ສະຫລອງບຸນປີໃໝ່ ປະຈຳຊາດທີ່ສູນວັດທະນະທຳຫວຽດນາມ ປະຈຳລາວ

SA Game

ຂປລ

ສູນວັດທະນະທຳຫວຽດນາມ ປະຈຳລາວ ຈັດ​ງານ​ສະ​ເຫລີມສະຫລອງບຸນປີໃໝ່ ຫວຽດ​ນາມ

ສູນວັດທະນະທຳຫວຽດນາມ ປະຈຳລາວ ໄດ້ຈັດງານລ້ຽງເພື່ອສະເຫລີມ ສະຫລອງບຸນປີໃໝ່ປະຈຳຊາດ ຫວຽດນາມ ສົ່ງທ້າຍປີເກົ່າ 2022 ແລະ ຕ້ອນຮັບປີ ໃໝ່ 2023 “ລະດູບານໃໝ່ ເບີກບານມ່ວນຊື່ນ-ບູນປີໃໝ່ ແຫ່ງຄວາມສາມັກຄີ ” ໃນຕອນຄ່ຳວັນທີ 21 ມັງກອນ 2023 ນີ້

ໂດຍມີ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທຽ່ວ, ທ່ານ ຫງວຽນ ຟຸກຊິງ ຮັກສາການຜູ້ອຳນວຍການສູນວັດທະນະທຳຫວຽດນາມ ປະຈຳລາວ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລວງຫລາຍ.

SA Game
ຂປລ

ທ່ານ ນາງ ໂຕທິ ແທງບິງ ຮອງຜູ້ອຳນວຍການສູນວັດທະນະທຳຫວຽດນາມ ປະຈຳລາວ ໄດ້ກ່າວບາງຕອນວ່າ: ປີ 2022 ເປັນປີທີ່ ພວກເຮົາຕັດສິນໃຈສູ້ຊົນທັງສອງຊາດ ເພີ່ມພູນສາຍສຳພັນ ມິດຕະພາບອັນຍິ່ງໃຫຍ່ ຄວາມສາສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ເພີ່ມທະວີການເຄື່ອນໄຫວ ສິລະປະ ວັດທະ ນະທຳ ແລະ ການທ່ອງທ່ຽວໃຫ້ຫລາຍຂຶ້ນນອນຢູ່ໃນຂອບເຂດ ປີແຫ່ງສາມັກຄີມິດຕະພາບ ລາວ-ຫວຽດນາມ

ພິເສດກໍແມ່ນ ງານສະເຫລີມສະຫລອງ ຄົບຮອບ 60 ປີ ວັນສ້າງຕັ້ງສາຍພົວພັນການທູດ ແລະ ວັນຄົບຮອບ 45 ປີ ສົນທິສັນຍາ ຮ່ວມມື ລາວ-ຫວຽດນາມ ເຊິ່ງທັງສອງປະເທດກໍໄດ້ຮ່ວມກັນຈັດຕັ້ງປະຕິບັດ ໃຫ້ກຽດເຂົ້າຮ່ວມໂດຍການນຳທັງສອງປະເທດ.

SA Game
ຂປລ

ພ້ອມນກັນນີ້, ທ່ານໄດ້ຕາງໜ້າໃຫ້ແກ່ ສູນວັດທະນະທຳຫວຽດນາມ ປະຈຳລາວ ສະແດງຄວາມຂອບໃຈໃນການຮ່ວມມືອັນແໜ້ນແຟ້ນ ກັບບັນດາກົມກອງ ທີ່ໄດ້ຜັນຂະຫຍາຍແຜນການຮ່ວມມືທາງດ້ານສິລະປະ ວັດທະນະທຳ ແລະ ການທ່ອງທ່ຽວ ລະຫວ່າງ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທຽ່ວ ລາວ ແລະ ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ.

ໃນໂອກາດນີ້, ທ່ານ ວັນສີ ກົວມົວ ກໍໄດ້ໃຫ້ຮູ້ວ່າ:

SA Game
ຂປລ

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ຮ່ວມກັບສູນວັດທະນະທຳຫວຽດນາມ ປະຈຳລາວ ຈັດກິດຈະກຳລາຍການສະແດງສິລະປະ-ວັດທະນະທຳ ເພື່ອຕ້ອນຮັບບຸນປະເພນີປີໃໝ່ຫວຽດນາມ ປີ 2023, ເຊິ່ງເປັນກິດຈະກຳທີ່ມີຄວາມໝາຍຄວາມສຳຄັນ, ທັງສ້າງບັນຍາກາດໃຫ້ມີຄວາມເບີກບານມ່ວນຊື່ນ ເພື່ອເພີ່ມທະວີການເຄື່ອນໄຫວແລກປ່ຽນວັດທະ ນະທຳ, ຍົກສູງການດຳລົງຊີວິດ ແລະ ການແບ່ງປັນຄວາມຮັກແພງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.