ສະ​ຫລຸບລາຍ​ຈ່າຍ ແລະ ງົບ​ປະ​ມານ​ໃນ​ວຽກ​ງານ​ຕ້ານ​ໂຄວິດ-19 ຢູ່ ສ​ປ​ປ ລາວ

SA Game

ພາບ: laodaily.com.la

ສະຫຼຸບການເບີກຈ່າຍງົບປະມານ-ເງິນຄັງແຮລັດຖະບານ ໃນວຽກງານຕ້ານ ໂຄວິດ-19 ເບີກຈ່າຍແລ້ວ 55 ຕື້ກວ່າກີບ.

ວັນທີ 16 ມິຖຸນາ 2021 ຜ່ານມາທີ່ກະຊວງການເງິນ, ໜ່ວຍງານງົບປະມານ ແລະ ພະລາທິການ, ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະ ຍາດໂຄວິດ-19 ໄດ້ສະຫຼຸບທົບທວນການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ, ການເບີກຈ່າຍງົບປະມານການຊ່ວຍເຫຼືອ ແລະ ເງິນຄັງແຮລັດຖະບານເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ຮອບໃໝ່, ປຶກສາຫາລືບາງບັນຫາ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຂໍ້ຄົງຄ້າງ ແລະ ທິດທາງແຜນການໃນຕໍ່ໜ້າ.

ກອງປະຊຸມມີຂຶ້ນໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຂອງກະຊວງການເງິນ, ມີທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ເພັດສະໝອນ ພອນສະຫວັນ ຮອງຫົວໜ້າກົມງົບປະມານແຫ່ງລັດ, ທ່ານ ໜູເຊີຍ ພົມສີຈັນ ຮອງຫົວໜ້າຄັງເງິນແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

SA Game
ພາບ: laodaily.com.la

ທ່ານ ນາງ ເພັດສະໝອນ ພອນສະຫວັນ ໄດ້ລາຍງານໃຫ້ຮູ້ກ່ຽວກັບການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍງົບປະມານຮັບໃຊ້ວຽກງານການຕ້ານພະຍາດໂຄວິດ-19 ຊຶ່ງປະກອບມີການຕິດຕາມທີ່ເປັນເງິນ ແລະວັດຖຸທີ່ໄດ້ຮັບຈາກການປະກອບສ່ວນຈາກສັງຄົມທັງພາຍໃນ ແລະ ຕ່າງປະເທດ, ຕິດຕາມການນໍາໃຊ້ເງິນແຮລັດຖະບານ ແລະ ໄດ້ປະສານສົບທົບກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອຕິດຕາມເຄື່ອງຊ່ວຍເຫຼືອທີ່ເປັນເຄື່ອງອຸປະໂພກ ແລະ ບໍລິໂພກ.

ໃນໄລຍະຜ່ານມາໄດ້ນໍາໃຊ້ເງິນງົບປະມານ (ແຮລັດຖະບານ) ເຂົ້າໃນການຮັບໃຊ້ວຽກງານການຕ້ານພະຍາດໂຄວິດ-19 ຈໍານວນ 70 ຕື້ກີບ ໄດ້ເບີກຈ່າຍແລ້ວ 55,69 ຕື້ກວ່າກີບ ແລະ ເງິນປະກອບສ່ວນສັງຄົມເປັນເງິນກີບ ຈໍານວນ 27,61 ຕື້ກີບ ໄດ້ເບີກຈ່າຍແລ້ວຈໍານວນ 14,20 ຕື້ກີບ; ສ່ວນເປັນເງິນໂດລາສະຫະລັດຈໍານວນ 5,31 ລ້ານໂດລາ ແລະ ເປັນເງິນບາດຈໍານວນ 8,10 ລ້ານບາດ (ແມ່ນຍັງບໍ່ທັນໄດ້ຈ່າຍ).

ສໍາລັບລາຍຈ່າຍທີ່ໄດ້ຈ່າຍອອກໄປແລ້ວນັ້ນສ່ວນໃຫຍ່ແມ່ນໄດ້ນໍາໃຊ້ເຂົ້າໃນການຈັດຊື້ອຸປະກອນການແພດ ເຂົ້າໃນການປິ່ນປົວຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ແລະ ເຄື່ອງມືອຸປະກອນທີ່ໃຊ້ໃນການກວດຫາເຊື້ອພະຍາດ ແລະ ອື່ນໆ. ນອກນັ້ນ, ຍັງມີຫຼາຍພາກສ່ວນທີ່ໄດ້ແຈ້ງເຈດຈໍານົງທີ່ຈະມອບເປັນວັກແຊັງມີ 5 ບໍລິສັດທີ່ຍັງຄ້າງມອບຕາມເຈດຈໍານົງຈະມອບໃຫ້ລັດຖະບານເພື່ອຈັດຊື້ວັກແຊັງ 320.000 ໂດສລວມມູນຄ່າທັງໝົດ 8 ລ້ານໂດລາສະຫະລັດ.

ໃນກອງປະຊຸມດັ່ງກ່າວ, ຍັງໄດ້ລາຍງານການນໍາໃຊ້ງົບປະມານ, ຄວາມຕ້ອງການດ້ານອຸປະກອນ, ວັກແຊັງ ແລະ ເງິນເຄື່ອນໄຫວ, ການປະຕິບັດກົນໄກການຄຸ້ມຄອງເງິນສຸກເສີນ, ການເບີກຈ່າຍຂັ້ນທ້ອງຖິ່ນ, ການຕິດຕາມ, ຄຸ້ມຄອງເງິນ ແລະ ສັງລວມການປະກອບສ່ວນຂອງສັງຄົມ ແລະ ການຊ່ວຍເຫຼືອຕ່າງໆ ແລະ ລະບົບສາງເພື່ອຮອງຮັບ ແລະ ສາງກະຊວງແຮງງານ, ລວມທັງຂອບເຂດ ແລະ ກົນໄກປະຕິບັດໃນລະບົບຈັດຊື້.

ໂອກາດນີ້,ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ໄດ້ມີຄຳເຫັນໃຫ້ທິດຊີ້ນຳເພື່ອຮັບປະກັນໃຫ້ວຽກກງານສາທາລະນະສຸກ ສາມາດຈັດຕັ້ງປະຕິບັດວຽກງານການຕ້ານພະຍາດໂຄວິດ-19ໄດ້ຢ່າງຕໍ່ເນື່ອງ, ຮັບປະກັນໄດ້ທາງດ້ານງົບ ປະມານຈັດຊື້ອຸປະກອນການແພດ, ຈັດຊື້ວັກແຊງປ້ອງກັນພະຍາດໃຫ້ພຽງພໍຈໍາເປັນຕ້ອງໄດ້ຈັດສັນງົບປະມານໃຫ້ລະອຽດເຂົ້າໃຊ້ໃນສິ່ງທີ່ຈໍາເປັນ ແລະ ເລັ່ງດ່ວນ.

ພ້ອມທັງໃຫ້ການສັກວັກແຊັງເປັນຍຸດທະສາດຕົ້ນຕໍ. ສະນັ້ນ, ການທີ່ຈະເປີດປະເທດໄດ້ແມ່ນຕ້ອງສັກວັກແຊັງໃຫ້ໄດ້ຢ່າງໜ້ອຍ 50-60% ຂອງຈໍານວນພົນລະເມືອງທີ່ຢູ່ໃນຂົງເຂດຕົວເມືອງໃຫຍ່,ເທດສະບານ, ນະຄອນ ເພາະຖ້າບໍ່ສາມາດເປີດປະເທດໄດ້ແມ່ນຍາກທີ່ສຸດທີ່ຈະຟື້ນຟູເສດຖະກິດໄດ້ ໂດຍສະເພາະສຸມໃສ່ນະຄອນຫຼວງເປັນຫຼັກເພື່ອເປີດນະຄອນຫຼວງວຽງຈັນ, ເພາະເສດຖະກິດສ່ວນໃຫຍ່ແມ່ນຢູ່ນະຄອນຫຼວງວຽງຈັນ ແລະ ບັນດາຕົວເມືອງທີ່ມີພື້ນຖານເສດຖະກິດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com