ບັນ​ຫາຄວາມຫຍຸ້ງຍາກໃນ​ການ​ສັກ​ວັກ​ຊີນ​ໂຄວິດ-19 ຢູ່​ເມືອງ​ຄູນ

SA Game

ຂ​ປ​ລ

ເມືອງຄູນ ແຂວງຊຽງຂວາງ ຍັງພົບບັນຫາຫຍຸ້ງຍາກໃນ​ການສັກວັກຊິນປ້ອງກັນ ໂຄວິດ-19.

ເມືອງຄູນ ແຂວງ​ຊຽງ​ຂວາງ ການຈັດຕັ້ງປະຕິບັດວຽກງານ ສັກວັກຊິນປ້ອງກັນພະຍາດໂຄວິດ-19  ສາມາດບັນລຸຜົນເປັນຢ່າງດີ ແຕ່ທຽບໃສ່ພົນລະເມືອງ ຫລື ເປົ້າໝາຍລວມພາຍໃນເມືອງ ຍັງເຫັນວ່າ ອັດຕາການສັກວັກຊິນ ແມ່ນບໍ່ທັນບັນລຸເປົ້າໜາຍ ແລະ ພົບບັນຫາຫຍຸ້ງຍາກພໍສົມຄວນ

ເປັນຕົ້ນແມ່ນປະຊາຊົນຈໍານວນໜຶ່ງຍັງຖືເບົາໃນການສັກວັກຊິນ, ມີບາງຄອບຄົວຄອບຄົວບໍ່ໃຫ້ຄວາມຮ່ວມມືໃນການສັກວັກຊິນ ແລະ ບາງຄອບຄົວກໍໄດ້ຮັບຂໍ້ມູນຂ່າວສານທີ່ບິດເບືອນຄວາມເປັນຈິງ ເຮັດໃຫ້ມີຄວາມລັງເລທີ່ຈະມາສັກວັກຊິນ, ຕາມການລາຍງານຈາກ ທ່ານ ດຣ ແພງວັນ ພົມມະປັນຍາ ຮອງຫົວໜ້າສາທາລະນະສຸກເມືອງຄູນ ແຂວງຊຽງຂວາງໃນວັນທີ 9ສິງຫາ ຜ່ານມານີ້.

SA Game
ຂ​ປ​ລ

ທ່ານ ດຣ ແພງວັນ ພົມມະປັນຍາ ຍັງໃຫ້ຮູ້ອີກວ່າ: ເມືອງຄູນ ເປັນເມືອງ ມີທັງໝົດ 76 ບ້ານ, ມີປະຊາກອນ 37.547 ຄົນ, ຍິງ 16.986, ມີ 104 ຈຸດສັກຢາ, ມີໂຮງໝໍນ້ອຍ 8 ແຫ່ງ ແລະ ໂຮງໝໍຊຸມຊົນ 1 ແຫ່ງ, ທົ່ວເມືອງສັກວັກຊິນເຂັມທີ 1 ໄດ້ 24.656 ເທົ່າກັບ 66%, ເຂັມທີ 2 ໄດ້ 20.262 ເທົ່າກັບ 55 %, ເຂັມທີ 3 ໄດ້ 4.311 ເທົ່າກັບ 11,7 % ແລະ ເຂັມທີ 4 ໄດ້ 333 ເທົ່າກັບ 0,9% ແລະ ໃນ 3 ເດືອນຕໍ່ໜ້າ, ຫ້ອງການສາທາເມືອງ ຈະສູ້ຊົນສັກວັກຊິນໃຫ້ແກ່ກຸ່ມເປົ້າໝາຍພາຍໃນເມືອງ ໃຫ້ໄດ້ຕາມຄາດໝາຍ 80% ຂຶ້ນໄປ

ໂດຍຈະສືບຕໍ່ປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະຫ້ອງການພາຍໃນເມືອງ, ເພີ່ມທະວີໂຄສະນາສຸຂະສຶກສາໃຫ້ພໍ່ແມ່ປະຊາຊົນໃຫ້ທົ່ວເຖິງທຸກເປົ້າໝາຍ, ສືບຕໍ່ເກັບກຳຂໍ້ມູນປະຊາກອນເປົ້າໝາຍຕົວຈິງໃຫ້ສຳເລັດ, ສຸມໃສ່ບ້ານ ແລະ ໂຮງຮຽນທີ່ມີຕົວເລກອັດຕາປົກຄຸມຕໍ່າ ແລະ ຈະໄດ້ສຶກສາອົບຮົມປະຊາຊົນທີ່ບໍ່ໃຫ້ຄວາມຮ່ວມມື.

ສະເພາະ ບ້ານຊຳຍຸງ ເປັນບ້ານໜຶ່ງທີ່ຢູ່ຫ່າງຈາກເທສະບານເມືອງຄູນ 11 ກິໂລແມັດ, ມີພົນລະເມືອງທັງໝົດ 850 ຄົນ, ຍິງ 413 ຄົນ ສ່ວນຫລາຍແມ່ນຊົນເຜົ່າ ເຊິ່ງປະຊາຊົນພາຍໃນບ້ານສ່ວນຫລາຍມີຄວາມກະຕືລືລົ້ນໃນການມາສັກວັກຊິນ ຄົບກຳໜົດ 3 ເຂັມຂຶ້ນໄປ, ແຕ່ກໍຍັງມີ ຈຳນວນໜ່ອຍທີ່ຍັງບໍ່ທັນເຂົ້າໃຈ ແລະ ມີຄວາມກັງວົນໃນການສັກວັກຊິນ

SA Game
ຂ​ປ​ລ

ເນື່ອງຈາກວ່າເຫັນຂ່າວຢູ່ໃນສື່ອອນລາຍ ເຊິ່ງເປັນຂ່າວທີ່ບໍ່ມີມູນຄວາມຈິງວ່າ ສັກວັກຊິນ ແລ້ວເສຍຊີວິດ ເຮັດໃຫ້ພໍ່ແມ່ປະຊາຊົນຈຳນວນໜຶ່ງຢ້ານກົວການມາຮັບວັກຊິນ, ແຕ່ເຖິງຢ່າງໃດກໍຕາມອຳນາດການປົກຄອງກໍໄດ້ລົງປຸກລະດົມ ແລະ ໃຫ້ສຸຂະສຶກສາກ່ຽວກັບພະຍາດໂຄວິດ-19 ແລະ ການສັກວັກຊິນ. ພ້ອມທັງລົງໄປໂອ້ລົມຮອດເຮືອນປະຊາຊົນ ຜູ້ທີ່ບໍ່ມາສັກວັກຊິນ ເພື່ອໃຫ້ເຂົາເຈົ້າເຫັນໄດ້ເຖິງຄວາມສໍາຄັນຂອງ ການສັກວັກຊິນປ້ອງກັນພະຍາດໂຄວິດ-19.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ