ກຽມ​ພົບ! ງານບຸນມະໂຫລານກາເຟ​ -​ ຊາ​ ແລະ ກະສິກຳພູພຽງບໍລະເວນ

SA Game

Lao National Radio

ເມືອງປາກຊ່ອງຈະ​ຈັດງານບຸນມະໂຫລານກາເຟ​ -​ ຊາ​ ແລະ ຜົນຜະລິດກະສິກຳພູພຽງບໍລະເວນ.

ເມືອງປາກຊ່ອງ​ ແຂວງຈຳປາສັກ ດິນແດນພູໄຟເກົ່າຖິ່ນກຳເນິດກາເຟລາວຈະ​ຈັດ ງານບຸນມະໂຫລານກາເຟ​ -​ ຊາ​ ພູພຽງບໍລະເວນ​ ແລະ ຜົນຜະລິດກະສິກຳ ປະ ຈຳປີ 2023 ເຊິ່ງຈັດໄດ້ຂຶ້ນຢ່າງຫຍິ່ງໃຫຍ່ ແລະເປັນຄັ້ງປະຫວັດສາດ ຢູ່ ໃນວັນທີ 2 -​ 4 ກຸມພາ 2023​, ທ່ານ ບຸນຍະເດດ​ ທອງ​ສະຫວັນ​ ກໍາມະການ​ພັກ​ແຂວງ​ ຫົວໜ້າ​ພະແນກ​ອຸດສາ ຫະ​ກໍາ​ ແລະ​ ການຄ້າ​ແຂວງ​ ໃຫ້ສໍາພາດວ່າ:

ການຈັດງານໃນຄັ້ງນີ້ ຈຸດປະສົງເພື່ອເປັນການສືບຕໍ່ຈັດຕັັ້ງປະຕິບັດແຜນພັດທະນາເສດຖະກິດ​ – ສັງຄົມຂອງແຂວງ ກໍຄືແຜນພັດທະນາວຽກງານຂະແໜງອຸດສາຫະກໍາປຸງແຕ່ງ ແລະ ການຄ້າ 5 ປີ ຄັັ້ງທີ IX ຂອງແຂວງຈໍາປາສັກ

ໃນການຊຸກຍູ້ສົົ່ງເສີມການຜະລິດເປັນສິນຄ້າຢູ່ພາຍໃນໃຫ້ເຂັັ້ມແຂງ, ທັງເປັນການສືບຕໍ່ຜັນຂະຫຍາຍໂຄງການງານບຸນກາເຟ​ – ຊາ ພູພຽງບໍລະເວນໃນແຕ່ລະປີ ຕິດພັນກັບການສົົ່ງເສີມດ້ານການຕະ ຫຼາດ ໃຫ້ໄດ້ຮັບການຈັດຕັັ້ງປະຕິບັດເປັນລະບົບຕໍ່ເນືີ່ອງ ແລະ ກາຍເປັນບຸນປະ ເພນີຂອງ ແຂວງຈາປາສັກ,ເພື່ອໂຄສະນາເຄືີ່ອງໝາຍການຄ້າກາເຟແຂວງຈໍາປາສັກ, ພັດທະນາກາເຟຄຸນນະພາບສູງ, ປະກອບສ່ວນຍົກລະດັບຄຸນຄ່າ ແລະ ຢັັ້ງຢືນເຖິງຖານະບົດບາດກາເຟລາວ ກໍຄືຂອງແຂວງຈໍາປາສັກບົນເວທີຕະຫຼາດໂລກ​ .

SA Game
Lao National Radio
ທ່ານ​ ບຸນຍະເດດ​ ທອງ​ສະຫວັນ​ ກ່າວຕື່ມວ່າ: ຄວາມຄືບໜ້າໃນການກະກຽມ​ຈັດງານມາຮອດປັດຈຸບັນມີຄວາມພ້ອມເປັນສ່ວນຫລາຍແລ້ວ
ສຳລັບງານວາງສະແດງສິນຄ້າ ແລະ ພິທີເປີດຈັດງານບຸນມະໂຫລານ ກາເຟ -ຊາ ຈະຈັດຂຶ້ນທີ່ ຕະຫຼາດສະບາຍດີປາກຊ່ອງຫຼັງໃໝ່,​ ກໍານົດວັນຈັດງານ 3 ວັນ ເລີ່ມເປີດພິທີແຕ່ຕອນບ່າຍວັນທີ​ 2 ໄປຮອດ ວັນທີ 4 ກຸມພາ 2023 .​ ຄາດຄະເນຈະມີຫົວໜ່ວຍທຸລະກິດເຂົ້າຮ່ວມງານວາງສະແດງ ແລະ ຈໍາໜ່າຍສິນຄ້າຄັັັ້ງນີ້ຈໍານວນ 30 ຫົວໜ່ວຍ, ລວມມີ​ 50 ຫ້ອງ ຄື: ຫົວໜ່ວຍກຸ່ມຜູ່ຜະລິດ, ສະຫະກອນກາເຟ – ຊາ,​ ບໍລິສັດເກັບຊື້​ ແລະ ສົົ່ງອອກກາເຟ.
ສະມະຄົມກາເຟລາວ, ສະມາມະຄົມຫັດຖະກໍາ, ໂຮງງານອຸດສາຫະກໍາປຸງແຕ່ງ,​ ທະນາຄານທຸລະກິດ, ທຸລະກິດຈໍາໜ່າຍພະຫານະ, ກຸ່ມຜະລິດສິນຄ້າ ໂອດັອບ -​ ຫັດຖະກໍາ ແລະ ທຸລະກິດ ຊື​້ – ຂາຍຜະລິດຕະພັນກາເຟອື່ນໆອີກ.

ສ່ວນກອງປະຊຸມສໍາມະນາ ຈະຈັດຂື້ນໃນຕອນເຊົ້າວັນທີ 3 ກຸມພາ 2023​ ຢູ່ໂຮງແຮມປາກຊ່ອງແດນງາມ ເມືອງປາກຊ່ອງ.​ ຈະມີຜູ້ແທນມາຈາກອົງການຈັດຕັ້ງສາກົນ, ຜູ້ຊ່ຽວຊານ ທີ່ມີປະສົບການທາງດ້ານການສົ່ງເສີມການຄ້າ​ ແລະ​ ການລົງທຶນ, ສະພາການຄ້າ ແລະ ອຸດສາຫະກໍາ (ສຄອ)​ ແຫ່ງຊາດ, ສາມະຄົມກາເຟລາວ, ສະຫະກອນຊາ, ນັກທຸລະກິດພາກສ່ວນອື່ນໆ ປະມານ 30 ພາກສ່ວນ ເຂົ້າຮ່ວມ.

SA Game
Lao National Radio

ສ່ວນ ຫົວຂໍ້ສໍາມະນາ ໄດ້ກໍານົດ 5 ຫົວຂໍ້​ ຄື: ການຊຸກຍູ້ ແລະ ສົ່ງເສີມການຜະລິດກະສິກໍາເປັນສິນຄ້າ; ການເຊື່ອມໂຍງດ້ານການຄ້າ, ການຕະຫຼາດ, ແລະ ມາດຕະຖານສິນຄ້າ; ຂະບວນການຜະລິດ ແລະ ທິດທາງຕະຫຼາດກາເຟ ສູ່ສາກົນ; ແຜນການຮັບມືກັບການປ່ຽນແປງສະພາບດິນຟ້າອາກາດເຂດເມືອງປາກຊ່ອງ ແລະ ຫົວຂໍ້ຂະບວນການຜະລິດຊາ ແລະ ທິດທາງຈຳໜ່າຍສູ່ຕະຫຼາດ ສາກົນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Lao National Radio