ້ສ່ອງແສງໃຫ້ເຫັນເຖິງຜົນງານພົ້ນເດັ່ນຕ່າງໆຂອງວຽກງານອໍານວຍຄວາມສະດວກທາງການຄ້າ ກໍຄືແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ( 2016 – 2020 ) ເປັນຕົ້ນແມ່ນການປັບປຸງລະບຽບການ, ຂັ້ນຕອນ ແລະ ເວລາໃນການອະນຸຍາດ, ການຢັ້ງຢືນນໍາເຂົ້າ – ສົ່ງອອກສິນຄ້າ, ການປັບປຸງຂະບວນການດໍາເນີນການຢູ່ດ່ານດ້ວຍການນໍາໃຊ້ຫຼັກການບໍລິຫານຄວາມສ່ຽງ, ການແກ້ໄຂບັນຫາຂອງພາກທຸລະກິດ ແລະ ອື່ນໆ ລວມທັງການສັງເກດຕີລາຄາ ແລະ ໄດ້ວາງແຜນລະອຽດວຽກໃນຕໍ່ໜ້າ.

ທ່ານຮອງນາຍົກໄດ້ຮຽກຮ້ອງມາຍັງບັນດາສະມາຊິກຂອງ ຄອຄສ ຂັ້ນສູນກາງ ແລະ ຂັ້ນແຂວງ ເປັນເຈົ້າການເຊີດຊູນໍ້າໃຈຮັບຜິດຊອບ ແລະ ປະກອບສ່ວນຢ່າງຕັ້ງໜ້າເພື່ອແລກປ່ຽນຄວາມຄິດເຫັນ, ວາງທິດທາງ ແລະ ແຜນການຕໍ່ໜ້າ ແນໃສ່ຮັບປະກັນການປະສານງານຢ່າງກົມກຽວທັງພາຍໃນ ແລະ ພາຍນອກ, ມີການຕິດຕາມກວດກາ ແລະ ສະຫຼຸບລາຍງານວຽກແຕ່ລະໄລຍະໃຫ້ເປັນລະບົບ ເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານອໍານວຍຄວາມສະດວກທາງການຄ້າ ຢ່າງມີປະສິດທິຜົນສູງສຸດ ແລະ ເຂັ້ມແຂງຂຶ້ນໄປເລື້ອຍໆ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ: laoedaily.com.la