ວັນສ້າງຕັ້ງ ຫ້ອງວ່າການສູນກາງພັກ ຄົບຮອບ 68 ປີ ສ​ປ​ປ ລາວ

SA Game

ຂປລ.

ພິທີສະເຫລີມສະຫລອງ ວັນສ້າງຕັ້ງ ຫ້ອງວ່າການສູນກາງພັກ ຄົບຮອບ 68 ປີ ທີ່ຫ້ອງວ່າການ

ຄົບຮອບ 68 ປີ ວັນສ້າງຕັ້ງຫ້ອງວ່າການສູນກາງພັກ ຫ້ອງວ່າສູນກາງພັກ ຈັດພິທີສະເຫລີມສະຫລອງ ວັນສ້າງຕັ້ງຫ້ອງວ່າການສູນກາງພັກພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ, ມີສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ບັນດາ ສະຫາຍ ການນຳຫ້ອງວ່າການສູນກາງພັກ, ຕະຫລອດຮອດ ພະນັກງານ-ລັດຖະກອນ ທົ່ວຫ້ອງວ່າການສູນກາງພັກ ແລະ ແຂກຖືກເຊີນຈາກ ບັນດາອົງການພັກ ອ້ອມຂ້າງຫ້ອງວ່າການສູນກາງພັກ ເຂົ້າຮ່ວມ.

ໃນພິທີ, ສະຫາຍ ທອງສະລິດ ມັງໜໍ່ເມກ ໄດ້ຫວນຄືນ ປະຫວັດມູນເຊື້ອ ແລະ ຜົນສຳ ເລັດ ຂອງຫ້ອງວ່າການສູນກາງພັກ ຕະຫລອດໄລຍະ 68 ປີຜ່ານມາ ໂດຍໄດ້ຍົກໃຫ້ເຫັນຄວາມເປັນມາ, ວິລະກຳອັນລ້ຳເລີດ, ຜົນສຳເລັດອັນໃຫຍ່ຫລວງ ແລະ ບົດຮຽນອັນອຸດົມສົມບູນ, ລະອິດລະອ້ຽວ ເຕັມໄປດ້ວຍສິ່ງທ້າທາຍທົດສອບນາໆປະການໃນແຕ່ລະໄລຍະ ຂອງຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງຫ້ອງວ່າການສູນກາງພັກ ກໍຄື ການປະຕິບັດໜ້າທີ່ ທີ່ຕິດພັນກັບວຽກງານການເປັນເສນາທິການ ໃຫ້ແກ່ຄະນະບໍລິຫານງານສູນກາງພັກ

SA Game
ຂປລ.

ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ໄດ້ຍົກເອົາມູນເຊື້ອທາດແທ້ປະຕິວັດ, ບົດຮຽນຂອງຫ້ອງວ່າການສູນກາງພັກຈຳນວນໜຶ່ງ ເປັນຕົ້ນ ບົດບາດຄວາມສຳຄັນ ໃນການເປັນເສນາທິການໃຫ້ກັບສູນກາງພັກ, ໜ້າທີ່ຄວາມຮັບຜິດຊອບ ແລະ ຜົນງານທີ່ຍາດມາໄດ້ຕະລອດໄລຍະ 68 ປີທີ່ຜ່ານມາ.ພ້ອມນີ້, ຍັງໄດ້ມີພິທີມອບໃບຍ້ອງຍໍ ໃຫ້ຜູ້ທີ່ມີຜົນງານດີເດັ່ນປະຈໍາປີ 2022 ເຊິ່ງປະເພດ I ມີ 123 ສະຫາຍ, ປະເພດ II ມີ 134 ສະຫາຍ ແລະ ປະເພດ III ມີ 16 ສະຫາຍ.

ໃນໂອກາດອັນມີຄວາມໝາຍສຳຄັນນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ມີບາງຄໍາເຫັນເນັ້ນໃຫ້ຫ້ອງວ່າການສູນກາງພັກ ພ້ອມກັນສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອ ແລະ ຜົນງານ ທີ່ຍາດມາໄດ້ໃນໄລຍະຜ່ານມາ ໃຫ້ເຂົ້າສູ່ລວງເລິກ ແລະ ແຂງແຮງກວ່າເກົ່າ

ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ກຳແໜ້ນແນວທາງຂອງພັກ, ລະບຽບກົດໝາຍ

ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ຕາມທິດກະທັດຮັດ, ມີປະສິດທິຜົນ, ກຳ ນົດພາລະບົດບາດ, ສິດໜ້າທີ່, ຄົ້ນຄວ້າຕຳແໜ່ງງານ ໃຫ້ຈະແຈ້ງ ແລະ ປະກອບພະນັກງານ ໃຫ້ແທດເໝາະ, ສ້າງພະນັກງານຫ້ອງວ່າການ ໃຫ້ເປັນມືອາຊີບ, ເປັນຜູ້ຊ່ຽວຊານຊຳນານງານແຕ່ລະດ້ານ; ກໍານົດກົນໄກ, ລະບອບລະບຽບການເຄື່ອນໄຫວວຽກງານ ໃຫ້ມີຄວາມໂລ່ງລ່ຽນ, ທັນສະ ໄໝ, ວ່ອງໄວ.

SA Game
ຂປລ.

ໃນນີ້, ຕ້ອງເພີ່ມທະວີການປະສານສົມທົບ ກັບບັນດາອົງການຂອງພັກ ເພື່ອຊ່ວຍກົມການເມືອງ, ຄະນະເລຂາທິການສູນກາງພັກ ຕິດຕາມ, ຊຸກຍູ້, ຊີ້ນໍາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິຕ່າງໆ ຂອງຄະນະບໍລິຫານງານສູນກາງພັກ, ຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ

ເພີ່ມທະວີການນໍາພາຂອງຕົນ ຕໍ່ທຸກຂົງເຂດວຽກງານໃຫ້ແທດເຖິງ, ສ້າງການຫັນປ່ຽນ ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ໃນນີ້ ຕ້ອງຫັນໃຫ້ເປັນລະບຽບການ, ເປັນຂໍ້ແຂ່ງຂັນ ເພື່ອໃຫ້ແຕ່ລະກົມ ແລະ ສະມາຊິກພັກ, ພະນັກງານ-ລັດຖະ ກອນ ສູ້ຊົນປະຕິບັດ; ເພີ່ມຄວາມເອົາໃຈໃສ່ໃນການນຳພາ-ຊີ້ນຳ ບັນດາອົງການຈັດຕັ້ງມະຫາຊົນ ຢູ່ພາຍໃນຫ້ອງວ່າການສູນກາງພັກ ໃຫ້ມີການເຄື່ອນໄຫວທີ່ແຂງແຮງກວ່າເກົ່າ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຫ້ອງວ່າການສູນກາງພັກ