ສາມຫລ່ຽມຄຳ ຈັດ​ກິດ​ຈະ​ກຳ ແລນ​ມາ​ຣາ​ທອນ​ຕ້ານ​ຢາ​ເສບ​ຕິດ

SA Game ສາມຫລ່ຽມຄຳ

ຂປລ.

ຈັດກິດ​ຈະ​ກຳແລ່ນມາຣາ​ທອນ​ທີ່ ສາມຫລ່ຽມຄຳ ສະຫລອງ ​ວັນຕ້ານຢາ​ເສບ​ຕິ​ດສາກົນ ຄົບຮອບ 36 ປີ

ສາມຫລ່ຽມຄຳ ຈັດງານແຂ່ງຂັນແລ່ນຮາຟມາຣາທອນ ລາຍການ ສາມຫລ່ຽມຄຳ ຄັ້ງທີ 3 ຂຶ້ນໃນເຊົ້າວັນທີ 26 ມິຖຸນາ 2023 ທີ່ເຂດເສດຖະກິດພິເສດສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຊີງເງິນລາງວັນຫລາຍລ້ານກີບ ເພື່ອເປັນການສະເຫລີມສະຫລອງວັນຕ້ານຢາເສບຕິດ ສາກົນ 26 ມິຖຸນາ ຄົບຮອບ 36 ປີ

ແລະ ສະເຫລີມສະຫລອງການສ້າງຕັ້ງເຂດເສດຖະກິດພິເສດ ສາມຫລ່ຽມຄຳ ຄົບຮອບ 16 ປີ.

ພ້ອມນີ້ ກໍເພື່ອສົ່ງເສີມການທ່ອງທ່ຽວລາວ ກໍຄືການທ່ອງທ່ຽວ ໃນເຂດຖະກິດພິເສດ ໃຫ້ມີບັນຍາກາດຟົດຟື້ນ.

ໃຫ້ກຽດເຂົ້າຮ່ວມ​ຂອງ ທ່ານ ບົວຄົງ ນາມມະວົງ ເຈົ້ແຂວງໆບໍ່ແກ້ວ, ທ່ານ ຈ້າວ ເຫວີຍ ປະທານສະພາບໍລິຫານ ເຂດເສດຖະກິດພິເສດ ສາມຫລ່ຽມຄຳ, ປະທານກຸ່ມບໍລິສັດ ດອກງິ້ວຄຳ ຈຳກັດ ຜູ້ສະໜັບສະໜູນຫລັກ, ພ້ອມດ້ວຍແຂກຖືກເຊີນທີ່ກ່ຽວຂ້ອງ, ສື່ມວນຊົນ ແລະ ນັກກິລາເຂົ້າຮ່ວມ.

ງານແຂ່ງຂັນຄັ້ງນີ້ມີ ນັກກິລາລວມຫລາຍກວ່າ 1.000 ຄົນຈາກປະເທດ: ໄທ ,ຈີນ ,ມຽນມາ ,ໄຕ້ຫວັນ ເອທິໂອເປຍ ,ເຄນຢາ ,ຝຣັ່ງ, ອາຟຣິກາ ແລະ ສປປ ລາວ ເຈົ້າພາບ, ການແຂ່ງຂັນ ໄດ້ແບ່ງ​ງອອກ​ເປັນ 3 ປະເພດຄື:

SA Game
ຂປລ.

ຍິງ-ຊາຍ ທົ່ວໄປ ໄລຍະທາງ 21,1 ກິໂລແມັດ, ຍິງ-ຊາຍ ອາ ຍຸ 16 ປີຂຶ້ນໄປ ໄລຍະທາງ 10,5 ກິໂລແມັດ ແລະ ຍິງ-ຊາຍ ອາຍຸບໍ່ເກີນ 16 ປີ ສົ່ງເສີມເຍົາວະຊົນ-ໄວໜຸ່ມ ໄລຍະທາງ 10,5 ກິໂລແມັດ.

ຜ່ານການແຂ່ງຂັນ ປະເພດຍິງທົ່ວໄປ ທີ 1 ໄດ້ແກ່ ນາງ ນີກູເຊ ມາໂມ ຈາກເອທິໂອປີ, ໄດ້ຮັບໄດ້ຮັບຂັນລາງວັນ ຫລຽນຄຳ ແລະ ເງິນລາງວັນເຖິງ 200 ລ້ານກີບ, ທີ 2 ນາງ ດີບາເບ ເບເຢເນ ເດເບລ້າ ໄດ້ຫລຽນເງິນ ພ້ອມເງິນສົດ 150 ລ້ານກີບ ແລະ ທີ 3 ໄດ້ແກ່ ນາງ ຈີນັສເວີກ ເຢນິວ ອຳບີ ໄດ້ຮັບຂັນລາງວັນ, ຫລຽນທອງ ພ້ອມເງິນລາງວັນ 100 ລ້ານກີບ;

ປະເພດຊາຍທົ່ວໄປ

ອັນດັບທີ 1 ແມັດທິວ ຊຳເປຣູ ຈາກເຄນຢ້າ ໄດ້ຮັບຂັນລາງວັນ, ຫລຽນຄຳ ແລະ ເງິນ 200 ລ້ານກີບ, ອັນດັບທີ 2 ເບລີຮັນ ເຢີກາ ເຊເລຊີ ຈາກເອທິໂອປີ ໄດ້ຮັບຂັນລາງວັນ, ຫລຽນເງິນ ພ້ອມກັບເງິນ 150 ລ້ານກີບ ແລະ ອັນດັບທີ 3 ຈອນ ມຸຍຣູຣີ ຈາກເຄນຢາ ໄດ້ຮັບຂັນລາງວັນ, ຫລຽນທອງ ແລະ ເງິນລາງວັນ 100 ລ້ານກີບ.

ປະເພດຍິງ ອາຍຸ 16 ປີຂຶ້ນໄປ ທີ 1 ແມ່ນ ນາງ ເປຣິສ ເຊັບຕູ ຈາກເຄັນຢາ ໄດ້ຮັບຮັບຫລຽນຄຳ, ຂັນລາງວັນ ແລະ ເງິນລາງວັນ 20 ລ້ານກີບ,

ທີ 2 ນາງ ຟາຢາ ຮຸສເຊັນ ຈາກເອທິໂອປີ ໄດ້ຮັບຫລຽນເງິນ, ຂັນລາງວັນ ແລະ ເງິນລາງວັນ 17 ລ້ານ 5 ແສນກີບ, ທີ 3 ພຣີມກະມົນ ວົງວິໄຊ ຈາກໄທ ໄດ້ຮັບຫລຽນທອງ, ຂັນລາງວັນ ແລະ ເງິນລາງວັນ 15 ລ້ານກີບ.

SA Game
ຂປລ.

ສາມຫລ່ຽມຄຳ ມາ​ຣາ​ທອນ ປະເພດຊາຍ

ທີ 1 ທ້າວ ບີລີກິນ ຢີເມີ ຈາກເອທິໂອປີ, ທີ 2 ທ້າວ ເນເກເຊ້ ດີມາ ຈາກເອທິໂອປີ ແລະ ທີ 3 ທ້າວ ວິກຕໍ ຄິບເຄເມ ເຊັບວູນີ້ ຈາກເຄັນຢາ ເຊິ່ງທີ 1-ທີ 3 ໄດ້ຮັບລາງວັນເຊັ່ນດຽວກັນກັບປະເພດຍິງ;

ສຳລັບປະເພດຍິງ ອາຍຸບໍ່ເກີນ 16 ປີ ສົ່ງເສີມເຍົາວະຊົນ- ໄວໜຸ່ມ ທີ1 ໄດ້ແກ່ນາງ ສະລັນຍາ ບົວພະໄລ ຈາກໄທ ໄດ້ຮັບຫລຽນຄຳ, ຂັນລາງວັນ ແລະ ເງິນລາງວັນ 12 ລ້ານ 5 ແສນກີບ

ທີ 2 ນາງ ບູຣັດສະກອນ ພາວຸງ ຈາກໄທ ໄດ້ຮັບຫລຽນເງິນ, ຂັນລາງວັນ ແລະ ເງິນລາງວັນ 10 ລ້ານກີບ ແລະ

ທີ 3 ຍັງແມ່ນນັກກິລາຈາກໄທ ໄດ້ຮັບຫລຽນທອງ, ຂັນລາງວັນ ແລະ ເງິນລາງວັນ 7 ລ້ານ 5 ແສນກີບ;

ປະເພດຊາຍ ທີ 1 ທ້າວ ທະນາກອນ ວັນນະສົມພອນ, ທີ 2 ອານຸຊິດ ໂຣດກິດຈະເລີນ, ທີ 3 ທັນຍະນົບ ປັນດິ ນັກກິລາຈາກໄທ ໄດ້ຮັບລາງເທົ່າກັບປະເພດຍິງເຊັ່ນດຽວກັນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເບີ່ງ​ເມືອງ​ລາວ

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ