ສຽງແຄນ ລາວ ໄດ້ຮັບການຂຶ້ນທະບຽນເປັນມໍລະດົກພູມປັນຍາວັດທະນະທຳ

SA Game

Sourioudong Sundara

UNESCO ປະກາດຂຶ້ນທະບຽນເປັນມໍລະດົກ ສຽງແຄນລາວ ພູມປັນຍາວັດທະນະທຳ

ເຟ​ສ​ບຸກ​ທ່ານ Sourioudong Sundara ໄດ້​ໃຫ້​ຂໍ້​ມູນ​ກ່ຽວ​ກັບ​ການ​ປະ​ກາດ​ສຽງ​ແຄນ​ລາວ​ເປັນ​ມໍ​ລະ​ດົກ​ພູມ​ປັນ​ຍາ​ວັດ​ທະ​ນະ​ທຳ​ໄວ້ວ່າ: ພາກພູມໃຈ “ຄົບຮອບ 05 ປີ, ກຽດ ແລະ ສັກສີເອກະລັກວັດທະນະທຳແຫ່ງ ຄວາມເປັນຊາດລາວ ທີ່ອົງການສຶກສາວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ (UNESCO) ປະກາດໃຫ້ສຽງແຄນຈາກ ສປປລາວ ໄດ້ຮັບການຂຶ້ນທະບຽນເປັນມໍລະດົກພູມປັນຍາວັດທະນະທຳທີ່ຈັບຕ້ອງບໍ່ໄດ້ (intangible), 07 ທັນວາ 2017- 2022 ເກາະເຊຈູ ສາທາລະນະລັດເກົາຫຼີ.”

(ກ). ເວັບໄຊທາງການຂອງອົງການຢູເນສໂກລະບຸວ່າ:
(1) ສຽງດົນຕີຈາກແຄນຂອງຄົນລາວ (The khaen music of Lao People) ແມ່ນສຽງດົນຕີທີ່ຫຼິ້ນໂດຍເປົ່າລົມອອກຈາກປາກໃສ່ໃນເຄື່ອງດົນຕີທີ່ເອີ້ນວ່າ ແຄນ ເຊິ່ງເຮັດຈາກໄມ້ໄຜ່ຄວາມຍາວຫຼາກຫຼາຍຂະໜາດ.
(2) ຜູ້ຫຼິ້ນເຄື່ອງດົນຕີຊະນິດດັ່ງກ່າວຈະເປົ່າລົມຜ່ານຮູຮັບລົມ ແລະ ສຽງທີ່ເກີດຂຶ້ນກໍຈະອີງໃສ່ຄວາມຍາວຂອງລຳລູກແຄນແຕ່ລະອັນ.
SA Game
Sourioudong Sundara
(3) ສຽງແຄນແມ່ນເປັນທີ່ນິຍົມກັນໃນທົ່ວທຸກພາກຂອງ ສປປລາວ ແລະ ເປັນສ່ວນໜຶ່ງຂອງບຸນປະເພນີໃນແຕ່ລະບ້ານ ພ້ອມທັງມີການປັບປ່ຽນເພື່ອໃຫ້ຜູ້ຟັງເຂົ້າເຖິງງ່າຍ.
(4) ການໃຊ້ໄມ້ໃຜ່ເຮັດແຄນມີຄວາມກ່ຽວຂ້ອງກັບການກະສິກຳຕາມທຳມະຊາດ ແລະ ວິຖີການດຳລົງຊີວິດ, ຊື່ງໃນປີ 2005 ໄດ້ມີການສ້າງຕັ້ງສະມາຄົມສິລະປະການຫຼິ້ນແຄນ ເພື່ອສົ່ງເສີມ ແລະ ພັດທະນາສິລະປະດັ່ງກ່າວນຳອີກ.

(ຂ). ແຄນລາວມີ 04 ຊະນິດດ້ວຍກັນ ແລະ ປະກອບດ້ວຍວັດຖຸ 04 ຢ່າງຄື: ໄມ້ລູກແຄນ ໄມ້ອໍ້ (ໄມ້ປາວ), ເຕົ້າແຄນ (ໄມ້ດູ່), ລີ້ນແຄນເຮັດດ້ວຍທອງ ຫຼຶ ເງິນ ແລະ ຂີ້ສູດທີ່ນຳໄຊ້ເພື່ອຕິດຮູແຄນ:

SA Game
Sourioudong Sundara

(1) ແຄນຫົກ, ເປັນແຄນສໍ່ານ້ອຍເອີ້ນວ່າ ແຄນນ້ອຍ:

1. ມີລູກແຄນຂ້າງລະ 06 ລູກ,

2. ມີສຽງນຳກັນ 05 ສຽງຄື: ຟາ-ຊອນ -ລາ-ໂດ-ເຣ;

(2) ແຄນເຈັດ, ເປັນແຄນສໍ່າກາງ:

1. ມີລູກແຄນຂ້າງລະ 07 ລູກ,

2. ແຄນສໍ່າກາງນິຍົມເປົ່າໃສ່ດົນຕີອື່ນໆ,

3. ມີສຽງນຳກັນ 07 ສຽງຄື: ໂດ-ເຣ-ມີ-ຟາ-ຊອນ-ລາ-ທີ;

(3) ແຄນແປດ, ເປັນແຄນສໍ່າກາງ ທີ່ໃຫຍ່ກວ່າແຄນເຈັດໜ້ອຍໜຶ່ງ:

1. ມີລູກແຄນຂ້າງລະ 08 ລູກ,

2. ນຳໄຊ້ສຳລັບເປົ່າດ່ຽວ ໂດຍປະສົມປະສານກັບສຽງລຳ ແລະ ສຽງຂັບປະເພດຕ່າງໆ,

3. ແຄນແປດເປັນແຄນທີ່ໝໍລຳນິຍົມຊົມຊື່ນໃຊ້ຫຼາຍກວ່າໝູ່;

(4) ແຄນເກົ້າ, ເປັນແຄນໃຫຍ່ສຸດ,

1. ມີລູກແຄນຂ້າງລະ 09 ລູກ,

2. ແຄນຊະນິດນີ້ແມ່ນແຄນທີ່ນິຍົມຊົມຊື່ນເປົ່າໃສ່ລຳໂສມ, ລຳສີພັນດອນ, ລຳພື້ນເມືອງ, ລຳນິທານແຕ່ເກົ່າ,

3. ໃນປະຈຸບັນປາກົດວ່າ ໃນວົງການໝໍລຳບໍ່ມັກໃຊ້ກັນແລ້ວ,

4. ແຕ່ໃນບາງເຂດກໍມີການຄົບງັນບຸນປະເພນີດ້ວຍສຽງແຄນຊະນິດນີ້ຢູ່.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Sourioudong Sundara