ສ້າງ​ຂົວ​ນ້ຳ​ງື່ມ​ເຂດບ້ານພຽງຫຼວງປ່ຽນ​ແທນ​ຂົວ​ເກົ່າ​​ຄືບ​ໜ້າ​ໄປ​ກວ່າ70%

SA Game

ພາບ​: laoedaily.com.

ຄວາມ​ຄືບ​ໜ້າ​ໃນການ​ສ້າງຂົວນ້ຳງື່ມປ່ຽນ​ຂົວ​ເກົ່າ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ສ້າງ​ເຂື່ອນ.

​ໂຄງ​ການ​ກໍ່​ສ້າງ​ເຂື່ອນໄຟ​ຟ້​ນ້ຳ​ງືມ4 ໄດ້​ເຮັດ​ໃຫ້ຂົວເກົ່າໄດ້ຮັບຜົນກະທົບຈາກກາ​ນ​ສ້າງເຂື່ອນ, ຈຶ່ງຈຳເປັນຕ້ອງສ້າງຂົວໃໝ່ເພື່ອປ່ຽນແທນ.ໃນວັນທີ 24 ມີນາ 2021 ທ່ານ ໜໍບີຫາ ຕົ່ງປາວ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດ ພ້ອມດ້ວຍຄະນະ ໄດ້ລົງກວດກາຕິດຕາມການກໍ່ສ້າງໂຄງການຂົວຂ້າມນ້ຳງື່ມ ຕາມເສັ້ນທາງເລກ 7 ເຂດບ້ານພຽງຫຼວງ ເມືອງພູກູດ ແຂວງຊຽງຂວາງ.

ຂົວດັ່ງ​ກ່​າວມີຄວາມຍາວທັງໝົດ 124,85 ແມັດ, ເຊິງ​ໄດ້​ສ້າງ​ມາ​ຕັ້ງ​ແຕ່​ປີ 2019, ຕາມ​ເປົ້າ​ໝາຍ​ແລ້ວ​ຈະ​ຕ້ອງ​ສຳ​ເລັດ​ໃນ​ປີ 2021 ນີ້, ຂົວ​ດັ່ງ​ກ່າວເປັນຂົວເບຕົງເສີມເຫຼັກ, ຂົວແບ່ງອອກເປັນ 4 ໄລຍະ ຄື:

ໄລຍະທີ 1 ຍາວ 25,60 ແມັດ ແລະ ອີກ 3 ໄລຍະຍາວ 33 ແມັດ ມີຄວາມກວ້າງ 11,50 ແມັດ, ໜ້າຂົວລວມຂອບທາງກວ້າງ 10,90 ແມັດ ມີສອງ ຊ່ອງລົດແລ່ນກວ້າງ 8 ແມັດ ມີທາງຄົນຍ່າງ 2 ເບື້ອງ ກວ້າງເບື້ອງລະ 1,25 ແມັດ; ທາງເຂົ້າສົ້ນຂົວທັງສອງເບື້ອງຍາວ 1.042,8 ແມັດ ກວ້າງ 10 ແມັດ ໜ້າທາງປູຢາງສອງຊັ້ນກວ້າງ 8 ແມັດ ບ່າທາງເບື້ອງລະ 1 ແມັດ.

SA Game
ພາບ​: laoedaily.com.

ຂົວເລີ່ມກໍ່ສ້າງມາແຕ່ເດືອນພະຈິກ 2019 ຄາດວ່າຈະສຳເລັດໃນເດືອນກໍລະກົດ 2021 ລວມມູນຄ່າການກໍ່ສ້າງ 20 ຕື້ ກວ່າກີບ ໂດຍການຮັບເໝົາກໍ່ສ້າງຂອງ ບໍລິສັດ ອຳມະຕະລາວລ້ານຊ້າງ ຈຳກັດ, ມີບໍລິສັດປຶກສາ ລັດວິສາຫະກິດວິສະວະກຳຄົມມະນາຄົມ, ເຈົ້າຂອງໂຄງການແມ່ນລັດວິສາຫະກິດໄຟຟ້າລາວ, ການຍົກຄານຂົວແມ່ນມີຄວາມຫຍຸ້ງຍາກຫຼາຍ ເພາະຄານຂົວມີນ້ຳໜັກຫຼາຍໂຕນ ການຈັດຫາລົດເພື່ອມາຍົກຈຶ່ງຫຍຸ້ງຍາກ.

SA Game
ພາບ​: laoedaily.com.

ທ່ານ ພູວັນ ສີຫານາດ ປະທານ ບໍລິສັດ ລາວເຟີດ ຈຳກັດ ໃຫ້ສຳພາດວ່າ: ບໍລິສັດຂອງຂ້າພະເຈົ້າໄດ້ມາຍົກຄານຂົວໃຫ້ກັບການກໍ່ສ້າງຂົວຂ້າມນ້ຳງື່ມຂອງ ບໍລິສັດ ອຳມະຕະລາວລ້ານຊ້າງ ຈຳກັດ ເຊິ່ງບໍລິສັດຂອງຂ້າພະເຈົ້າແມ່ນມີຄວາມຊຳນານ ແລະ ມີເຄື່ອງກົນຈັກໜັກທີ່ທັນສະໄໝ ເຊິ່ງເຄີຍຍົກພະເຈົ້າອົງຫຼວງທີ່ວັດໄຫຫີນ ແລະ ບ່ອນອື່ນໆໃນປະເທດມາຫຼາຍຄັ້ງແລ້ວ ການຍົກຄານຂົວແຫ່ງນີ້ແມ່ນມີຄວາມຫຍຸ້ງຍາກສົມຄວນ ເພາະຈຸດທີ່ລົດກົນຈັກໜັກເຂົ້າເຮັດວຽກແມ່ນດິນຖົມໃໝ່ສູງຊັນ, ດັ່ງນັ້ນຈຶ່ງບໍ່ຮັບປະກັນການຍົກຄານທີ່ມີນ້ຳໜັກຫຼາຍໂຕນແຕ່ກໍໄດ້ພະຍາຍາມໃນທີ່ສຸດກໍຈະຍົກສຳເລັດດ້ວຍດີ.

SA Game
ພາບ​: laoedaily.com.

ທ່ານ ລຳມອນ ໂພຄາເພັດ ຫົວໜ້າທີມວິສະວະກອນທີ່ປຶກສາໂຄງການ ໄດ້ໃຫ້ສຳພາດວ່າ: ສາເຫດທີ່ເຮັດໃຫ້ໂຄງການຫຼ້າຊ້າຍ້ອນການລະບາດຂອງພະຍາດໂຄວິດ – 19 ໃນທົ່ວໂລກ ກໍຄືໃນປະເທດລາວມີຜົນກະທົບສ່ວນໜຶ່ງ ເຮັດໃຫ້ກຳມະກອນຊາວຫວຽດນາມກັບຄືນປະເທດ ແລະ ບໍ່ໄດ້ກັບມາອີກ ກຳມະກອນລາວກໍກັບບ້ານ ບາງຄົນມາບາງຄົນກໍບໍ່ມາຍ້ອນມີຄວາມຫຍຸ້ງຍາກ ຈຶ່ງເຮັດໃຫ້ການກໍ່ສ້າງຫຼ້າຊ້າ ຄາດວ່າທ້າຍເດືອນກໍລະກົດ 2021 ຈະກໍ່ສ້າງຂົວໃຫ້ສຳເລັດ ການເດີນທາງໄປ – ມາກໍຈະສະດວກຂຶ້ນ ແລະ ຂົວດັ່ງກ່າວຈະເປັນຈຸດຊົມທິວທັດອີກແຫ່ງໜຶ່ງຂອງແຂວງຊຽງຂວາງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ: laoedaily.com.la