ສວຍງາມແທ້ໆ! ພູຫຍ້າຄາ ບ້ານຫຼັກ32 ເມືອງໄຊ ແຂວງອຸດົມໄຊ

SA Game

ຄົ ນ ເ ດີ ນ ທ າ ງ W a l k e r T r a i l

ພູຫຍ້າຄາ ບ້ານຫຼັກ32 ເມືອງໄຊ ແຂວງອຸດົມໄຊ ທຳມະຊາດອັນສວຍງາມທີ່ຕ້ອງໄດ້ໄປສຳພັດ

ຈາກຂໍ້ມູນຂອງເພຈ ຄົນເດີນທາງ ໄດ້ນຳເອົາຂໍ້ມູນສະຖານທີ່ທີ່ສວຍງາມ ແລະ ໜ້າໄປທ່ຽວ, ເຊິງຂ້າພະເຈົ້າກໍໄດ້ເປັນແຟນເພຈເພີນຜູ້ໜຶ່ງເຫັນວ່າຫລາຍໆສະຖານທີ່ທ່ອງທ່ຽວທີ່ເພຈເພີນເອົາມາລົງສວຍງາມຫລາຍພໍດີຢາກແຊສິງນີ້ເພື່ອໃຫ້ຫລາຍທ່ານໄປລອງສຳພັດເບິ່ງ, ເຊິງທາງເພຈໄດ້ຈັດທຼີບສຳຫຼວດເສັ້ນທາງພູຫຍ້າຄາ ບ້ານຫຼັກ 32 ເມືອງໄຊ ແຂວງອຸດົມໄຊ, ທີ່ຫຼາຍຄົນຮູ້ຈັກໃນນາມພູຫຍ້າຄາ ຫົວພະຍາງູໃຫຍ່ ຫລື ຫີນເກັດງູ.

ເຊິງທາງເພຈເພີນໄດ້ນຳສະເໜີພາບບັນຍາກາດ ແລະ ເລື່ອງເລົ່າການເດີນທາງສຳຫຼວດເສັ້ນທາງທະລຸໃຫມ່ເຂົ້າເຖິງຈຸດຊົມວີວພູຫຍ້າຄາ ເຊິງເປັນອີກຈຸດໝາຍປ່າຍທາງຂອງການທ່ອງທ່ຽວທີ່ໂດດເດັ່ນອີກແຫ່ງໜຶງຂອງແຂວງອຸດົມໄຊ ເປັນຈຸດແຄ້ມປິ້ງ, ຊົມວີວທຳມະຊາດຫີນແປກປະຫຼາດ.

SA Game
ຄົ ນ ເ ດີ ນ ທ າ ງ W a l k e r T r a i l

ປະຈຸບັນໄດ້ມີການທະລຸທາງຂຶ້ນໄປຫາຈຸດເດີນຍົນເກົ່າ ແລະ ກ່າຍຈຸດຫົວພະຍາງູໃຫຍ່ແລ້ວ. ເຊິງສາມາດຂີ່ລົດຂຶ້ນໄປຮອດຈຸດເດີນຍົນເກົ່າໄດ້ເລີຍ ພຽງແຕ່ 8 ກິໂລແມັດເທົ່ານັ້ນ ຖ້າທາງແຫ້ງດີບໍ່ມີຝົນຕົກ ແມ່ນໃຊ້ເວລາໃນການເດີນທາງປະມານ 20 ນາທີກໍ່ຮອດແລ້ວ.

SA Game
ຄົ ນ ເ ດີ ນ ທ າ ງ W a l k e r T r a i l

#ເລື່ອງເລົ່າການເດີນທາງ: ໃນຕອນແລງວັນທີ 27 ທີມງານອ້າຍນ້ອງມັກຮັກການເດີນທາງທ່ອງທ່ຽວ 5 ສະຫາຍ ໄດ້ລວມຕົວກັນແລະອອກເດີນທາງໄປສຳຫຼວດເສັ້ນທາງຕາມແຜນແມ່ນມີເປົ້າໝາຍຂຶ້ນໄປແຄ້ມປິ້ງເທິງຈອມພູເຂດກຳແພງຫີນເກັດງູ ແລະ ຫີນປາໂລມາ ແຕ່ລະຫວ່າງການເດີນທາງໄດ້ມີຫ່າຝົນໃຫຍ່ໜຶງຕົກລົງມາໃສ່ເຂດເສັ້ນຂຶ້ນຫາຈອມພູ ແຕ່ທີມງານກໍບໍ່ປະລະຈະໄປຕາມແຜນ.

SA Game
ຄົ ນ ເ ດີ ນ ທ າ ງ W a l k e r T r a i l

ເມື່ອໄປຮອດບ້ານຫຼັກ 32 ທີມງານກໍ່ໄດ້ຂີ່ລົດເຂົ້າໄປປະມານ 3 ກິໂລແມັດ ເພື່ອເຊັກເບີງສະພາບເສັ້ນທາງເຂົ້າໄປກໍ່ເຫັນວ່າສະດວກແລະແຫ້ງດີ ຈົນມີອ້າຍນ້ອງຜູ້ໜຶງໃນທີມເວົ້າຂຶ້ນມາວ່າ “ສະບາຍກາຍ ຫຼື ສະບາຍໂພດ” ແບບນີ້. (ຈົນເປັນທີມາຂອງຊື່ທຼີບນີ້) ແຕ່ຈະສະບາຍແບບໃດ່ນັ້ນໄປຊົມພາບກັນກ່ອນ ແລ້ວແອັດຈະມາເລົ່າຕໍ່ໃນວີດີໂອການເດີນທາງໃນໂພດຕໍ່ໄປ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຄົ ນ ເ ດີ ນ ທ າ ງ W a l k e r T r a i l