ລັດຖະບານ ສ​ປ​ປ ລາວ ຈະສຸມໃສ່ພັດທະນາ ດ້ານສີມືແຮງງານ

SA Game

ພາບ​: laoedaily.com.

ການ​ພັດ​ທະ​ນາ​ສີ​ມື​ແຮງ​ງານ​ຄື​ເປົ້າ​ໝາຍ​ແຕ່​ນີ້​ຮອດ 5 ປີ ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ.

ດັ່ງ​ທີ່​ຫລາຍໆ​ທ່ານ​ໄດ້​ເຫັນ ແລະ ຮັບ​ຮູ້​ກັນ​ດີ​ຢູ່​ແລ້ວ​ວ່າ ໃນ ສ​ປ​ປ ລາວ​ຍັງ​ມີ​ຫລາຍໆ​ຢ່າງ​ທີ່​ຕ້ອງ​ພັດ​ທະ​ນາ​ເປັນ​ຕົ້ນ​ກໍ​ຄື​ສີ​ມື​ແຮງ​ງານ​ທີ່​ພໍ​ຈະ​ເປັນ​ທ່າ​ແຮງ​ໄດ້ ແລະ ຊ່ວຍ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດກະ​ຕຸ້ນ​ເສດ​ຖະ​ກິດ​ໃນ ສ​ປ​ປ ລາວ, ແລະ ການ​ຜ​ລິດ ສ້າງ​ສິນ​ຄ້າ​ຂອງ​ຕົນ​ເອງ​ເພື່ອ​ຮັບ​ໃຊ້​ພາຍ​ໃນ ບໍ່​ວ່າ​ຈະ​ເປັນ​ສິນ​ຄ້າ​ຫັດ​ຖະ​ກຳ ຫລື ອຸດ​ສາ​ຫະ​ກຳ.

ລັດຖະບານ ໄດ້ກຳນົດທິດທາງແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດໂດຍໄດ້ກຳນົດຫຼາຍແຜນວຽກຈຸດສຸມ 5 ປີ ຄັ້ງທີ IX ( 2021 – 2025 ), ໜຶ່ງໃນນັ້ນກໍແມ່ນແຜນວຽກຈຸດສຸມການພັດທະນາກຳລັງແຮງງານໄດ້ຮັບການພັດທະນາດ້ານສີມື, ຄວາມຊຳນານງານ ແລະ ມີລະບຽບວິໄນສູງຂຶ້ນ ທັງມີ ຄວາມຫຼາກຫຼາຍວິຊາຊີບ ແລະ ມີວຽກເຮັດງານທຳທີ່ໝັ້ນຄົງ ແລະ ມີລາຍໄດ້ສູງຂຶ້ນ, ສາມາດຕອບສະໜອງ ຄວາມຕ້ອງການພັດທະນາເສດຖະກິດ – ສັງຄົມ.

SA Game
ພາບ​: laoedaily.com.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ລາຍງານແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ( 2021 – 2025 ) ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໃນວັນທີ 13 ມັງກອນ 2021 ວ່າ:  ລັດຖະບານໄດ້ວາງແຜນວຽກຈຸດສຸມໃນການພັດທະນາກຳລັງແຮງງານ ເຊິ່ງບາງຄາດໝາຍຊຸກຍູ້ໃຫ້ກຳລັງແຮງງານເພີ່ມເປັນ 2,57 ລ້ານຄົນ, ສົ່ງເສີມການຈັດຫາວຽກເຮັດງານທຳໃຫ້ກຳລັງແຮງງານທີ່ເພີ່ມໃໝ່ໃນຕະຫຼາດແຮງງານ ແລະ ຂະແໜງການເສດຖະກິດທັງໃນຕົວເມືອງ ແລະ ຊົນນະບົດຢູ່ພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ 392.197 ຄົນ, ໃນນີ້ ຜູ້ຢູ່ນອກກຳລັງແຮງງານທີ່ ພ້ອມເຂົ້າສູ່ການເຮັດວຽກ 355.620 ຄົນ ແລະ ຜູ້ວ່າງງານ 36.577 ຄົນ.

ພັດທະນາສີມືແຮງງານໃຫ້ຜູ້ບໍ່ມີວິຊາຊີບ, ຜູ້ຕ້ອງການປ່ຽນອາຊີບ ແລະ ຜູ້ທີ່ຈະເຂົ້າຕຳແໜ່ງງານໃໝ່ ໃຫ້ໄດ້ 15.000 ຄົນ, ທົດສອບມາດຕະຖານສີມືແຮງງານ ໃນ 32 ສາຂາອາຊີບ ໃຫ້ໄດ້ຢ່າງໜ້ອຍ 1.700 ຄົນ, ຊຸກຍູ້ ແລະ ສົ່ງເສີມຫົວໜ່ວຍແຮງງານຕາມສາຂາອາຊີບຕ່າງໆໃນການພັດທະນາສີມືແຮງງານ ໃຫ້ໄດ້ 25.000 ຄົນ.

SA Game
ພາບ​: laoedaily.com.

ສຳລັບວຽກງານຈຸດສຸມແມ່ນພັດທະນາກຳລັງແຮງງານໃຫ້ມີຄຸນນະພາບ ແລະ ຫຼາກຫຼາຍສາຂາອາຊີບ ທີ່ສອດຄ່ອງກັບການຫັນປ່ຽນໂຄງປະກອບເສດຖະກິດຕາມທິດອຸດສາຫະກຳ ແລະ ທັນສະໄໝ, ດຸ່ນດ່ຽງແຮງງານໃຫ້ສົມສ່ວນ ກັບຄວາມຕ້ອງການຂອງຕະຫຼາດ, ຍົກສູງຜະລິດຕະພາບແຮງງານສູງຂຶ້ນ ແລະ ມີລາຍໄດ້ທີ່ເໝາະສົມ, ສ້າງຄວາມເຂັ້ມແຂງສາຍພົວພັນແຮງງານ, ຄວາມປອດໄພ ແລະ ສຸຂະພາບແຮງງານ.

ໂດຍສຸມໃສ່ສ້າງ, ປັບປຸງໂຄງລ່າງພື້ນຖານ ແລະ ກົນໄກການພັດທະນາສີມືແຮງງານ ລະ ຫວ່າງພາກລັດ, ພາກເອກະຊົນ, ຫົວໜ່ວຍແຮງງານຄູ່ຮ່ວມພັດທະນາ ແລະ ໂຄງການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ໃຫ້ມີ ຄວາມກົມກຽວກັນໃນການສະໜອງການສ້າງຂີດຄວາມສາມາດ ແລະ ການຝຶກອົບຮົມຕົວຈິງ; ສ້າງຫຼັກສູດ ແລະ ມາດຖານການຝຶກສີມືແຮງງານຕາມສາຂາອາຊີບຕ່າງໆໃຫ້ຫຼາຍຂຶ້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ: laoedaily.com.