ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຢ້ຽມ​ຢາມ​ກວດ​ກາ​ທາງ​ລົດ​ໄຟ​ລາວ-ຈີນ.

SA Game

ພາບ: pasaxon.org.la

ສະ​ມາ​ຊິກ​ສະ​ພາ​ລົງ​ກວດ​ສອບໂຄງການສ້າງທາງລົດໄຟລາວ-ຈີນ.

ຖື​ວ່າ​ໂຄງ​ການ​ຂອງ​ເສັ້ນ​ທາງ​ລ​ົດ​ໄຟ​ລາວ-ຈີນ​ນີ້​ໃກ້​ຈະ​ຮອດ​ເສັ້ນ​ໄຊ​ແລ້ວ​ຫັ​ຼງ​ການກວດ​ກາ​ຢ້ຽມ​ຢາມ​ຂອງ ສ​ສ​ຊ ຂອງ​ນະ​ຄອນ​ຫລວງວຽງ​ຈັນ​ໄດ້​ລົງ​ໄປ​ກວດ​ກາ​ເບິ່ງ​ຄວາມ​ຄືບ​ໜ້າ​ຂອງ​ໂຄງ​ການ​ນີ້ໃນ​ວັນ​ທີ 14 ພະ​ຈິກ ຜ່ານ​ມາ.

ສະມາຊິກ​ສະພາ​ແຫ່ງ​ຊາດ ສສຊ​ ທີ່​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ຊຶ່ງ​ນໍາ​ໂດຍ ທ່ານ ສາຍທອງ ແກ້ວ​ດວງ​ດີ ປະ​ທານ​ກໍາ​ມາ​ທິ​ການ​ກົດໝາຍ​ສະພາ​ແຫ່ງ​ຊາດ, ສສຊ ​ເຂດ 1 ນະ​ຄອນຫຼວງວຽງ​ຈັນ ຢ້ຽມຢາມບໍ​ລິ​ສັດ​ວິ​ສະ​ວະ​ກໍາ​ທາງ​ລົດໄຟ​ເລກ 2 ສປ ຈີນ ບ້ານ​ສົງ​ເປືອຍ ເມືອງ​ນາ​ຊາຍ​ທອງ ນະຄອນຫຼວງ​ວຽງ​ຈັນ (ນວ) ເພື່ອ​ຕິດຕາມ​ກວດກາ​ຄວາມ​ຄືບ​ໜ້າ​ໂຄງການ​ກໍ່ສ້າງ​ທາງ​ລົດໄຟ ລາວ​-​ຈີນ ໂດຍ​ໄດ້​ຮັບ​ການ​ຕ້ອນຮັບ​ຈາກ ທ່ານ​ທູດ​ເສດ​ຖະ​ກິດ ​ສປ ຈີນ ປະ​ຈໍາ​ລາວ, ຜູ້​ອໍາ​ນວຍ​ການ​ໃຫຍ່​ບໍລິສັດ​ວິ​ສະ​ວະ​ກໍາ​ທາງ​ລົດໄຟ​ເລກ 2.

SA Game
ພາບ: pasaxon.org.la

ໃນ​ໂອກາດ​ດັ່ງກ່າວ, ສສຊ ໄດ້​ຮັບ​ຟັງ​ການ​ລາຍ​ງານ​ຄວາມ​ຄືບ​ໜ້າການ​ກໍ່ສ້າງ​ເສັ້ນທາງ​ລົດໄຟ ຊຶ່ງ​ມາ​ຮອດ​ປັດຈຸບັນ​ການ​ກໍ່​ສ້າງ​ສໍາ​ເລັດ​ແລ້ວ 80% ໃນ​ນີ້​ແບ່ງ​ເປັນ​ໜ້າ​ວຽກ​ຕ່າງໆ​ຄື: ວຽກ​ວາງ​ຂາງ​ຂົວ ກວມ​ຫຼາຍ​ກວ່າ 95%, ວາງ​ລາງ​ລົດໄຟ​ຄືບ​ໜ້າ 56%, ກໍ່ສ້າງ​ສະຖານີ​ຄືບ​ໜ້າ 21% ແລະ ວຽກ​ງານ​ອື່ນໆ.

ໂອກາດ​ນີ້, ທ່ານ ສາຍ ທອງ ແກ້ວ​ດວງ​ດີ ຕາງໜ້າ​ໃຫ້​ກັບ​ຄະນະ​ຜູ້​ແທນ ສະແດງ​ຄວາມ​ຊົມເຊີຍ​ຕໍ່​ການ​ປະຕິບັດ​ໜ້າທີ່​ຂອງ​ພະນັກງານ​ທຸກໆ​ຄົນ ລວມ​ທັງ​ພາກສ່ວນ​ທີ່​ກ່ຽວຂ້ອງ​ທີ່​ໄດ້​ເອົາໃຈໃສ່​ໃນ​ການ​ປະ ຕິບັດ​ໜ້າທີ່​ຢ່າງ​ແຂງແຮງ ຈຶ່ງ​ເຮັດ​ໃຫ້​ໂຄງການ​ກໍ່ສ້າງ​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ຕໍ່​ເນື່ອງ, ມີ​ປະສິດທິພາບ ​ແລະ ​ປະສິດ​ທິ​ຜົນ​ສູງ

ພ້ອມ​ທັງ​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ ຈະ​ປຸກລະດົມ​ປວງ​ຊົນ​ຊາວ ນວ ກໍ​ຄື ປວງ​ຊົນ​ລາວ ໃຫ້ການ​ຮ່ວມ​ມື​ກັບໂຄງການ​ກໍ່ສ້າງ​ຢ່າງ​ຈິງ​ຈັງ ໂດຍ​ສະເພາະ ໃນ​ການ​ປົກ​ປັກ​ຮັກສາ​ເສັ້ນທາງ​ລົດໄຟ, ປ້ອງ​ກັນ​ບໍ່​ໃຫ້​ສັດລ້ຽງ​ເຂົ້າ​ໄປ​ໃນ​ບໍລິເວນ​ລົດໄຟ​ແລ່ນ​ຜ່ານ ເພື່ອ​ຄວາມ​ປອດ​ໄພ ແລະ ປ້ອງ​ກັນ​ອຸບັດເຫດ.

ໂຄງການ​ກໍ່ສ້າງ​ດັ່ງກ່າວ, ເລີ່ມ​ມາ​ແຕ່​ວັນ​ທີ 25 ທັນວາ 2016, ໄລຍະ​ກໍ່ສ້າງ 5 ປີ ແລະ ຈະ​ເປີດ​ນໍາ​ໃຊ້​ທ້າຍ​ປີ 2021, ນໍາ​ໃຊ້​ງົບປະມານ​ໃນ​ການ​ກໍ່ສ້າງ​ທັງ​ໝົດ 37.400 ຕື້​ຢວນ, ການ​ກໍ່ສ້າງ​ແບ່ງ​ອອກ​ເປັນ 2 ໄລຍະ​ຄື:

ແຕ່​ຢຸ່ຍ​ຊື ຫາ​ບໍ່​ຫ່ານ ມີ​ຄວາມ​ຍາວ 509 ກິໂລແມັດ, ແຕ່​ບໍ່​ເຕ່ນ ຫາ ນວ ຍາວ 422 ກິໂລແມັດ, ຖືກ​ອອກ​ແບບ​ດ້ວຍ​ຄວາມ​ໄວ 160 ກິໂລແມັດ​ຕໍ່​ຊົ່ວໂມງ, ມີ 32 ສະຖານີ ຊຶ່ງ​ເປັນ​ໂຄງການ​ບຸລິ​ມະ​ສິດ​ທໍາ​ອິດ ພາຍ​ໃຕ້​ຫົວຂໍ້​ລິ​ເລີ່ມ ໜຶ່ງ​ແລວ​ ໜຶ່ງ​ເສັ້ນທາງ ກາຍເປັນ​ສັນຍາ​ລັກ​ແຫ່ງ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະເທດ ລາວ​-​ຈີນ.

ນອກຈາກ​ນັ້ນ ຄະນະ​ຜູ້​ແທນ​ຍັງ​ໄດ້​ໄປ​ຢ້ຽມ​ຊົມ​ຫ້ອງ​ເຊື່ອມ​ຈອດ​ລາງ​ລົດໄຟ, ເຂດ​ເກັບ​ມ້ຽນ​ລາງ​ລົດໄຟ ແລະ ຂີ່​ລົດໄຟ​ໃນ​ຂະບວນ​ທົດ​ລອງ​ເພື່ອ​ຊົມ​ທັດ​ສະ​ນິ​ຍະ​ພາບ​ລະຫວ່າງ​ສອງ​ຟາກ​ທາງ​ຂອງ​ໂຄງການ​ກໍ່ສ້າງ​ທາງ​ລົດໄຟ​ອີກ​ດ້ວຍ.
(ຂ່າວ: ແສງ​ຈັນ)

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: pasaxon.org.la