ສ້າງ​ອາ​ຊີບ! ທຸ​ລະ​ກິດ​ຫັດ​ຖະ​ກຳ​ໄດ້​ສ້າງ​ອາ​ຊີບ​ໃຫ້​ແມ່​ຍິງ​ລາວ​ຫລາຍ​ທ່ານ

SA Game

ຫັດຖະກໍາສ້າງອາຊີບໃຫ້ແມ່ຍິງລາວ ປະດິດຜົນງານຕໍ່າພົມສົ່ງອອກສູ່ສາກົນ.

ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກໍາລາວ ທັງເປັນເຈົ້າຂອງໂຮງງານມະຫັດສະຈັນ ຫັດຖະກໍາຕໍ່າພົມລາວ ຜູ້ມີໃຈມັກຮັກພູມປັນຍາຂອງຄົນລາວກໍຄືຫັດຖະກໍາ ພ້ອມທຸ່ມເວລາ 20 ກວ່າປີ ເພື່ອປົກປັກຮັກສາ ແລະ ພັດທະນາສີໄມ້ລາຍມືຂອງແມ່ຍິງລາວ ໂດຍສະເພາະການຕໍ່າຜ້າພົມ ຈາກຜະລິດສະໜອງຕະຫຼາດພາຍໃນກ້າວໄກຕີຕະຫຼາດສາກົນໄດ້ສໍາເລັດ ພ້ອມສ້າງວຽກເຮັດງານທໍາໃຫ້ເອື້ອຍນ້ອງແມ່ຍິງລາວຫຼາຍຮ້ອຍຊີວິດ.

ເຊິ່ງທ່ານ ນາງ ສຸວິຕາ ປະເສີດ ເຜີຍເຖິງຈຸດເລີ່ມຕົ້ນການກ້າວສູ່ເສັ້ນທາງທຸລະກິດຫັດຖະກໍາຕໍ່າພົມ ຕໍ່ລາຍການຂອງ Business Talk ວ່າ: ເລີ່ມແຕ່ປີ 1989 ລັດຖະບານໄດ້ເປີດປະຕູໃຫ້ສາມາດເຮັດທຸລະກິດສ່ວນຕົວໄດ້ ແລະ ຕົນເອງໄດ້ຫຼິງເຫັນວ່າບ້ານເຮົາມີພຽງໂຮງແຮມ ແຕ່ຍັງບໍ່ມີເຮືອນພັກ ຈຶ່ງເລີ່ມເຮັດທຸລະກິດເຮືອນພັກ ແລະ ຮ້ານອາຫານ ຈົນມາຮອດປີ 1998 ກໍໄດ້ຫັນມາເຮັດທຸລະກິດຫັດຖະກໍາ ທີ່ເລີ່ມຈາກຄວາມມັກຮັກໃນດ້ານນີ້ ແລະ ມີການສະສົມຜ້າແພເກົ່າແກ່ຫຼວງຫຼາຍ ແລະ ສະສົມມາເລື້ອຍໆ.

SA Game
ພາບ: laodaily.com.la

ຈຶ່ງເຫັນໄດ້ວ່າບ້ານເຮົາມີພຽງຜ້າແພເປັນສ່ວນຫຼາຍ ແຕ່ບໍ່ມີຜ້າພົມ ຈຶ່ງຕັດສິນໃຈເລີ່ມຕົ້ນໂດຍການເຮັດຫັດຖະກໍາຕໍ່າພົມ ແຕ່ກໍຖືວ່າເປັນເລື່ອງໃໝ່ສໍາລັບບ້ານເຮົາ ເພາະຜ່ານມາມີແຕ່ການຕໍ່າຜ້າແພ, ຫຼັງຈາກນັ້ນບໍ່ດົນຫັດຖະກໍາຕໍ່າພົມ ກໍໄດ້ກາຍເປັນອາຊີບໃໝ່ ຫຼື ເປັນອີກອາຊີບທາງເລືອກ ໃຫ້ແກ່ຊາວຊ່າງຫັດຖະກໍາລາວ ເພື່ອສ້າງລາຍຮັບ ຫຼື ຫາລາຍໄດ້ເສີມເຂົ້າຄອບຄົວ.

ນອກຈາກການເລີ່ມຕົ້ນທຸລະກິດດ້ວຍໃຈມັກຮັກແລ້ວ ຍັງໄດ້ແຮງສະໜັບສະໜູນຈາກຄອບຄົວຊ່ວຍຍູ້ໜູນເຮັດໃຫ້ມີແຮງບັນດານໃຈໃນການເຮັດ ຈາກທີ່ຄິດໄວ້ວ່າເຮັດເພື່ອຮຽນຮູ້ແຕ່ຫຼັງລົງມືໄປ ກໍມີຜົນຕອບຮັບດີກາຍເປັນບ່ອນສ້າງອາຊີບໃຫ້ເອື້ອຍນ້ອງແມ່ຍິງເຮົາຈາກມີພຽງ 4 – 5 ຄົນ ກໍເພີ່ມຈໍານວນຂຶ້ນເລື້ອຍໆຈົນກາຍເປັນບ່ອນຮຽນຮູ້ ແລະ ມີໂຮງງານດັ່ງທຸກມື້ນີ້.

ທັງນີ້, ຈຸດປະສົງຫຼັກຕັ້ງແຕ່ຕອນເລີ່ມຕົ້ນຈົນຮອດປັດຈຸບັນໃນການເຮັດທຸລະກິດຫັດຖະກໍານີ້ແມ່ນຢາກຊ່ວຍເຫຼືອເອື້ອຍນ້ອງແມ່ຍິງ ໂດຍສະເພາະຄົນດ້ອຍໂອກາດ, ຄົນພິການ, ສະນັ້ນໃນໂຮງງານມະຫັດສະຈັນ ຫັດຖະກໍາຕໍ່າພົມລາວ ແມ່ນມີເອື້ອຍນ້ອງແມ່ຍິງຄົນພິການ ກວມເຖິງ 25%, ທ່ານປະທານສະມາຄົມຫັດຖະກໍາລາວ ກ່າວ.

ເມື່ອເວົ້າເຖິງໂຮງງານມະຫັດສະຈັນ ຫັດຖະກໍາຕໍ່າພົມລາວ ທ່ານ ນາງ ສຸວິຕາ ປະເສີດ ເຜີຍວ່າ: ຄໍາເອີ້ນວ່າໂຮງງານໄດ້ເຮັດໃຫ້ຄົນສ່ວນໜຶ່ງຄິດວ່າຄົງຈະໄດ້ຍິນແຕ່ສຽງຈັກກະທົບກັນເພື່ອຕໍ່າເປັນພົມ ແຕ່ມັນບໍ່ແມ່ນດັ່ງທີ່ຄິດເຊັ່ນນັ້ນເລີຍ ໃນໂຮງງານແຫ່ງນີ້ຈະເຫັນແຕ່ 2 ຝາມືນ້ອຍໆຂອງເອື້ອຍນ້ອງເໜັງຕີງດັ່ງຄຳບູຮານເພິ່ນວ່າ: ພວກເຂົາເຈົ້າ “ ຂວໍ້າມືເປັນລາຍ ຫງາຍມືເປັນດອກ ”, ມັນເປັນໜ້າງຶດງໍ້ອັດສະຈັນແທ້. ສຳລັບກີ່ມະຫັດສະຈັນຕໍ່າພົມລາວ ແມ່ນການປະສົມປະສານລະຫວ່າງເຕັກນິກພື້ນເມືອງລາວ ແລະ ເຕັກນິກພາກກາງຂອງທະວີບອາຊີ ຊາວຕວັກເມນິສະຖານ ( Turkmenisatan ) ມາສ້າງເປັນຜະລິດຕະພັນໃໝ່ ເຊິ່ງໃຊ້ກີ່ ແລະ ເຄືອຫູກຕັ້ງຢືນ, ເນື້ອຂອງພົມຕໍ່າດ້ວຍເສັ້ນໄໝມ້ອນ, ຍ້ອມດ້ວຍສີທໍາມະຊາດ 100% ເພື່ອເຮັດໃຫ້ຜະລິດຕະພັນທີ່ອອກມາມີຄຸນນະພາບສູງຕາມຄວາມໃຝ່ຝັນ ແລະ ມີຫຼາກຫຼາຍ ສົ່ງອອກຕະຫຼາດຕ່າງປະເທດ.

ປັດຈຸບັນໂຮງງານແຫ່ງນີ້ໄດ້ກາຍເປັນແຫຼ່ງຮຽນຮູ້ ແລະ ຕໍ່ຍອດດ້ານວິຊາການໄປບໍ່ຢຸດຢ່ອນ, ໄດ້ຄຽງບ່າຄຽງໄຫຼ່ກັບສະມາຊິກສະມາຄົມຫັດຖະກຳລາວ ເຂົ້າໄປປະກວດແຂ່ງຂັນຢູ່ພາຍໃນ ແລະ ຕ່າງປະເທດ ເຊິ່ງໄດ້ຮັບຫຼາຍໆລາງວັນ, ພິເສດແມ່ນໄດ້ຮັບ 2 ຫຼຽນເງິນ ແລະ 1 ຫຼຽນຄຳ ຈາກສິ່ງປະດິດສ້າງຂອງແມ່ຍິງສາກົນຢູ່ປະເທດສ.ເກົາຫຼີປະດັບກຽດໃຫ້ແກ່ສີມືຊາວຊ່າງ, ໃຫ້ແກ່ຕົນເອງ, ໃຫ້ແກ່ສະມາຄົມ ແລະ ປະເທດຊາດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com.la