ຢ່າ​ພາດ!!! ເທ​ສະ​ກາ​ນອ​າ​ຫານ​ລາວ​ທີ່​ສວນເຈົ້າອານຸວົງນະຄອນຫຼວງວຽງຈັນ

SA Game

ພາບ​: laoedaily.com.

​ເຊີນ​ສຳ​ພັດ ແລະ ຊິມ​ອາ​ຫານ​ລາວ​ໃນເທ​ສະ​ກາ​ນອ​າ​ຫານ​ລາວ​ທີ່​ແຄມ​ຂອງ.

ໃນ​ທຸກ​ໆ​ປີ​ຈະ​ມີ​ການ​ຈັດ​ງານ​ເທດ​ສະ​ການ​ອາ​ຫາ​ຂື້ນ​ທີ່​ແຄມ​ຂອງ ແລະ ກໍໝູນວຽນມາຮອດອີກຄັ້ງສໍາລັບເທສະການອາຫານລາວປະຈໍາປີ ເຊິ່ງ​ໃນ​ງານ​ນີ້​ມີ​ອາ​ຫານ​ຢ່າງ​ຫລວງ​ຫລາຍ​ເປັນ​ປະ​ຈຳ​ໃນ​ທຸກ​ປີ ແລະ ທ່ານ​ໃດ​ທີ່​ມີ​ໃນ​ການ​ກິນ​ຕ້ອງ​ໄດ້​ເຂົ້າ​ໄປເພາະພາຍໃນງານຈະມີຮ້ານອາຫານຕ່າງໆຫຼາກຫຼາຍຮູບແບບ ໂດຍສະເພາະແມ່ນອາຫານລາວ ເຂົ້າມາຮ່ວມວາງສະແດງເຖິງ ​ຮ້ອຍກວ່າຮ້ານ.

​ໃນພິທີເປີດງານຢ່າງເປັນທາງການມີຂຶ້ນໃນຕອນເຊົ້າວັນທີ 23 ກຸມພາ 2021 ທີ່ ສວນເຈົ້າອານຸວົງນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ, ທ່ານນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ບັນດາຫົວໜ່ວຍນັກທຸລະກິດ ເຂົ້າຮ່ວມ.

SA Game
ພາບ​: laoedaily.com.

ທ່ານນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ ທັງເປັນປະທານຜູ້ຈັດງານ ໄດ້ກ່າວເປີດງານວ່າ: ການຈັດງານໃນຄັ້ງນີ້ກໍເພື່ອສ້າງແນວຄວາມຄິດ ແລະ ບັນຍາກາດອັນໃໝ່ໃນການອະນຸລັກອາຫານການກິນ, ການດຳລົງຊີວິດ, ຮີດຄອງປະເພນີດັ້ງເດີມຂອງຄົນລາວ, ເສີມສ້າງໃຫ້ເປັນບັນຍາກາດແບບສັງຄົມພື້ນເມືອງລາວ. ສືບຕໍ່ຊຸກຍູ້ສົ່ງເສີມແມ່ຍິງຜູ້ຜະລິດ, ຜູ້ປູກຝັງ-ລ້ຽງສັດ, ຮ້ານອາຫານ, ໂຮງແຮມ, ຮ້ານຂາຍຍ່ອຍຈາກທ້ອງຖິ່ນຕ່າງໆ ແລະ ໃນນະຄອນຫຼວງວຽງຈັນ ໄດ້ນໍາສິນຄ້າຂອງຕົນເອງມາວາງສະແດງ ພ້ອມຄ້າຂາຍແລກປ່ຽນກັນ.

ນອກຈາກນີ້ ຍັງເປັນການໂຄສະນາເຜີຍແຜ່ການຫຼຸດຜ່ອນໃຊ້ຖົງຢາງພລາສຕິກ, ຫັນມານິຍົມໃຊ້ວັດຖຸເປັນມິດກັບສິ່ງແວດລ້ອມ ແລະ ບໍລິໂພກອາຫານພື້ນເມືອງລາວຈາກຜະລິດຕະພັນປອດສານພິດທີ່ດີຕໍ່ສຸຂະພາບ.

ທັ້ງນີ້, ພາຍໃນງານຈະມີບັນດາຮ້ານອາຫານລາວ; ຮ້ານຂາຍເຄື່ອງທີ່ລະນຶກຈາກບັນດາສະຖານທູດໃນບັນດາປະເທດອາຊຽນ, ຮ້ານຂາຍເຄື່ອງຫັດຖະກຳ, ກະສິກຳຕ່າງໆ ລວມທັງໝົດ 120 ຮ້ານເຂົ້າຮ່ວມ.

SA Game
ພາບ​: laoedaily.com.

ງານນີ້ຈະດຳເນີນໄປເປັນເວລາ 5 ວັນ ນັບແຕ່ວັນທີ 23 ຫາ 27 ກຸມພາ 2021 ແລະ ໃນທຸກໆວັນກໍຈະມີກິດຈະກໍາຕ່າງໆຫຼາກຫຼາຍເຊັ່ນ: ຈັດຕັ້ງໂຄສະນາ ປຸກລະດົມຜູ້ມາວາງຂາຍເຄື່ອງ ໃຫ້ນຸ່ງຖືແບບບູຮານ ( ວັດທະນະທຳຢ້ອນຍຸກສະໄໝປູ່ຍ່າຕາຍາຍ); ຈັດໃຫ້ມີມູມຂາຍອາຫານລາວເດີມ ເພື່ອແຂກທີ່ມາທ່ຽວງານສາມາດຖ່າຍຮູບໄວ້ເປັນທີ່ລະນຶກໄດ້, ຈັດໃຫ້ມີການສາທິດປຸງແຕ່ງອາຫານພື້ນເມືອງ, ມີການສຳມະນາ, ສາທິດການສານກະຕ່າໄມ້, ຈັດການປະກວດຕົກແຕ່ງຮ້ານແບບລາວໆ ໂດຍໃຫ້ໃຊ້ອຸປະກອນຈາກທໍາມະຊາດ ປອດສານເຄມີ ແລະ ຈັດຕັ້ງກວດສຸຂະພາບແບບບໍ່ເສຍຄ່ານໍາອີກ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ແຫລ່ງ​ທີ່​ມາ: laoedaily.com.la