ສຽງ​ແຄນ​ລາວ​ເຂົ້າ​ໜຽວ ມູມ​ສິ​ລະ​ປິນ​ຂອງ​ປະ​ທານ​ປະ​ເທດ ສ​ປ​ປ ລາວ

SA Game

Sourioudong Sundara

ທ່ານ ທອງ​ລຸນ​ ສີ​ສຸ​ລິດ ປະ​ທານ​ປະ​ເທດ​ລາວ ກັບ​ອີກ​ບົດ​ບາດ​ແບບ​ສິນ​ລະ​ປິນ ທົດ​ລອງ​ເປົ່າ​ແຄນ​ລາວ

ແຄນ​ລາວ​ສຽງ​ແຄນ​ລາວ​ຄື​ຄວາມພາກພູມໃຈຂ​ອງ​ປະ​ຊາ​ຊົນ​ລາວ​ທົ່ວ​ປະ​ເທດ ແລະ ໃນ​ໂອ​ກາດ​ນີ້​ ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ ລາວ ໄດ້​ສະ​ແດງ​ອອກ​ອີກ​ໃນ​ບ​ົດ​ບາດ​ໜຶ່ງ​ໂດຍ​ການ​ທົດ​ລອງ​ເປົ່າ​ແຄນ ນີ້​ກໍ​ເປັນມຸມແຫ່ງສິນລະປະທົດລອງເປົ່າແຄນຂອງທ່ານ ​ປະ​ທານ​ປະ​ເທດແຫ່ງ ສປປລາວ, ໃນໂອກາດທີ່ສາມະຄົມສຽງແຄນລາວເຂົ້າພົບ.

ອົງການການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ (UNESCO) ປະກາດໃຫ້ສຽງແຄນ ສປປລາວ ຮັບການຂຶ້ນທະບຽນເປັນມໍລະດົກພູມປັນຍາທາງວັດທະນະທຳທີ່ຈັບຕ້ອງບໍ່ໄດ້ (intangible).

I. ເວັບໄຊທາງການຂອງຢູເນສໂກລະບຸວ່າ:

1. ສຽງດົນຕີຈາກແຄນຂອງຄົນລາວ (The khaen music of Lao People) ແມ່ນສຽງດົນຕີທີ່ຫຼິ້ນໂດຍເປົ່າລົມອອກຈາກປາກໃສ່ໃນເຄື່ອງດົນຕີທີ່ເອີ້ນວ່າ ແຄນ ເຊິ່ງເຮັດຈາກໄມ້ໄຜ່ຄວາມຍາວຫຼາກຫຼາຍຂະໜາດ;
SA Game
Sourioudong Sundara
2. ຜູ້ຫຼິ້ນເຄື່ອງດົນຕີຊະນິດດັ່ງກ່າວຈະເປົ່າລົມຜ່ານຮູຮັບລົມ ແລະ ສຽງທີ່ເກີດຂຶ້ນກໍຈະອີງໃສ່ຄວາມຍາວຂອງລຳລູກແຄນແຕ່ລະອັນ;
3. ສຽງແຄນແມ່ນເປັນທີ່ນິຍົມກັນໃນທົ່ວທຸກພາກຂອງ ສປປລາວ ແລະ ເປັນສ່ວນໜຶ່ງຂອງບຸນປະເພນີໃນແຕ່ລະບ້ານ ພ້ອມທັງມີການປັບປ່ຽນເພື່ອໃຫ້ຜູ້ຟັງເຂົ້າເຖິງງ່າຍ;
4. ການໃຊ້ໄມ້ໃຜ່ເຮັດແຄນມີຄວາມກ່ຽວຂ້ອງກັບການກະສິກຳຕາມທຳມະຊາດ ແລະ ວິຖີການດຳລົງຊີວິດ, ຊື່ງໃນປີ 2005 ໄດ້ມີການສ້າງຕັ້ງສະມາຄົມສິລະປະການຫຼິ້ນແຄນ ເພື່ອສົ່ງເສີມ ແລະ ພັດທະນາສິລະປະດັ່ງກ່າວນຳອີກ.
SA Game
Sourioudong Sundara

II. ແຄນລາວມີ 04 ຊະນິດດ້ວຍກັນ ແລະ ປະກອບດ້ວຍວັດຖຸ 04 ຢ່າງຄື:

ໄມ້ລູກແຄນ ໄມ້ອໍ້ (ໄມ້ປາວ), ເຕົ້າແຄນ (ໄມ້ດູ່), ລີ້ນແຄນເຮັດດ້ວຍທອງ ຫຼຶ ເງິນ ແລະ ຂີ້ສູດທີ່ນຳໄຊ້ເພື່ອຕິດຮູແຄນ:

(ໜື່ງ). ແຄນຫົກ, ເປັນແຄນສໍ່ານ້ອຍເອີ້ນວ່າ ແຄນນ້ອຍ:

1. ມີລູກແຄນຂ້າງລະ 06 ລູກ,

2. ມີສຽງນຳກັນ 05 ສຽງຄື: ຟາ-ຊອນ -ລາ-ໂດ-ເຣ;

(ສອງ). ແຄນເຈັດ, ເປັນແຄນສໍ່າກາງ:

1. ມີລູກແຄນຂ້າງລະ 07 ລູກ,

2. ແຄນສໍ່າກາງນິຍົມເປົ່າໃສ່ດົນຕີອື່ນໆ,

3. ມີສຽງນຳກັນ 07 ສຽງຄື: ໂດ-ເຣ-ມີ-ຟາ-ຊອນ-ລາ-ທີ;

(ສາມ). ແຄນແປດ, ເປັນແຄນສໍ່າກາງ ທີ່ໃຫຍ່ກວ່າແຄນເຈັດໜ້ອຍໜຶ່ງ:

1. ມີລູກແຄນຂ້າງລະ 08 ລູກ,

2. ນຳໄຊ້ສຳລັບເປົ່າດ່ຽວ ໂດຍປະສົມປະສານກັບສຽງລຳ ແລະ ສຽງຂັບປະເພດຕ່າງໆ,

3. ແຄນແປດເປັນແຄນທີ່ໝໍລຳນິຍົມຊົມຊື່ນໃຊ້ຫຼາຍກວ່າໝູ່;

(ສີ່). ແຄນເກົ້າ, ເປັນແຄນໃຫຍ່ສຸດ,

SA Game
Sourioudong Sundara

1. ມີລູກແຄນຂ້າງລະ 09 ລູກ,

2. ແຄນຊະນິດນີ້ແມ່ນແຄນທີ່ນິຍົມຊົມຊື່ນເປົ່າໃສ່ລຳໂສມ, ລຳສີພັນດອນ, ລຳພື້ນເມືອງ ແລະ ລຳນິທານແຕ່ເກົ່າ,

3. ໃນປະຈຸບັນປາກົດວ່າ ໃນວົງການໝໍລຳບໍ່ມັກໃຊ້ກັນແລ້ວ,

4. ແຕ່ໃນບາງເຂດກໍມີການຄົບງັນບຸນປະເພນີດ້ວຍສຽງແຄນຊະນິດນີ້ຢູ່.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Sourioudong Sundara