ອະ​ທິ​ບາຍ​ຄວາມ​ໝາຍ​ຂອງຄຳວ່າ ປະເພດ ແລະ ຊະນິດ ແຕກ​ຕ່າງ​ກັນ​ແນວ​ໃດ?

SA Game

DooDiDo

ຄຳວ່າ ປະເພດ ແລະ ຊະນິດ ມີຄວາມໝາຍແຕກຕ່າງກັນຫຼືບໍ່ ?

ຄຳເວົ້າໃນພາສາລາວຍັງມີອີກຫຼາກຫຼາຍຄຳສັບທີ່ຍັງເຮັດໃຫ້ເກີດມີຂໍ້ສົງໃສ ແລະ ຄ້າງຄາໃຈວ່າຄຳບາງອາດເວົ້າໄປຄົນລະແບບ, ຄົນລະຄຳສັບແຕ່ຊ້ຳພັດມີຄວາມໝາຍທີ່ຄືກັນ ຫຼື ຄ້າຍຄືກັນ ຈື່ງອາດພາໃຫ້ເກີດເປັນຈຸດອ່ອນໃນການໃຊ້ຄຳສັບ ຫຼື ການໃຊ້ສື່ສານກັນໃນຊີວິດປະຈຳວັນ ເພາະບາງຄຳສັບ ຫຼື ບາງປະໂຫຍກນັ້ນແມ່ນບໍ່ໄດ້ໃຊ້ຄຳສັບຄຳດຽວກັນ ແຕ່ສາມາດໃຊ້ທົດແທນກັນໄດ້ ເຊັ່ນ : ຄຳວ່າ ປະເພດ ແລະ ຊະນິດ.

ບົດນີ້​ຈື່ງຈະຍົກເອົາ ຄຳວ່າ  ປະເພດ ແລະ ຊະນິດ ມາ​ອະ​ທິ​ບາຍ, ​ສອງ​ຄຳ​ນີ້ຫຼາຍຄົນອາດຄິດວ່າເປັນຄົນລະຄວາມໝາຍ ເພາະທີ່ຈິງແລ້ວຄວາມໝາຍຄວາມໝາຍຂອງສອງຄຳນີ້ມີຄວາມໝາຍທີ່ຄ້າຍຄືກັນ, ຈື່ງເຮັດໃຫ້ເຮົາເກີດມີຄວາມຄິດວ່າຄວນໃຊ້ຄຳໃດຈື່ງຈະຖືກຕ້ອງກັບຫຼັກໄວຍະກອນຂອງລາວເຮົາ ໂດຍສະເພາະແມ່ນຄົນຕ່າງຊາດທີ່ມາທ່ຽວ ຫຼື ອາໃສຢູ່ລາວທີ່ອາດຍັງບໍ່ເຂົ້າໃຈໃນຄຳເວົ້າ ແລະ ຄວາມໝາຍຂອງທັງສອງຄຳນີ້, ດັ່ງນັ້ນມື້ນີ້ເຮົາຈະມາລົງລຶກເຖິງສອງຄຳນີ້ວ່າມັນມີຄວາມໝາຍ ແລະ ການນຳໃຊ້ຄືແນວໃດ.

SA Game
DooDiDo

ຄຳວ່າ ປະເພດ

ເປັນຄຳນາມ : ຄຳວ່າປະເພດ ເປັນຄຳທີ່ມາຈາກເຄົ້າປາລີ ໝາຍເຖິງຄຳທີ່ແບ່ງສ່ວນອອກໄປແບບກ້ວາງໆ ,ສ່ວນຫຼາຍຈະໃຊ້ເຂົ້າໃນການແບ່ງ ຫຼື ໄຈ້ແຍກປະເພດຂອງ ວັດຖຸ, ສິນຄ້າ, ແລະ ອື່ນໆ ລວມໄປເຖິງພາສາລາວທີ່ເຮົານຳໃຊ້ຢູ່ເປັນປະຈຳກໍສາມາດນຳມາໃຊ້ໄດ້ ຫຼື ກັບທຸກໆທີ່ເຮົາຕ້ອງການນຳມາຈຳແນກອອກເປັນສ່ວນໆ ເພາະຄຳວ່າປະເພດເປັນຄຳທີ່ມີຄວາມໝາຍເຖິງ ຊະນິດ, ແນວ, ຢ່າງ, ສ່ວນ ແລະ ຄວາມແຕກຕ່າງໂດຍກົງ.

ຕົວຢ່າງ:

  1. ສິນຄ້າປະເພດຂອງແຫຼວໃຫ້ເອົາອອກຈາກບ່ອນນີ້ເດີ້.
  2. ຄຳເວົ້າໃນພາສາລາວຂອງເຮົາແບ່ງອອກເປັນ 7 ປະເພດຄື:

ຄຳວ່າ ຊະນິດ.

ເປັນຄຳນາມ : ຄຳວ່່າ ຊະນິດນັ້ນກໍມີຄວາມໝາຍເຖິງ ປະເພດ, ຊະນິດ, ຢ່າງ, ແນວ, ສ່ວນ ເຊັ່ນດຽວກັນກັບຄຳວ່າປະເພດ ເພາະສ່ວນຫຼາຍເຮົາກໍ່ຈະນິຍົມໃຊ້ເຂົ້າໃນການຈຳແນກປະເພດ ຫຼື ຊະນິດຂອງ ວັດຖຸ ແລະ ສິນຄ້າ ຫຼື ທຸກສິ່ງຢ່າງທີ່ເຮົາຕ້ອງການມາຈຳແນກອອກເປັນສ່ວນຍ່ອຍນັ້ນເອງ

ຕົວຢ່າງ :

  1. ຢາຕ້ານເຊື້ອຍີ່ຫໍ້ນີ້ມີ 2 ຊະນິດຄື: ຊະນິດທີ່ເປັນນ້ຳ ແລະ ຊະນິດທີ່ເປັນເມັດ.
  2. ເພິ່ນແບ່ງສັດອອກເປັນຫຼາຍປະເພດເຊັ່ນ : ສັດປີກ, ສັດລ້ຽງລູກດ້ວຍນ້ຳນົມ, ສັດເລືອຄານ ແລະ ອື່ນໆ.

ສະຫຼຸບ.

     ຄຳວ່າ ປະເພດ ແລະ ຊະນິດ ນັ້ນຄວາມໝາຍທີ່ຄ້າຍຄືກັນ ແລະ ການນຳໃຊ້ກໍຄ້າຍໆກັນ ແຕ່ຈະແຕກຕ່າງຢູ່ທີ່ຄຳສະກົດນັ້ນບໍ່ຄືກັນ ເຮົາສາມາດເອີ້ນສອງຄຳນີ້ວ່າຄຳຮ່ວມຄວາມໝາຍ ຫຼື ຄຳພ້ອມຄວາມໝາຍ. ເຊິ່ງປະຈຸບັນຄົນເຮົາຈະມັກນຳໃຊ້ ຄຳວ່າປະເພດເປັນຄຳທີ່ແບ່ງສ່ວນອອກໄປແບບກ້້ວາງໆ ສ່ວນຄຳວ່າ ຊະນິດເປັນຄຳທີ່ແບ່ງສ່ວນອອກເປັນສວ່ນຍ່ອຍນັ້ນເອງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo