ສົ້ມຜັກສ້ຽນ ອາ​ຫານ​ພື້ນ​ບ້ານ ທີ່​ເປັນ​ຢາສະໝຸນໄພຊັ້ນດີ

SA Game

khaodet.com

ມາ​ຮູ້​ຈັກ​ກັບສົ້ມຜັກສ້ຽນ ອາ​ຫານ​ພື້ນ​ບ້ານ ​ທີ່​ເຊືອ​ກັນ​ວ່າເປັນ​ຢາສະໝຸນໄພຊັ້ນດີ.

ໃນ​ພູມ​ປັນ​ຍາ​ຊາວ​ບ້ານ​ຂອງ​ປະ​ຊາ​ຊົນ​ລາວ​ເຮົາ, ມີ​ຫລາຍໆ​ຢ່າງ​ທີ່​ສາ​ມາດ​ເປັນ​ອາ​ຫານ​ທີ່​ແຊບ ແລະ ຍັງ​ເປັນ​ຢາ​ສະ​ໝຸນ​ໄພ​ທີ່​ດີ​ສຳ​ລັບ​ສ​ຸ​ຂະ​ພາບ​ທີ່​ພໍ່​ແມ່​ພີ່​ນ້ອງ​ປະ​ຊາ​ຊົນ​ລາວ​ສັນ​ຫາ​ມາ​ເພື່ອ​ການ​ປິ່ນ​ປົວ ແລະ ປ້ອງ​ກັນ​ພະ​ຍາດ​ຕ່າງໆ ແລະ ໃນ​ຕອນ​ນີ້​ຈະ​ມາ​ເວົ້າ​ກ່ຽວ​ກັບ ສົ້ມ​ຜັກ​ສ້ຽນ​ທີ່​ຫລາຍ​ຄົນ​ອາດ​ຈະ​ເຄີຍ​ຮູ້ ແລະ ເຄີຍ​ຮັບ​ປະ​ທານ​ມາ​ແດ່​ແລ້ວ ແລະ ອາດ​ຈະ​ມີ​ບາງ​ທ່ານ​ທີ່​ຍັງ​ຄົງ​ບໍ່​ຮູ້​ເທືອ.

ຜັກສ້ຽນ ເປັນຜັກພຶ້ນບ້ານຊະນິດໜຶ່ງ ທີ່ຄົນສ່ວນໃຫຍ່ນິຍົມນຳມາຄັ້ນສົ້ມເອົາໄວ້ ເພື່ອຮັບປະທານເປັນກັບແກ້ອາຫານປະເພດປິ້ງເຊັ່ນ: ປິ້ງປາ, ປົ່ນປາ ແລະ ອື່ນໆ. ນອກຈາກນີ້, ຜັກສ້ຽນຍັງມີສັບພະຄຸນທາງຢາ ທີ່ຊ່ວຍປິ່ນປົວສຸຂະພາບໄດ້ອີກ.

ສັບພະຄຸນຂອງຜັກສ້ຽນ ຊ່ວຍຂັບລະດູ (ປະຈຳເດືອນ) ທີ່ຕົກຄ້າງໃນຮ່າງກາຍ; ຊ່ວຍແກ້ອາການປວດເມື່ອຍ ໂດຍການນຳເອົາຜັກສ້ຽນມາຕຳ ແລະ ພອກໄວ້ໜາໆບ່ອນທີ່ປວດເມື່ອຍ.

SA Game
khaodet.com

ໃຊ້ແກ່ນຜັກສ້ຽນມາຕຳໃຫ້ລະອຽດ ເປັນຢາບູຮານຊ່ວຍບັນເທົາປວດໃນຫູ; ຫຼຸດການເກີດສິວ, ຝ້າ; ຊ່ວຍໃຫ້ຜິວພັນສົດໃສ; ປັບທາດໃນຮ່າງກາຍໃຫ້ສົມດູນໄດ້ເປັນຢ່າງດີ ແລະ ແກ່ນຂອງມັນເມື່ອມາຊົງກັບນໍ້າອຸ່ນແລ້ວດື່ມ ຊ່ວຍຂັບຂີ້ກະເທີ່ແກ້ອາການເຈັບຄໍ.

ສຳລັບທ່ານໃດທີ່ຕ້ອງການຢາກເຮັດສົ້ມຜັກສ້ຽນໄວ້ກິນເອງ ມື້ນີ້ເຮົາມີສູດຄັ້ນສົ້ມຜັກສ້ຽນມາແນະນຳດັ່ງນີ້: ຂັ້ນຕອນທຳອິດ ນຳຜັກສ້ຽນທີ່ເກັບມາສົດໆຕາກແດດ 1 ແດດ ຈົນຜັກສະເຫຼັດນໍ້າ. ຈາກນັ້ນ, ນໍາມາແຊ່ນໍ້າ ແລະ ລ້າງໃຫ້ສະອາດ ແລ້ວຄັ້ນນໍ້າອອກໃຫ້ໝົດ. ຕໍ່ມາໃຫ້ເອົານໍ້າແຊ່ເຂົ້າ (ນໍ້າມວກ ຕ້ອງເປັນນໍ້າໃສ) ມາແຊ່ ແລ້ວຄັ້ນໃຫ້ນໍ້າແຊ່ເຂົ້າໃຫ້ຊືມເຂົ້ໄປໃນຜັກແລ້ວຖອກນໍ້າຖິ້ມ.

ຈາກນັ້ນ, ໃສ່ນໍ້າແຊ່ເຂົ້າລົງໄປອີກຄັ້ງ ໃສ່ເກືອເລັກນ້ອຍແລ້ວຄົນເກືອໃຫ້ລະລາຍ. ຫຼັງຈາກນັ້ນ, ໃຫ້ໃສ່ເຂົ້າໜຽວລົງໄປຄັ້ນຜັກໃຫ້ເຂົ້າກັນ ໃສ່ແປ້ງນົວເລັກນ້ອຍ (ບໍ່ໃສ່ກໍ່ໄດ້) ແລ້ວປະໄວ້ປະມານ 30 ນາທີ ແລ້ວນຳໄປມ້ຽນໄວ້ບ່ອນຮົ່ມປະມານ 3 ວັນ ເມື່ອຄົບກຳນົດ ກໍ່ນຳມາຮັບປະທານໄດ້ເລີຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: khaodet.com