ຖວາຍເພິງຊາປະນະກິດສະຣິຣະສັງຂານພຣະອາຈານໃຫຍ່ ມະຫາບົວຄຳ ສາຣິບຸດ

SA Game

Houmphet Manisouk

ນະຄອນຫລວງວຽງຈັນ ໄດ້ມີພິທີຖວາຍເພິງ ພຣະອາຈາຣຍ໌ໃຫຍ່ ມະຫາບົວຄຳ ສາຣິບຸດ

ງານພິທີຖວາຍເພິງ ຊາປະນະກິດສະຣິຣະສັງຂານ ພຣະອາຈາຣຍ໌ໃຫຍ່ ມະຫາບົວຄຳ ສາຣິບຸດ ອະດິດຮອງປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສ.ປ.ປ.ລາວ ຜູ້ຊີ້ນຳວຽກງານກັມມະທິການ ການຕ່າງປະເທດ ແລະ ເຈົ້າອະທິການວັດຂົວຫລວງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ລວມສິຣິອາຍຸຂອງເພິ່ນໄດ້ 92 ປີ ກັບ 69 ພັນສາຕອນຄ່ຳວັນທີ 26 ພະຈິກ 2022 ທີ່ເດີນພຣະທາດຫລວງ ນະຄອນຫລວງວຽງຈັນ.

ພຣະອາຈາຣຍ໌ໃຫຍ່ ມະຫາບົວຄຳ ສາຣິບຸດ
ເກີດເມື່ອວັນທີ 15 ກຸມພາ 1933 ທີ່ບ້ານຍາງສາວ (ແຄມຫ້ວຍຂະໜວນ) ເມືອງສຸຂຸມາ ແຂວງຈຳປາສັກ
ມໍຣະນະພາບ ໃນເວລາປະມານ 4 ໂມງເຊົ້າ ຂອງວັນທີ 22 ກັນຍາ 2022
ບິດາຂອງເພິ່ນຊື່ວ່າ : ທ້າວດີ ສາຣິບຸດ ມີອາຊິບຄ້າຂາຍ ຈົນໄດ້ມີຕຳແຫນ່ງເປັນ ນາຍຮ້ອຍຄວາຍ ນາຍຮ້ອຍດີ ຈົນເຮັດໃຫ້ສະເດັດເຈົ້າບຸນອ້ອມ ນະຈຳປາສັກ ໃຫ້ຄວາມສຳຄັນໃນການປືກສາບາງເຫດການຂອງວຽກງານຕ່າງໆ.
ມານດາຂອງເພິ່ນຊື່ : ນາງມຽງ ສາຣິບຸດ ເປັນຄົນມີສິນມີທັມ ແລະເຊື່ອໝັ້ນຕໍ່ພຣະພຸດທະສາສະໜາ
SA Game
Houmphet Manisouk

ພຣະອາຈານໃຫຍ່ມະຫາບົວຄຳ ມີເອື້ອຍນ້ອງຮ່ວມອຸທອນດຽວກັນ 4 ຄົນ ຄື :

1. ນາງຄຳບົນ ສາຣິບຸດ ສ້າງຄອບຄົວກັບ ພໍ່ຈານພິມ

2. ທ້າວບົວຄຳ ( ພຣະອາຈານມະຫາບົວຄຳ ສາຣິບຸດ )

3. ທ້າວເສີມ ສາຣິບຸດ ສ້າງຄອບຄົວກັບນາງໄມ.

4. ທ້າວທອງດີ ສີນາວົງ ສ້າງຄອບຄົວກັບນາງກະມະນີ

ປະຖົມໄວ ທ້າວບົວຄຳ ສາຣິບຸດ ໄດ້ອາຍຸ 3 ປິ ພໍ່ລຸງຈານບຸນ ໂຄຕະມີ ແລະແມ່ປ້າດວງຈັນ ໂຄຕະມີ ໄດ້ມາຂໍນຳເອົາທ້າວບົວຄຳ ຈາກບິດາແລະມານດາຂອງເພິ່ນໄປລ້ຽງເປັນລູກ ( ຍ້ອນເພິ່ນບໍ່ມີລູກ ) ລ້ຽງດູ ແລະສົ່ງເສີມໃຫ້ເຕີບໃຫຍ່ ແລະເຂົ້າຮ່ຳຮຽນ
ປີ 1940 ຮຽນຈົບຊັ້ນປະຖົມປີທີ່ 4 ທີ່ບ້ານຍາງສາວ ເມືອງສຸຂຸມາ ແຂວງຈຳປາສັກ.
ປີ 1949 ອາຍຸໄດ້ 16 ປີ ພໍ່-ແມ່ ຢາກໃຫ້ຜູ້ບ່າວແວງ (ບ່າວນ້ອຍ ບົວຄຳ ສາຣິບຸດ) ສ້າງຄອບຄົວ ແຕ່ທັງສອງຝ່າຍຕົກລົງກັນບໍ່ໄດ້ໃນເລື່ອງວ່າ ຈະມາຢູ່ນຳຝ່າຍເຈົ້າບ່າວ ຫລືເຈົ້າສາວ ( ເພາະເຈົ້າສາວເປັນລູກສາວດຽວ ) ທາງເຈົ້າສາວກໍ່ຢາກໄດ້ເຂີຍໄປຢູ່ນຳ ຕົກລົງກັນບໍ່ໄດ້ກໍ່ເລີຍເປັນຮ້າງຂັນໝາກ
ຫລັງຈາກນັ້ນກໍ່ໄດ້ຫັນຂໍພໍ່ແມ່ເດີນຕາມເສັ້ນທາງທີ່ຕົນມັກ ກໍ່ຄືເຂົ້າບວດເປັນສາມະເນນ ເມື່ອວັນທີ 5 ກໍລະກົດ 1949 ທີ່ວັດພຣົມມະຍາຣາມ ບ້ານຍາງສາວ ເມືອງສຸຂຸມ ແຂວງຈຳປາສັກ ຈາກນັ້ນແມ່ນໄດ້ຍ້າຍໄປຈຳວັດທີ່ ວັດລະຄອນ ວະນາຣາມ ບ້ານລະຄອນ ເມືອງຈຳປາສັກ ແລະຮຽນໜັງສື ທີ່ໂຮງຮຽນປະຣິຍັດຕິທັມ ວັດເມືອງແສນ ຕາແສງພະພິີີນ ເມືອງຈຳປາສັກ ຕົກມາຮອດປີ 1952 ເຂົ້າຮຽນນັກທັມຕີ ທີ່ວັດເມືອງແສນ , ຮອດປີ 1953 ເຂົ້າຮຽນນັກທັມຊັ້ນໂທທີ່ວັດເມືອງແສນ.
ພໍອາຍຸໄດ້ 20 ປີ ບໍລິບູນ ໄດ້ອຸປະສົມບົດ ເປັນພຣະພິກຂຸສົງ ທີ່ວັດເມືອງແສນ ເມືອງຈຳປາສັກ ແຂວງຈຳປາສັກ ປີ 1954 ຮຽນນັກທັມເອກທີ່ວັດເມືອງແສນ, ແລະຕໍ່ດ້ວຍຊັ້ນປາລີໄວຍາກອນ ຈົນຈົບ ແລະຍ້າຍເຂົ້າເມືອງປາກເຊ ເພື່ອສຶບຕໍ່ຮ່ຳຮຽນທີ່ວັດຫລວງປາກເຊ ແຕ່ກໍ່ຫາບ່ອນຈຳວັດບໍ່ໄດ້ ເລີຍຕັດສິນໃຈຂຶ້ນລົດໄປສູ່ນະຄອນຫລວງວຽງຈັນ ແລ້ວມາຢູ່ວັດໂພນໄຊເຊດຖາທິຣາຊ ຈົນຮອດເດືອນ 5 ຈຶ່ງເດີນທາງໄປແຂວງອັດຕະປື , ປີ 1956 ພຣະອາຈານເພິ່ນໄດ້ເຂົ້າເຄື່ອນໄຫວຂະບວນປະຕິວັດຊາດ , ປີ 1957 ໄດ້ກັບຄືນສູ່ນະຄອນຫລວງວຽງຈັນແລະໄດ້ເຂົ້າພັກຢູ່ວັດໂພນໄຊເຊດຖາທິຣາຊ ແລະໃຫ້ເຈົ້າອະທິການວັດຊອກຝາກໃຫ້ໄປຢູ່ວັດຂົວຫລວງເພາະໃກ້ກັບບ່ອນຮຽນຕໍ່ ເຈົ້າອະທິການສະໄໝນັ້ນແມ່ນພຣະມະຫາບຸນລ້ວນ ພິມມະເສນ ນັບແຕ່ມື້ນັ້ນ ເພິ່ນກໍ່ຈຳວັດຢູ່ວັດຂົວຫລວງເລື້ອຍມາ ຈົນຮອດວາຣະສຸດທ້າຍ ໃນວັນທີ 22 ກັນຍາ 2022 ຈຶ່ງມໍຣະນະພາບລົງ ກັບຄືນສູ່ທັມມະຊາດດັ່ງເດີມນັ້ນແລ ອະນິດຈັງ ວັດຕະສັງຂາຣາ .
SA Game
Houmphet Manisouk

* ການສຶກສາ

– ຈົບ ນັກທັມຊັ້ນເອກ.

– ຈົບ ປຣຽນທັມ 9 ປະໂຫຍກ.

– ຈົບ ປາລີຊັ້ນສູງ ຈາກ ສະຖາບັນວັດອົງຕື້ ນະຄອນຫຼວງວຽງຈັນ

– ຈົບ ປະຣິນຍາໂທ ສາຂາ ປະຫວັດສາດສາກົນ ຈາກ ມະຫາວິທະຍາໄລມະຄົດ ສາທາລະນະລັດອິນເດຍ (Magadh University, Republic of India).

ການບໍລິຫານຄະນະສົງ

– ຮອງປະທານ ອົງຊີ້ນຳວຽກກັມມາທິການສຶກສາສົງ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ສະໄໝທີ 7 ປີ ພ.ສ. 2559-2564 (ຄ.ສ. 2016-2021).

– ເປັນ ຮອງປະທານ ອົງຊີ້ນຳວຽກກັມມາທິການ ການຕ່າງປະເທດ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ສະໄໝທີ 8 ປີ ພ.ສ. 2564 (ຄ.ສ. 2021) ເຖິງປັດຈຸບັນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Houmphet Manisouk