ຕາດສະໂຄຍ, ຕາດທີ່ມີຄວາມສວຍງາມໃນ ແຂວງສະຫວັນນະເຂດ

SA Game

ພາບ: raotor.com

“ຕາດສະໂຄຍ” ຕາດ​ທີ່​ມີ​ຄວາມ​ສວຍ​ງາມ​ໃນຕິ​ອັນ​ດັບ​ຂອງແຂວງສະຫວັນນະເຂດ.

ເມື່ອເວົ້າເຖິງເມືອງເຊໂປນ ແຂວງສະຫວັນນະເຂດ ຫຼາຍໆຄົນອາດຈະເຄີຍໄດ້ຍິນເພາະເປັນເມືອງທີ່ຂຶ້ນຊື່ທາງດ້ານການທ່ອງທ່ຽວ ບໍ່ວ່າຈະເປັນທາງປະຫວັດສາດ ແລະວັດທະນະທໍາອັນຫຼາກຫຼາຍຂອງ​ຊາວ​ເມືອງ ແລະ ສິ​ລະ​ປະ​ຕ່າງໆ.

ເນື່ອງຈາກເມືອງເຊໂປນ ປະກອບດ້ວຍຫຼາຍຊົນເຜົ່າ, ນອກນີ້ຍັງມີແຫຼ່ງທ່ອງທ່ຽວທໍາມະຊາດເປັນຕົ້ນ: ຕາດສະແລນ, ຕາດສະໂຄຍດັ່ງໃນຄໍາ ຂວັນທີ່ວ່າ: “ເຊໂປນແດນວິລະຊົນ ທີ່ກ່າວຂານດັງກັງວານສະໝໍລະພູມເຈັດໝື່ນເກົ້າແຫຼ່ງທ່ອງທ່ຽວຕາດສະແລນແດນລືນາມງາມນໍ້າຕົກທໍາມະຊາດຕາດສະໂຄຍ ”

SA Game
ພາບ: raotor.com

ຕາດທີ່ວ່ານີ້ ຕັ້ງຢູ່ຫ່າງຈາກ ສາຍທາງເລກທີ 9 ພຽງແຕ່ 5 ກິໂລແມັດ ເສັ້ນທາງໄປສະດວກສະບາຍ, ເປັນນໍ້າຕົກຕາດຂະໜາດໃຫຍ່ຖ້າທຽບໃສ່ນໍ້າຕົກທີ່ນອນຢູ່ໃນສາຍນໍ້າເຊບັ້ງຫຽງທາງຕອນເໜືອຂອງເມືອເຊໂປນ, ຕົວຕາດມີໂງ່ນຫີນນ້ອຍໃຫຍ່ຢັງຢາຍກັນກໍ່ເກີດຄວາມສວຍງາມທາງທໍາມະຊາດດັ່ງອາເມຊິງເມືອງລາວ, ສະເໜທີ່ແທ້ຈິງຂອງຕາດສະໂຄຍນັ້ນບໍ່ແມ່ນຮູບລັກ, ແຕ່ແມ່ນສາຍນໍ້າທີ່ໃສແບບສີຍົກ ແລະສະພາບບັນຍາກາດທີ່ອ້ອມຮອບດ້ວຍປ່າໄມ້ເຮັດໃຫ້ອາກາດເຢັນສົດ ຊື່ນເໝາະແກ່ການພັກຜ່ອນຢ່ອນອາລົມຈາກໂລກປະຈຸບັນອັນແສນວຸ້ນວາຍ, ນີ້ຄືທີ່ໜ້າສໍາຜັດເຖິງຄວາມຊຸ່ມເຢັນທີ່ແທ້ຈິງ.

SA Game
ພາບ: raotor.com

ນອກນີ້ ຍັງມີຈຸດໂດດລົງໄປສໍາຜັດກັບສາຍນໍ້າໃສໆທີ່ກໍາລັງໄຫຼ ຢ່າງແຮງໄວ້ຄອຍຕ້ອນຮັບ ໂດຍສະເພາະຜູ້ທີ່ມັກຄວາມທ້າທາຍ ຊຶ່ງຖືເປັນກິດຈະກໍາຍອດນິຍົມ ຂອງຜູ້ທີ່ມາທ່ຽວຕາດສະໂຄຍ (ໝາຍເຫດນັກລອຍນໍ້າມືໃໝ່ບໍ່ຄວນໂດດລົງເພາະນໍ້າໄຫຼແຮງ), ເອົາເປັນວ່າບັນດານັກທ່ອງທ່ຽວ ທ່ານໃດຫາກກຳລັງຄິດຫາສະຖານທີ່ສໍາລັບການພັກຜ່ອນຢ່ອນອາລົມໃຫ້ຄິດເຖິງປາຍທາງເລກ 9 ບ່ອນ ທີ່ມີອາກາດຊຸມເຢັນຈົນເກືອບໜາວຕາດສະໂຄຍໜ້າຈະແມ່ນຄໍາຕອບທີ່ທ່ານຄວນໄປໃນຕອນນີ້.

SA Game
ພາບ: raotor.com

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ: raotor.com