ວັດ​ປ່າ​ພູ​ເຂົາ​ຄວາຍ ອີກ​ໜຶ່ງ​ສະ​ຖານ​ທີ່​ສັກ​ສິດທີ່​ປະ​ຊາ​ຊົນ​ລາວ​ໄປ​ກາບ​ໄວ້

SA Game

ອີນ​ໄຊ​ລາວ

ວັດປ່າພຣະບາດພູເຂົາຄວາຍ ດິນແດນແຫ່ງອະຣິຍະທຳ ແລະ​ ທຳມະຊາດ​ທີ່​ລໍ້າ​ຄ່າ.

ວັດປ່າພູເຂົາຄວາຍແມ່ນ​ວັດ ແລະ ສະ​ຖານ​ທີ​ສັກ​ສິດ​ແຫ່ງ​ໜຶ່ງ​ທີ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ມັກ​ໄປ​ສັກ​ຄະ​ລະ​ບູ​ຊາ​ເຫລື້ອມ​ໃສ່, ເຊິງ​ໃນ​ແຕ່​ລະ​ປີ​ຈະ​ມີ​ບັນ​ດາ​ຍາດ​ໂຍມ​ຜູ້​ມີ​ໃຈ​ບູນ ເຫລື້ອມ​ໃສ​ໃນ​ສາ​ສະ​ໜາ​ເຂົ້າ​ມາ​ກາບ​ໄວ້​ຂໍ​ພອນ​ເປັນ​ປະ​ຈຳ, ວັດປ່າພູເຂົາຄວາຍ ແມ່ນຄົ້ນພົບຮອຍພະບາດ ໃນປີ 1991 ຈາກນັ້ນຕໍ່ມາໃນປີ 1997 ໄດ້ຮັບ ການສ້າງຕັ້ງຂຶ້ນ ແລະ ພັດທະນາຕະຫລອດມາ ຮອດປັດຈຸບັນນີ້.

ວັດແຫ່ງນີ້ ຕັ້ງຢູ່ບ້ານນາຍາງ ເມືອງທຸລະຄົມ ແຂວງວຽງຈັນ, ການເດີນທາງ​ຈາກ​ ນະຄອນຫຼວງວຽງຈັນ​ ແມ່ນໄປຕາມທາງເລກ 10 ປະມານ 25 ກິໂລແມັດ ລ້ຽວຂວາ ເຂົ້າໄປຜ່ານບ້ານນານົກຂຸ້ມ ແລະ ບ້ານນາຍາງ ຕື່ມປະມານ 3 ກິໂລແມັດເຫັນປະຕູ​ໂຂງໃຫຍ່, ເຊິງວັດ​ແຫ່ງ​ນີ້​ໄດ້​ປັບ​ປຸງ ແລະ ສ້​າງ​ເສັ້ນ​ທາງ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ປະ​ຊາ​ຊົນ​ທີ່​ເດີນ​ທາງ​ໄປ​ມາ​ຂົງ​ເຂດ​ນີ້.

SA Game
ອີນ​ໄຊ​ລາວ

ເມື່ອຜ່ານປະຕູ​ໂຂງວັດລ້ຽວຊ້າຍເຂົ້າໄປທາງໃນ ຈະເຫັນອົງພະທາດ ກວມຮອຍພະບາດ, ພະທາດໜ່ວຍນີ້ ເປັນ ຮູບຈຳລອງບ່ອນພະພຸດທະອົງ ຊົງຕັດສະຣູ້, ຕໍ່ດ້ວຍທາດນ້ອຍ​4 ໜ່ວຍຢູ່ແຈ ສູງ 7 ແມັດ ທີ່​ມີຮູບຊົງລວດລາຍ ແບບປານີດ ວິຈິດບັນຈົງ ແລະ ງົດງາມ, ມີສາລາໂຮງທຳຕັ້ງຢູ່ເທິງແຜ່ນຫີນດານໃຫຍ່, ມີສະຖານທີ່ຈຳລອງທີ່ພະພຸດທະອົງ ຊົງປະຣິນິບພານ, ມີພະພຸດທະຮູບໃຫຍ່ປາງໃສຍາດ, ມີສວນລຸມພິນີ ຈຳລອງວັນທີ່ພະພຸດທະອົງຊົງປະສູດ,​ ມີຮູບປັ່ນສັດໃນປ່າຫິມະພານ ແລະ​ ອື່ນໆ.​

SA Game
ອີນ​ໄຊ​ລາວ

ຕາມ​ການ​ຊາ​ລື​ກັນ​ວ່າ ມີ​ຄັ້ງ​ໜຶ່ງ​ຫລວງ​ພໍ່​ຄູນ​ເຄີຍ​ມາ​ນັງ​ສະ​ມາ​ທິ​ຢູ່​ບໍ​ລິ​ເວນ​ພູ​ເຂົາ​ຄວາຍ​ແຫ່ງ​ນີ້ ແລະ ໄດ້​ປາບ​ບັນ​ດາ​ປີ​ສາດ ຫລື ສິ່ງ​ຊົວ​ຮ້າຍ​ທີ່​ມາ​ລົບ​ກວນ​ຢາ​ພໍ່ ແລະ ໄດ້​ສະ​ແດງ​ອິດ​ທິ​ລິດ​ຢູ່​ນີ້.

ນອກຈາກນີ້ ວັດດັ່ງກ່າວ ຍັງອ້ອມຮອບດ້ວຍທຳມະຊາດ, ປ່າຕຶບດົງໜາ, ແມ່ນໍ້າລຳທານ, ຖໍ້າ, ສັດປ່ານາໆພັນ ແລະ ເປັນເຂດຮັກສາຕົ້ນໄມ້ເຄືອເຂົາທີ່ເປັນຢາອີກດ້ວຍ.

SA Game
ອີນ​ໄຊ​ລາວ

ສະຖານທີ່ສັກສິດດັ່ງກ່າວ ເປັນບ່ອນປະຕິບັດທຳທາງພຸດທະສາສະໜາ ເປັນພຸດທະບູຊາ ທຳມະບູຊາ ສັງຄະບູຊາ ແລະ​ ມໍລະດົກອັນລໍ້າຄ່າຂອງຊາວພຸດ ໂດຍສະເພາະຊາວລາວເຮົາ.

ຫາກວ່າ​ທ່ານ​ຍັງ​ບໍ່​ທັນ​ໄດ້​ໄປ​ກາບ​ໄວ້ ຕ້ອງ​ໄດ້​ຫາ​ເວ​ລາ​ໄປ​ຈ​ະ​ໄດ້​ສຳ​ພັດ​ເຖິງ​ບັນ​ຍາ​ກາດ ແລະ ອາດ​ກາດ​ທີ່​ສົດ​ຊື່ນ, ອົບ​ອຸ່ນ​ທາງ​ຈິດ​ໃຈ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ອີນ​ໄຊ​ລາວ.