ວັດເມືອງກາງ ວັດເກົ່າແກ່ ແລະ ມີ​ສິ​ລະ​ປະ​ອັນ​ສວຍ​ງາມຂອງເມືອງຈຳປາສັກ

SA Game

ພາບ: laosjourney.com

ວັດເກົ່າແກ່ທີ່ສຸດໃນເມືອງຈຳປາສັກ ສິລະປະຕາເວັນອອກສຽງໃຕ້ ແລະ ຕາເວັກຕົກ.

ວັດເມືອງກາງ ຫຼື ເອີ້ນອີກຊື່ໜື່ງວ່າ ວັດພຸດທະວັນນາຣາມ ເປັນວັດທີ່ເກົ່າແກ່ທີ່ສຸດຢູ່ໃນ ເມືອງຈຳປາສັກ ແຂວງຈຳປາສັກ ສ້າງຂື້ນໃນສັດຕະວັດທີ 19, ເປັນ​ວັດ​ທີ່​ມີ​ປະ​ຕິ​ມະ​ກຳ​ທີ່​ມີ​ຄວາມ​ສວຍ​ງາມ ແລະ ມີ​ສະ​ເໝ່​ໜ້າ​ຄົ້ນ​ຫາ.

ວັດທີ່ສຳຄັນ ແລະ ໜ້າປະທັບໃຈແຫ່ງນີ້ ເປັນສັນນາລັກແຫ່ງຄວາມຈະເລີນຮຸ່ງເຮືອງທາງພຸດທະສາດສະໜາຂອງດິນແດນແຫ່ງນີ້ປະກອບມີອາຄານ 5 ຫຼັງ ເຊິ່ງເປັນຮູບແບບສິລະປະ ປະສົມປະສານລະຫວ່າງ ຮູບແບບຕາເວັນຕົກ ປະສົມຫວຽດນາມ, ລາວ, ສະຫຍາມ ແບບດັ່ງເດີມ ທີ່ມີເອກະລັກສະເພາະ ແລະ ໄດ້ຮັບອິດທິພົນຈາກສ ສະຖາປັດຕະຍະກຳສະຫຍາມ ແລະ ຂອມ. ວັດແຫ່ງນີ້ຕັ້ງຢູ່ ລຽບໄປຕາມແຄບຝັ່ງ ແມ່ນໍ້າຂອງ.

SA Game
ພາບ: laosjourney.com

ອາຄານທັງ 5 ຫຼັງແມ່ນປີ່ນໜ້າເຂົ້າຫາແມ່ນໍ້າຂອງ. ຢູ່ບໍລິເວນໃຈກາງວັດ ມີອາຄານກໍ່ 3 ຫຼັງ ຕັ້ງລຽນກັນຄື: ພັດທະສີມາ ( ສີມ ) ຖືກສ້າງຂື້ນເປັນແບບດັ່ງເດີມເຊິ່ງໄດ້ຮັບອິດທິພົນຈາກ ສະຖາປັດຕະຍະກຳສະຫຍາມ ແລະ ຂອມ; ຫໍໄຕປິດົກ ແລະ ຫໍແຈກ ຖືກສ້າງຂື້ນແບບຫວຽດນາມ ທີ່ມີອິດທິພົນຈາກການປົກຄອງຂອງຝຣັ່ງ; ກຸຕິ ສ້າງເປັນຊົງລາວເດີມ ກຸດຕິຫຼັງໜື່ງສ້າງຂື້ນດ້ວຍໄມ້ເນື້ອແຂງ ແລະ ອີກຫຼັງໜື່ງສ້າງຂື້ນໂດຍການໃຊ້ເຕັກນິກແບບພື້ນເມືອງລາວ ດ້ວມການໃຊ້ຝາກະແຕະໄມ້ໄຜ່ ໂດຍການໃຊ້ດີນປະສົມກັບຂີ້ງົວອັດຫຸ້ມ. ອາຄານທັງ 5 ຫຼັງຍັງຄົງຮັກສາຮູບຊົງ, ຫຼັງຄາແບບເດີມໄວ້ ແລະ  ຍັງຄົງຮັກສາສວ່ນປະສົມອັນເປັນສະຖາປັດຕະຍະກຳອັນເປັນຕົ້ນສະບັບໄວ້ຢ່າງສົມບູນ ວັດເມືອງກາງ ເປັນວັດທີ່ຊົງຄຸນຄ່າ ແລະ ຫາຊົມໄດ້ຍາກໃນເຂດຈຳປາສັກໃນປັດຈຸບັນ.

SA Game
ພາບ: laosjourney.com

ວັດພຸດທະວັນນາຣາມ (ວັດເມືອງກາງ) ໄດ້ຮັບການກໍ່ຕັ້ງຂຶ້ນມາໄດ້ປະມານ 500 ກວ່າປີ, ໃນປີ ພສ 2042 “ຄສ 1499” ເປັນວັດທີ່ມີຄວາມຮຸ່ງເຮືອງ ສີວິໄລມາແຕ່ບູຮານ, ເປັນສູນກາງທາງດ້ານພຸດທະສາສະໜາໃນສະໄໝກ່ອນ, ເປັນບ່ອນສຶກສາຄົ້ນຄວ້າ-ຮໍ່າຮຽນຂອງ ພຣະສົງສຳມະເນນ, ສິດສານຸສິດ, ອອກຕົນຍາດໂຍມ.

SA Game
ພາບ: laosjourney.com

ຫໍພະໄຕປີດົກ ເປັນບ່ອນຢັ້ງຢືນ ແລະ ເປັນຫຼັກຖານສຳຄັນ ທີ່ສະແດງເຖິງການເປັນສູນກາງການຮຽນຮູ້ຕ່າງໆ ໃນທາງທຳ ແລະ ທາງໂລກ, ພາຍຫລັງທີ່ວັດພູຈຳປາສັກ ແລະ ພື້ນທີ່ອ້ອມຮອບ ໄດ້ຮັບການຈົດທະບຽນເຂົ້າປັນມໍລະດົກໂລກ ໂດຍອົງການ ອຸຍແນສໂກ, ວັດດັ່ງກ່າວ ກໍ່ໄດ້ກາຍເປັນສ່ວນໜຶ່ງຂອງອົງປະກອບທາງມໍລະດົກ.

SA Game
ພາບ: laosjourney.com

ອາຄານ ກຸດຕິ ທີ່ສ້າງໂດຍນຳໃຊ້ເຕັກນິກພື້ນເມືອງ ໂດຍໃຊ້ຝາກະແຕະໄມ້ໄຜ່ ໂດຍມີການໃຊ້ດິນປະສົມກັບຂີ້ງົວອັດຫຸ້ມ.

ມາຮອດປະຈຸບັນນີ້ ອາຄານດັ່ງກ່າວໄດ້ຊຸດໂຊມໄປຕາມການເວລາ, ບາງຫຼັງກໍ່ບໍ່ສາມາດນຳໃຊ້ໃນກິດຈະວັດທາງສົງກໍ່ຄືທາງໂລກໄດ້, ດັ່ງນັ້ນ ໃນວັນທີ 1 ທັນວາ 2018 ອຳນາດການປົກຄອງເມືອງ, ປະທານ ອພສ ແຂວງ, ອພສ ເມືອງ, ເຈົ້າອະທິການວັດ, ອຳນາດການປົກຄອງບ້ານຕະຫລອດຮອດພໍ່ແມ່ປະຊາຊົນ, ຜູ້ປະກອບການທຸລະກິດ, ຜູ້ເປັນລູກຫລານພາຍໃນບ້ານ ເປີດກອງປະຊຸມເພື່ອປຶກສາຫາລື ເພື່ອເປີດໂຄງການບູລະນະປະຕິສັງຂອນ ວັດແຫ່ງນີ້ ໃຫ້ຄົງຢູ່ເປັນມໍລະດົກຂອງທ້ອງຖິ່ນ ກໍຄືຂອງຊາດ ໃຫ້ຄຽງຄູ່ກັບພະພຸດທະສາສະໜາ ແລະ ບ້ານເມືອງສືບຕໍ່ໄປ. ນະໂອກາດນີ້ຂໍເຊີນຊວນທຸກທ່ານຜູ້ທີ່ມີຈິດໃຈໃສສັດທາຢາກຮ່ວມທືນຮອນເພື່ອປະຕິສັງຂອນວັດດັ່ງກວ່າດ້ວຍ.

SA Game
ພາບ: laosjourney.com

ສຳລັບຫໍໄຕປິດົກ: ຖືກສ້າງຂື້ນໂດຍມີ ຮູບແບບທາງສະຖາປັດຕະຍະກຳທີ່ມີເອກະລັກສະເພາະຕົວ ທີ່ໄດ້ຮັບອິທິພົນມາຈາກຈີນ ແລະ ແບບອານານິຄົມຝຣັ່ງ ປະສົມເຂົ້າກັບຮູບແບບສະຖາປັດຕະຍະກຳຂອງລາວ ໂດຍຊ່າງແກະສະຫຼັກ ຫວຽດນາມ. ຫຼັງຄາ 3 ຊັ້ນຂອງຫໍໄຕປິດົກ ກໍ່ມີການຝັງແກ້ວສີຢູ່ຕາມມູມຕ່າງໆ ແລະ ຫ້ອງນ້ອຍຫ້ອງໜື່ງທີ່ມີປ່ອງຢ້ຽມເປັນແກ້ວໃສ ໃສ່ຢູ່ເຄິ່ງກາງສັນຫຼັງຄາດ້ານເທິງ ເຮັດໃຫ້ນຶກເຖິງສະຖາປັດຕະຍະກຳ ພະມ້າ ທີ່ມີຈຸດປ່ອງຢ້ຽມເປັນແກ້ວໃສແບບນີ້ ອັນເປັນບ່ອນປະດິດສະຖານ ຂອງພະພຸດທະຮູບ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ: laosjourney.com