ຈະ​ກັບ​ບ້ານ! ແຮງ​ງານ​ຈ່ຳ​ນວນ​ຫລວງ​ຫລາຍ​ລໍ​ກັບ​ບ້ານ​ທີ່​ດ່ານ​ນ້ຳ​ເກີ່ງ

SA Game

ພາບ: laodaily.com.la

ແຮງງານຢູ່ເມືອງຕົ້ນເຜິ້ງ​ຈ່ຳ​ນວນ​ຫລາຍຄົນລໍ​ຖ້າ​ທີ່​ຈຸດກວດເຂົ້າ – ອອກເມືອງຈຸດນໍ້າເກິ່ງ.

ເມືອງ​ຕົ້ນ​ເຜີ້ງ ແຂວງ​ບໍ່​ແກ້ວ ເປັນ​ເມືອງ​ໜຶ່ງ​ທີ່​ກ່ຳ​ລັງ​ມີ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຈ່ຳ​ນວນ​ຫລາຍ, ແລະ ແຂວງ​ບໍ່​ແກ້ວ​ຖື​ວ່າ​ຢູ່​ອັນ​ດັບ​ສອງ​ຂອງ​ການ​ທີ່​ມີ​ຜູ້​ຕິດ​ເຊື້ອ​ສະ​ສົມ​ຫລາຍ​ທີ່​ສຸດ​ຂອງ ສ​ປ​ປ ລາວ. ແລະ ທ່າມ​ກາງ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ຢູ່​ນີ້, ໄດ້​ມີ​ເຫ​ດ​ການ​ທີ່​ເຮັດ​ໃຫ້​ໜ້າ​ຕົກ​ໃຈ​ກໍ​ຄື​ການ​ທີ່​ແຮງ​ງານ​ທີ່​ລໍ​ຖ້າ​ຢູ່​ຈຸດກວດ​ເຂົ້າ​-ອອກ ເມືອງ​ຕົ້ນ​ເຜິ້ງ​ຈ່ຳ​ນວນ​ຫລວງ​ຫລາຍ, ເຮັດ​ໃຫ້​ເປັນ​ຂ່າວ​ອອກ​ມາ​ໃນ​ຫລາຍໆ​ສື່​ສັງ​ຄົມ​ອອນ​ລາຍ.

ຕາມ​ຂໍ້​ມູນ​ຂອງໜັງສືພິມບໍ່ແກ້ວ Bokeo Newspaper ລາຍງານໃນວັນທີ21 ພຶດສະພານີ້ວ່າ: ເນື່ອງຈາກເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຍັງມີການແຜ່ລະບາດ ຂອງພະຍາດ ໂຄວິດ – 19 ເຊິ່ງໄດ້ສົ່ງຜົນຕໍ່ເສດຖະກິດ ຊີວິດການເປັນຢູ່ຂອງປະຊາຊົນພາຍໃນເມືອງ ລວມທັງຄົນຕ່າງເມືອງ, ຕ່າງແຂວງ ແລະ ຕ່າງປະເທດທີ່ເຂົ້າມາ ດຳເນີນທຸລະກິດ ປະກອບອາຊີບ ທຳມາຫາກິນຢູ່ພາຍໃນເມືອງ ຕົ້ນເຜິ້ງ ໂດຍສະເພາະແມ່ນຊາວຜູ້ແຮງງານທີ່ມາຈາກຕ່າງເມືອງ, ຕ່າງແຂວງ ມາອອກແຮງງານຢູ່ບັນດາ, ໂຮງງານ ແລະ ບໍລິສັດສວນໝາກຖົ່ວເຫຼືອງ ຂອງຄົນຕ່າງປະເທດ.

SA Game
ພາບ: laodaily.com.la

ຍ້ອນສະພາບການດັ່ງກ່າວ ພາຍຫຼັງຜູ້ອອກແຮງງານທີ່ຕົກຄ້າງຢູ່ບັນດາບໍລິສັດພາຍໃນເມືຶອງສ່ວນໃຫຍ່ ໄດ້ຮັບເງິນຄ່າຈ້າງອອກແຮງງານນໍາບັນດາເຈົ້າຂອງບໍລິສັດແລ້ວ ຈຶ່ງໄດ້ພາກັນຫຼັ່ງໄຫຼກັບທ້ອງຖິ່ນລຳເນົາຂອງຕົນເອງ.

ໂດຍສະເພາະ ແມ່ນໃນລະຫວ່າງ ວັນທີ 20-21 ພຶດສະພາ 2021 ນີ້ ໄດ້ມີຜູ້ອອກແຮງງານຈໍານວນຫຼາຍພັນຄົນຫຼັ່ງໄຫຼກັນເຂົ້າມາລໍຖ້າຢູ່ບໍລິເວນປ້ອມຕຳຫຼວດກວດກາຄົນເຂົ້າ – ອອກເມືອງຈຸດນໍ້າເກິ່ງ ເພຶ່ອລໍຖ້າການປະສານງານ ລະຫວ່າງ ອົງການປົກຄອງເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງຂອງເມືອງຕົນກັບອົງການປົກຄອງເມືອງ ຕົ້ນເຜິ້ງ ເພື່ອປະກອບເອກການສານຮັບຮອງເອົາແຮງງານທີ່ຕົກຄ້າງກັບທ້ອງຖິ່ນໃຜລາວ ຈຶ່ງເຮັດໃຫ້ບັນຍາກາດຢູ່ເຂດດັ່ງກ່າວມີຄວາມແອອັດໄປດ້ວຍຜູ້ຄົນທີ່ລໍຖ້າກັບທ້ອງຖິ່ນ.

SA Game
ພາບ: laodaily.com.la

ຍ້ອນບັນຍາກາດດັ່ງກ່າວ ດ້ວຍຄວາມເປັນຫ່ວງເປັນໄຍ ຈຶ່ງຂໍໃຫ້ພີ່ນ້ອງຊາວຜູ້ອອກແຮງງານທີ່ຈະມາລໍຖ້າກັບຄືນທ້ອງຖິ່ນຂອງຕົນ ປະຕິບັດມາດຕະການປ້ອງກັນການແຜ່ລະບາດ ຂອງພະຍາດ ໂຄວິດ – 19 ດ້ວຍການຮັກສາໄລຍະຫ່າງເທົ່າທີ່ຈະເຮັດໄດ້, ໃສ່ຜ້າອັດປາກ – ດັງ ເພື່ອຄວາມປອດໄພຈາກພະຍາດ ໂຄວິດ – 19 ແລະ ຂໍໃຫ້ພີ່ນ້ອງຊາວຜູ້ອອກແຮງງານທຸກຄົນເດີນທາງກັບທ້ອງຖິ່ນຂອງຕົນດ້ວຍຄວາມປອດໄພ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com.la