ນັກຮຽນ ຕົ້ນ​ເຜີ້ງທັດສະນະສຶກສາຢູ່ເຂດເສດຖະກິດ ສາມຫລ່ຽມຄໍາ

SA Game ນັກຮຽນ

Lao National Radio

ທັດສະນະສຶກສາເພື່ອໃຫ້ ນັກຮຽນ ຢູ່ເມືອງຕົ້ນເຜີ້ງ ເຂົ້າໃຈຜົນຮ້າຍຂອງຢາເສບຕິດ

ນັກຮຽນ ແລະ ຄູອາຈານ ຈາກໂຮງຮຽນປະຖົມ ດອກງີ້ວຄໍາ ແລະ ໂຮງຮຽນ ມສ ຕົ້ນເຜີ້ງ, ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ ຫລາຍກວ່າ 300 ຄົນ ໄດ້ເຂົ້າຮ່ວມການທັດ ສະນະສຶກສາຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ໃນຕອນ ເຊົ້າວັນທີ 25 ມິຖຸນາ 2023 ນີ້, ພາຍຫລັງສໍາເລັດການເຂົ້າຮ່ວມແລກປ່ຽນບົດຮຽນກ່ຽວກັບການສຶກສາ ຕ້ານຢາເສບຕິດໃຫ້ແກ່ຊາວຫນຸ່ມຫລາຍປະເທດ ເຊີ່ງເປັນກິດຈະກໍາໜຶ່ງທີ່ເຂດເສດ ຖະກິດພິເສດດັ່ງກ່າວຈັດຂຶ້ນໃນໂອກາດສະເຫລີມສະຫລອງວັນສາກົນຕ້ານຢາເສບ ຕິດ ວັນທີ 26 ມິຖຸນາ ຄົບຮອບ 36 ປີ.

ຄະນະຄູອາຈານ ແລະ ນັກຮຽນທັງໝົດ ໄດ້ເຂົ້າຮ່ວມພິທີຕ້ອນຮັບເຮືອລາດຕະ ເວນປະຕິບັດກົດໝາຍຮ່ວມກັນ 4 ປະເພດ ຄື: ລາວ, ຈີນ, ໄທ ແລະ ມຽນມາ ຢູ່ດ່ານສາກົນສາມຫລ່ຽມຄໍາ, ຈາກນັ້ນ ໄດ້ໄປທັດສະນະສຶກສາຢູ່ເຂດດອນຊາວ ເພື່ອຢ້ຽມຊົມຫໍວາງສະແດງວັດທະນະທໍາ, ຫໍພິພິດຕະພັນຢາເສບຕິດ, ຈໍາລອງນາງເທບທິດາຕ້ານຢາເສບຕິດ ແລະ ອື່ນໆ ພາຍໃນເຂດດອນຊາວທີ່ຂຶ້ນກັບເຂດເສດຖະກິດພິເສດສາມຫລ່ຽມຄໍາ.

SA Game
Lao National Radio

ອາຈານ ສູນທອນ ວຽງສີມາ, ຜູ້ອໍານວຍການໂຮງຮຽນ ມສ ຕົ້ນເຜີ້ງ ໃຫ້ສໍາພາດວ່າ: ຈຸດປະສົງການນໍາພານັກຮຽນມາທັດສະນະສຶກສາໃນຄັ້ງນີ້ ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້ຜົນຮ້າຍ ກໍຄື ຜົນກະທົບທີ່ຈະຕາມມາຖ້າຫາກໄປພົວພັນກັບສິ່ງເສບຕິດ, ທັງຜົນຮ້າຍທີ່ຈະເກີດຂຶ້ນກັບຕົນເອງ, ຄອບ ຄົວ ແລະ ສັງຄົມ, ພ້ອມທັງຮູ້ໄດ້ວິທີປ້ອງ ກັນຕົນເອງຈາກຢາເສບຕິດຊະນິດຕ່າງໆ.

ປັດຈຸບັນ, ໂຮງຮຽນ ມສ ຕົ້ນເຜີ້ງ ມີນັກ ຮຽນທັງໝົດ 1.134 ຄົນ, ເຊີ່ງໃນໄລຍະຜ່ານມາ ມີນັກຮຽນໃນໂຮງຮຽນຈໍານວນໜຶ່ງພົວພັນກັບສິ່ງເສບຕິດ, ແຕ່ຍ້ອນທາງໂຮງຮຽນໄດ້ມີວິທີແກ້ໄຂດ້ວຍການຈັດຕັ້ງປະ ຕິບັດມາດຕະການຕ່າງໆ ຢ່າງເຂັ້ມງວດ ເຮັດໃຫ້ສາມາດແກ້ໄຂບັນຫາທີ່ເກີດຂຶ້ນໃນໂຮງຮຽນໄດ້ເປັນຢ່າງດີ ແລະ ເຮັດໃຫ້ໂຮງຮຽນໄດ້ຮັບການປະກາດເປັນໂຮງຮຽນປອດຢາເສບຕິດມາໄດ້ 3 ປີແລ້ວ.

SA Game
Lao National Radio

ສ່ວນ ນາງ ທັກຊີນາ ແດນພະເພັງ ແລະ ນາງ ຈິນດາ ແກ້ວນາລີ, ເຊີ່ງທັງສອງເປັນນັກຮຽນ ຊັ້ນ ມ7 ຈາກໂຮງ ຮຽນ ມສ ຕົ້ນເຜີ້ງ ຕ່າງໄດ້ສະແດງຄວາມຮູ້ສຶກດີໃຈທີ່ໄດ້ເຂົ້າຮ່ວມການທັດສະນະສຶກສາຄັ້ງນີ້ ເພາະໄດ້ຮຽນຮູ້ເພີ່ມຕື່ມຫລາຍຢ່າງກ່ຽວກັວຜົນຮ້າຍຂອງຢາເສບຕິດທີ່ນໍາເອົາແຕ່ຜົນເສຍມາໃຫ້ຕົນເອງ ແລະ ຜິດຕໍ່ກົດໝາຍ

ພ້ອມນີ້ ທັງສອງຄົນໄດ້ແນະນໍາໝູ່ເພື່ອນ ກໍຄື ເຍົາວະຊົນ ແລະ ຊາວໜຸ່ມທຸກຄົນໃຫ້ຕັ້ງໃຈສຶກສາຮໍ່າຮຽນ, ຢ່າຄິດລອງ ຫລື ຢາກຮູ້ຢາກເຫັນກ່ຽວກັບຢ່າເສບຕິດ ເພາະອາດຈະເຮັດໃຫ້ຕົນເອງກາຍເປັນຄົນຕິດຢາເສບຕິດ ເຊີ່ງຈະສ້າງຄວາມທຸກໃຈໃຫ້ພໍ່ແມ່ ແລະ ຍາດພີ່ນ້ອງຂອງຕົນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເບີ່ງ​ເມືອງ​ລາວ

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Lao National Radio