ສາທາ ລະນະລັດ ເກົາຫລີຊ່ວຍ​ເຫລືອ​ຊຸມ​ຊົນ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ທຳ​ມະ​ຊາດ

SA Game

ພາບ: ຂ​ປ​ລ.

ລັດຖະບານ ສ ເກົາຫລີ ຊ່ວຍເຫລືອ ເຂົ້າ 1.320 ໂຕນ ໃຫ້ ຜູ້ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ທຳ​ມະ​ຊາດ.

ເກົາ​ຫລີ ເປັນ​ປະ​ເທດ​ໜຶ່ງ​ທີ່​ເຂົ້າ​ມາ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ທາງ​ດ້ານ​ຕ່າງໆ​ໃນ​ລາວ, ໂດຍ​ສະ​ເພາະ​ກໍ​ແມ່ນ ຄ່ອຍ​ກ້າ ເປັນ​ໂຄງ​ການ​ຊ່ວຍ​ເຫລືອຂອງ ສ ເກົາ​ຫລີ ແລະ ຫລ້າ​ສຸດ ວັນທີ 23 ມິຖຸນາ 2021 ທີ່ນະຄອນຫລວງວຽງຈັນ, ລັດຖະບານ ແຫ່ງ ສາທາ ລະນະລັດ ເກົາຫລີ ໄດ້ນຳເອົາເຂົ້າສານຈ້າວ ຈຳນວນ 1.320 ໂຕນ ມູນຄ່າປະມານ 1,26 ລ້ານໂດລາສະຫະລັດ ມອບໃຫ້ແກ່ລັດຖະບານລາວ ເພື່ອຊ່ວຍເຫລືອຊຸມຊົນຜູ້ທີ່ໄດ້ຮັບຜົນກະທົບ ຈາກໄພພິ ບັດທໍາມະຊາດ ທີ່ເກີດຂຶ້ນ ໃນ ສປປ ລາວ ໂດຍຜ່ານອົງການອາຫານໂລກ.

ໃນ​ນັ້ນ, ກໍເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ຄະນະບໍລິຫານໄພພິບັດໃນລະດັບຊາດ ແລະ ທ້ອງຖິ່ນ ໃນວຽກງານແຈກຢາຍອາຫານສຸກເສີນ, ເຊິ່ງລວມທັງການກໍານົດເປົ້າໝາຍ ບັນດາຜູ້ທີ່ຈະໄດ້ຮັບຜົນປະໂຫຍດ, ລະບົບການ ແຈກຢາຍອາຫານ ລວມທັງລະບົບການຕິດຕາມນຳອີກ, ທ່ານ ຢານ ເດລບາເຣີ ຜູ້ຕາງໜ້າອົງການອາຫານໂລກ ປະຈໍາລາວ ໄດ້ກ່າວວ່າ:

SA Game
ພາບ: ຂ​ປ​ລ.

ເຂົ້າຈໍານວນໜຶ່ງ ຈະໄດ້ນໍາໃຊ້ເປັນເຂົ້າສໍາຮອງ ລວມໃນຂັ້ນສູນກາງ ໃນກໍລະນີທີ່ເກີດມີໄພພິບັດ ທີ່ບໍ່ທັນໄດ້ຄາດຄິດ, ເຂົ້າສໍາຮອງເຫລົ່ານີ້ ຈະຖືກນໍາໃຊ້ໂດຍອົງການອາຫານໂລກ ເພື່ອຮັບປະກັນວ່າ ບັນດາເຂົ້າເຫລົ່ານີ້ຈະເປັນປະໂຫຍດ ໃຫ້ແກ່ປະຊາຊົນຜູ້ທີ່ຕ້ອງການຄວາມຊ່ວຍເຫລືອຫລາຍທີ່ສຸດ ແລະ ສໍາລັບສ່ວນທີ່ເຫລືອຂອງເຂົ້າຈຳນວນໜຶ່ງ ແມ່ນຈະຖືກນໍາໃຊ້ເຂົ້າໃນກິດຈະກໍາຄວາມໝັ້ນຄົງທາງດ້ານສະບຽງອາຫານອື່ນໆ ຂອງອົງການອາຫານໂລກ ເປັນຕົ້ນ ເປັນເຂົ້າສໍາຮອງໃຫ້ແກ່ຊຸມຊົນໃນພື້ນທີ່ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ທາງທໍາມະຊາດເປັນປະຈໍາ.

ບັນດາເຂົ້າສໍາຮອງເຫລົ່ານີ້, ຈະເຮັດໜ້າທີ່ເປັນເຂົ້າສໍາຮອງຢູ່ໃນສາງເວລາສຸກເສີນ ແລະ ເກັບຮັກສາໄວ້ສໍາລັບເວລາທີ່ຂາດແຄນອາຫານ ໃນໄລຍະເວລາທີ່ຍັງບໍ່ມີຜົນຜະລິດ ແລະ ເຮັດໃຫ້ຊຸມຊົນສາມາດຊ່ວຍໂຕເອງໄດ້ ຈາກຄວາມຕ້ອງການເບື້ອງຕົ້ນ, ເຊິ່ງປະຊາຊົນ ສາມາດທົດແທນຄືນຈໍານວນທີ່ຢືມ ຕາມດອກເບ້ຍທີ່ໄດ້ຕົກລົງໄວ້ ຫລັງຈາກທີ່ພວກເຂົາໄດ້ຜົນເກັບກ່ຽວ.

ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງ ຄົມ ໄດ້ໃຫ້ຮູ້ວ່າ: ໃນປີ 2018 ລັດຖະບານ ສ.ເກົາຫລີ ກໍໄດ້ໃຫ້ການຊ່ວຍເຫລືອເຂົ້າກິນ ຜ່ານຄັງແຮເຂົ້າອາຊຽນບວກສາມ ຈໍານວນ 1.000 ໂຕນ ແລະ ປີ 2021 ຍັງຈະສືບຕໍ່ໃຫ້ການຊ່ວຍເຫລືອຜ່ານຄັງແຮເຂົ້າອາຊຽນຕື່ມອີກ ຈໍານວນ 700 ໂຕນ. ເຊັ່ນດຽວໃນຄັ້ງນີ້, ໄດ້ໃຫ້ການຊ່ວຍເຫລືອເຂົ້າກິນ ຈຳນວນ 1.320 ໂຕນ, ເຊິ່ງຄິດເປັນມູນຄ່າປະມານຫລາຍລ້ານໂດລາສະຫະລັດ ໂດຍຜ່ານກິດຈະກຳການຊ່ວຍເຫລືອສົງເຄາະ ແລະ ຟື້ນຟູໂຄ່ງລ່າງການຜະລິດ ຕິດພັນກັບການຄໍ້າປະກັນດ້ານສະບຽງອາຫານ, ໂດຍຈະມີຜູ້ໄດ້ຮັບຜົນປະໂຫຍດປະມານ 55.000 ຄົນ.

ທ່ານ ມູຮົງ ອິມ ເອກອັກຄະລັດຖະທູດ ແຫ່ງ ສ.ເກົາຫລີ ກ່າວວ່າ: ການຊ່ວຍເຫລືອດັ່ງກ່າວ,ແມ່ນເປັນປະໂຫຍດຫລາຍ ເພື່ອສ້າງຄັງເຂົ້າສໍາຮອງໃຫ້ມີຄວາມກຽມພ້ອມ ແລະ ເຂົ້າເຖິງໄດ້, ກັບໄພນໍ້າຖ້ວມທີ່ກໍາລັງເກີດຂຶ້ນທີ່ພວກເຮົາໄດ້ເຫັນນໍາກັນອີກ. ພວກເຮົາຂໍຂອບໃຈ ນໍາບັນດາເຈົ້າໜ້າທີ່ ເພື່ອຮັບປະກັນວ່າ ເຂົ້າຈາກການຊ່ວຍເຫລືອແມ່ນໄດ້ໄປເຖິງບັນດາຜູ້ທີ່ມີຄວາມຕ້ອງການຫລາຍທີ່ສຸດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂ​ປ​ລ.