“ວັດເຟີດຕິກ” ສະ​ຖາ​ປັດ​ຕະ​ຍາ​ກຳ​ພຸດ​ທະ​ສາ​ສະ​ໜາຫວຽດ​ນາມ​ໃນ ສ​ປ​ປ ລາວ

SA Game

ອີນ​ໄຊ​ລາວ

ສະຖາປັດຕະຍະກໍາ ພຸດທະສາສະໜາຫວຽດນາມ “ວັດເຟີດຕິກ” ໃນ ສປປ ລາວ.

ຖ້າ​ຈະ​ເວົ້າ​ເຖິງ ວັດ​ເຟີດ​ຕິກ ແລ້ວ, ຄິດ​ວ່າ​ບັນ​ດາ​ທ່ານ​ທີ່​ເປັນ​ຄົນ​ມີ​ສັນ​ຊາດ​ຫວຽດ​ນາມ ຫລື ວ່າ​ຄົນ​ຫວຽດ​ນາມ​ເອງ​ທີ່​ຢູ່​ໃນ​ນະ​ຄອນ​ຫລວງວຽງ​ຈັນທຸກ​ຄົນ​ລ້ວນ​ແລ້ວ​ແຕ່​ຮູ້​ຈັກ​ກັນ​ເປັນ​ຢ່າງ​ດີ ແລະ ສ່ວນ​ຫລາຍ​ກໍ​ເຄີຍ​ເຂົ້າ​ໄປ​ກາບ​ໄວ້​ແລ້ວ, ວັດເຟີດຕິກ ສ້າງຂື້ນໄດ້ຫຼາຍກວ່າ 50 ປີ ແລ້ວ ເຊິງຕັ້ງຢູ່ຖະໜົນໜອງບອນ ກົງກັນຂ້າມກັບວັດທາດຝຸ່ນ.

ວັດ​ເຟີດ​ຕິກໄດ້ມີການບູລະນະໃໝ່ ແລະ ໄດ​້ນໍາໃຊ້ໃນປີ 2010, ເປັນວັດນ້ອຍໆ ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ ແຕ່ມີການຕົບແຕ່ງທີ່ງົດງາມ ບົງ​ບອກ​ເຖິງ​ຄວາມ​ໜ້າ​ເຄົາ​ລົບ​ບູ​ຊາ ແລະ ໄດ້ສະແດງເຖິງວັດທະນະທໍາທາງພຸດທະສາສະໜາຫວຽດນາມ ຢູ່ ສປປ ລາວ.

SA Game
ອີນ​ໄຊ​ລາວ

ສະຖາປັດຕະຍະກໍາຕ້ອງບອກເລີຍວ່າ​​ ງົດງາມຫລາຍ ພຽງແຕ່ຍ່າງຜ່ານປະຕູເຂົ້າວັດກໍຈະເຫັນ ເສົາໄມ້ໃຫຍ່ງາມ​​ຕັ້ງຢູ່ດ້ານໜ້າ ແລະ ຄຳກອນໄດ້ຂຽນໃສ ຕາມເສົາໃຫຍ່ ເຊິ່ງບໍ່ຕ່າງຫຍັງກັບວັດອື່ນໆຢູ່ ຫວຽດນາມ. ບັນດາຮູບປາງມີລັກສະນະສະເພາະຂອງວັດຫວຽດ, ແຕ່ໂດຍ​​ລວມແລ້ວວັດ ໄດ້ອອກແບບກໍ່ສ້າງຕາມແບບວັດທະນະທໍາຂອງສາສະໜາພຸດຄືກັບລາວ ເຊິ່ງບົງບອກ ເຖິງການປະສົມປະສານຢ່າງລົງຕົວລະຫວ່າງ ສອງພຸດທະສາສະໜາ ລາວ​​-​ຫວຽດນາມ.

SA Game
ອີນ​ໄຊ​ລາວ

ຂັ້ນໄດຂຶ້ນວັດໄດ້ປະດັບປະດາ ໂຕມັງກອນທີ່ພວມ ບິນອ້ອມຂີ້ເຝື້ອ ແລະ ເມື່ອເຂົ້າເຖິງສິມໃຫຍ່ ຢູ່ສອງເບື້ອງໄດ້ຂຽນວ່າວັດເຟີ​​ດຕິກ ທີ່ມີຄວາມໝາຍວ່າ ອະໄພຍະໂທດ. ໂຕອາຄານແມ່ນມີທັງໝົດ 7 ຊັ້ນ ເຊິງແຕ່ລະຊັ້ນ ແມ່ນມີພະພຸດທະຮູບທັງໝົດ ແລະ ເມື່ອຂື້ນໄປຮອດຊັ້ນສຸດທ້າຍ ກໍຈະເຫັນວິວ ນະຄອນຫຼວງວຽງຈັນ ອີກມຸມໜື່ງທີ່ສວຍງາມ.

SA Game
ອີນ​ໄຊ​ລາວ

ຈາກຈຸດພີເສດດັ່ງກ່າວ ຈື່ງເປັນການເຊື່ອມສາຍພົວພັນ ແລະ ເສີມຂະຫຍາຍມູນເຊື້ອ ອັນດີງາມທາງ ພຸດທະສາສະໜາ ລາວ-ຫວຽດນາມ.​ ນອກຈາກນີ້ ຍັງໄດ້ມີການສ້າງຕັ້ງຄະນະກໍາມະການປະສານງານ ພຸດທະສາສະໜາຫວຽດນາມ  ຢ່າງເປັນທາງການ ໃນວັນທີ 11 ພະຈິກ 2018 ທີ່ ວັດເຟີດຕິກ ເພື່ອເປັນການ ສະໜັບສະໜູນພຸດທະສາສະໜາຫວຽດນາມ ໃນການບໍລິຫານ, ການເຄື່ອນໄຫວ ປະຕິບັດໃຫ້ຖືກຕ້ອງຕາມຮີດຄອງປະເພນີອັນດີງາມຂອງ ພຸດທະສາສະໜາ  ກໍຄືລະບຽບກົດໝາຍຂອງ ສປປ ລາວ.

SA Game
ອີນ​ໄຊ​ລາວ
ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: