ສ​ປ​ປ ລາວ ເຜີຍແຜ່ດໍາລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ

SA Game

ກະຊວງການເງິນ

​ນະ​ຄອນຫຼວງວຽງ​ຈັນ ເຜີຍແຜ່ດໍາລັດວ່າດ້ວຍລົດຂອງລັດ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍໃຫ້​ປະ​ກົດ​ຜົນ

ໃນວັນທີ 23 ພະຈິກ 2022 ຜ່ານ​ມາ​ນີ້, ນະຄອນຫລວງວຽງຈັນ ເຜີຍແຜ່ດໍາລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021 ແລະ ນິຕິກໍາກ່ຽວຂ້ອງ  ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນເຂົ້າໃຈຢ່າງລະອຽດ ຈະແຈ້ງ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍໃນຂົງເຂດວຽກງານທີ່ຕົນຮັບຜິດຊອບຢ່າງມີປະສິດທິຜົນ ໂດຍມີ ທ່ານ ສົມບູນ ແກ່ນປະເສີດ ຫົວໜ້າພະແນກຄຸ້ມຄອງສັງຫາລິມະຊັບ ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ, ມີຜູ້ຕາງໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ບັນດາພະແນກການ, ອົງການ ເຈົ້າເມືອງ-ຮອງເຈົ້າເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ ໄດ້ມີຄຳເຫັນວ່າ: ການຈັດຕັ້ງຜັນຂະຫຍາຍນະໂຍບາຍການຄຸ້ມຄອງນໍາໃຊ້ລົດບໍລິຫານລັດ ຕາມດໍາລັດສະບັບເລກທີ599/ລບ, ລົງວັນທີ 29 ກັນຍາ 2021, ຕ້ອງໄດ້ພ້ອມກັນກວດກາຕີລາຄາ ແລະ ປະເມີນຜົນຄືນນັບແຕ່ສູນກາງຮອດທ້ອງ ຖິ່ນທີ່ຕິດພັນກັບການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ, ໄລຍະຜ່ານມານະຄອນຫລວງວຽງຈັນ ໄດ້ຖືເອົາວຽກດັ່ງກ່າວເປັນບັນຫາສໍາຄັນຂອງອົງຄະນະພັກ ນວ

SA Game
ກະຊວງການເງິນ

ໂດຍໄດ້ແຕ່ງຕັ້ງຄະນະກໍາມະການຮັບຜິດຊອບອອກເປັນຂໍ້ຕົກລົງຂອງທ່ານເຈົ້າຄອງ ນວ 3 ສະບັບຄື: ເລກທີ 596/ຈນວ ລົງວັນທີ 30 ກໍລະກົດ 2021 ເພື່ອກວດກາເກັບກໍາສະຖິຕິພາຫະນະ ທີ່ມີບັນຊີໃນການຄຸ້ມຄອງຂອງ ນວ ກ່ອນດໍາລັດວ່າດ້ວຍລົດຂອງລັດຈະຈັດຕັ້ງປະຕິບັດ, ຈາກນັ້ນ ຈຶ່ງໄດ້ປັບປຸງເປັນຂໍ້ຕົກລົງສະບັບເລກທີ 203/ຈນວ, ລົງວັນທີ 9 ມີນາ 2022 ແລະ ສະບັບເລກທີ 590/ຈນວ, ລົງວັນທີ 18 ກໍລະກົດ 2022 ເພື່ອຊີ້ນໍາໃນການກວດກາເກັບກໍາຂໍ້ມູນສະຖິຕິ ແລະ ຄົ້ນຄວ້ານະໂຍບາຍການຄຸ້ມຄອງນໍາໃຊ້ພາຫະນະຂອງລັດທົ່ວ ນວ ແລະ ໄດ້ແຕ່ງຕັ້ງກອງເລຂາຈໍານວນໜຶ່ງ ເພື່ອຊ່ວຍວຽກການຈັດຕັ້ງປະຕິບັດວຽກງານດັ່ງ ກ່າວ, ໄລຍະຜ່ານມາໄດ້ເກັບກໍາສະຖິຕິພາຫະນະທີ່ຂຶ້ນກັບການຄຸ້ມຄອງຂອງ ນວ (36 ພະແນກການ-ອົງການທຽບເທົ່າ ແລະ 9 ເມືອງ) ໄດ້ທັງໝົດ 1.927 ຄັນ.

ໃນນີ້, ລົດໃຫຍ່ຈໍານວນ 861 ຄັນ, ລົດຈັກ 1.066 ຄັນ; ໄດ້ສັງລວມແຍກໃຫ້ເຫັນພາຫະນະທີ່ນໍາໃຊ້ເກີນ 10 ປີ, ພາຫະນະທີ່ພະນັກງານບໍານານນໍາໃຊ້ຍົກຍ້າຍໜ້າທີ່ແລ້ວເອົາໄປນໍາ, ພາຫະນະເປ່ເພໃຊ້ການບໍ່ໄດ້ ແລະພາຫະນະທີ່ຍັງນໍາໃຊ້ຢູ່ໃນວຽກງານບໍລິຫານຕົວຈິງ. ນອກນີ້, ຍັງໄດ້ຄົ້ນຄວ້າຜັນຂະຫຍາຍເພື່ອອອກລະບຽບການໃນການຄຖ້ມຄອງນໍາໃຊ້ວິຊາການຮັບຜິດຊອບ ໄດ້ເຂົ້າຮ່ວມຝຶກອົບຮົມການນໍາໃຊ້ໂປແກຣມ AMIS ເພື່ອກຽມປ້ອນຂໍ້ມູນສະຖິຕິພາຫະນະເຂົ້າໃນຖານຂໍ້ມູນ ເພື່ອກຽມຕິດກາໝາຍສະຕິກເກີ້ ໃສ່ລົດບໍລິຫານລັດແຕ່ລະຄັນໃນຂັ້ນຕໍ່ໄປ, ນວ ໄດ້ຈັດຕັ້ງຜັນຂະຫຍາຍໄດ້ດີສົມຄວນຖ້າທຽບໃສ່ທ້ອງຖິ່ນອື່ນໆ.

SA Game
ກະຊວງການເງິນ

ສະນັ້ນ, ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນເຂົ້າໃຈຢ່າງລະອຽດ, ຈະແຈ້ງ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍ ໃນຂົງເຂດວຽກງານທີ່ຕົນຮັບຜິດຊອບຈໍາເປັນຕ້ອງໄດ້ຮັບຮູ້-ເຂົ້າໃຈຕໍ່ນິຕິກໍາຕ່າງໆ, ຈຶ່ງໄດ້ພ້ອມກັນເຊື່ອມຊຶມ ນິຕິກໍາສໍາຄັນຕ່າງໆ ເປັນຕົ້ນ ດໍາລັດວ່າດ້ວຍລົດລັດ ສະບັນເລກທີ 599/ລບ, ຄໍາແນະນໍາຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີກ່ຽວກັບການຈັດຕັ້ງປະຕິບັດດໍາລັດວ່າດ້ວຍລົດລັດ ສະບັບເລກທີ 599/ລບ, ສະບັບເລກທີ 02/ຫສນຍ, ຄໍາແນະນໍາກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ລົດບໍລິຫານຂອງລັດສະບັບເລກທີ 0393/ກງແລະ ພ້ອມກັນປະກອບຄໍາເຫັນແລກປ່ຽນ ເພື່ອໃຫ້ເຂົ້າໃຈ ແລະ ພ້ອມກັນນໍາໄປຈັດຕັ້ງປະຕິບັດດ້ວຍຄາວມເປັນເອກະພາບ ແລະ ມີປະສິດທິຜົນສູງ.

ໃນວັນດຽວກັນນີ້, ຍັງໄດ້ພິທີຕິດແຜ່ນກາໝາຍນໍາໃຊ້ລົດທີ່ມີ QR Codeໃຫ້ແກ່ລົດທີ່ໃຊ້ວຽກງານບໍລິຫານ ແລະ ວຽກງານວິຊາສະເພາະ ອີກດ້ວຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກະຊວງການເງິນ