ມາຮູ້ຈັກທັງ 50 ຊົນເຜົ່າໃນ ສປປ ລາວ ຫຼັງເພີ່ມ ເຜົ່າບຣູ ເຂົ້າມາໃໝ່.

SA Game

ພາບ: muan.la

ປະ​ຈຸ​ບັນ ສ​ປ​ປ ລາວ ມີ​ຊົນ​ເຜົ່າ​ທັງ​ໝົດ 50 ຊົນເຜົ່າຫລັງ​ຈາກ​ການ​ອັບ​ເດດ​ລ້າ​ສຸດ.

ພາຍຫຼັງສະພາແຫ່ງຊາດໄດ້ຮັບຮອງເອົາເຜົ່າບຣູເຂົ້າເປັນໜຶ່ງໃນຊົນເຜົ່າຂອງວົງຄະນາຍາດແຫ່ງຊາດ ເຮັດໃຫ້ຕອນນີ້ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະກອບມີ 50 ຊົນເຜົ່າ ເຊິ່ງການເພີ່ມເຜົ່າບຣູເຂົ້າມານີ້ ກໍເພື່ອຮັບຮູ້ການມີຢູ່ຂອງພວກເຂົາ ແລະ ຍົກສູງບົດບາດໃນການເຄື່ອນໄຫວພັດທະນາປະເທດຊາດໃນຖານະຂອງຊົນເຜົ່າໜຶ່ງທີ່ຢູ່ໃນປະເທດລາວ.

ເຊິ່ງທັງ 50 ຊົນເຜົ່ານີ້ ປະກອບມີ: 1.ຊົນເຜົ່າລາວ , 2.ຊົນເຜົ່າໄຕ, 3.ຊົນເຜົ່າຜູ້ໄທ, 4.ຊົນເຜົ່າລື້, 5.ຊົນເຜົ່າຍວນ, 6.ຊົນເຜົ່າຢັ້ງ, 7. ຊົນເຜົ່າແຊກ, 8. ຊົນເຜົ່າໄທເໜືອ, 9.ຊົນເຜົ່າກຶມມຸ,10.ຊົນເຜົ່າໄປຣ. 11.ຊົນເຜົ່າຊິງມູນ, 12.ຊົນເຜົ່າຜ້ອງ, 13.ຊົນເຜົ່າແທ່ນ, 14.ຊົນເຜົ່າເອີດູ, 15.ຊົນເຜົ່າບິດ, 16.ຊົນເຜົ່າລະເມດ, 17.ຊົນເຜົ່າສາມຕ່າວ, 18.ຊົນເຜົ່າກະຕາງ, 19.ຊົນເຜົ່າມະກອງ, 20.ຊົນເຜົ່າຕຣີ.

SA Game
ພາບ: muan.la

21.ຊົນເຜົ່າຢຣຸ, 22.ຊົນເຜົ່າຕຣຽງ, 23.ຊົນເຜົ່າຕະໂອ້ຍ, 24. ຊົນເຜົ່າແຢະ, 25.ຊົນເຜົ່າເບຣົາ, 26.ຊົນເຜົ່າກະຕູ, 27.ຊົນເຜົ່າຮາຣັກ, 28.ຊົນເຜົ່າໂອຍ, 29.ຊົນເຜົ່າກຣຽງ, 30.ຊົນເຜົ່າເຈັງ, 31.ຊົນເຜົ່າສະດາງ, 32.ຊົນເຜົ່າຊ່ວຍ, 33.ຊົນເຜົ່າຍະເຫີນ, 34.ຊົນເຜົ່າວະລີ, 35.ຊົນເຜົ່າປະໂກະ, 36.ຊົນເຜົ່າຂະແມ, 37.ຊົນເຜົ່າຕຸ້ມ, 38.ຊົນເຜົ່າງວນ, 39.ຊົນເຜົ່າມ້ອຍ, 40.ຊົນເຜົ່າກຣີ.

SA Game
ພາບ: muan.la

41.ຊົນເຜົ່າມົ້ງ, 42.ຊົນເຜົ່າອິວມຽນ, 43.ຊົນເຜົ່າອາຄາ, 44.ຊົນເຜົ່າພູນ້ອຍ, 45.ຊົນເຜົ່າລາຫູ, 46.ຊົນເຜົ່າສີລາ, 47.ຊົນເຜົ່າຮາຢີ, 48.ຊົນເຜົ່າໂລໂລ, 49.ຊົນເຜົ່າຫໍ້ ແລະ 50.ຊົນເຜົ່າບຣູ.

ແຕ່ລະຊົນເຜົ່ານີ້ມີ ພາສາລາວ ທີ່ນໍາໃຊ້ເປັນພາສາທາງການ ແລະ ມີພາສາປາກເວົ້າພາຍໃນຊົນເຜົ່າຕົນເອງແຕກຕ່າງກັນໄປ ເຊິ່ງແບ່ງອອກເປັນ 4 ກຸ່ມພາສາ ຄື: 1. ກຸ່ມ​ພາສາ​ລາວ-​ໄຕ, 2. ກຸ່ມ​ພາສາ​ມອນ-ຂະ​ແມ, 3. ກຸ່ມ​ພາສາ​ມົ້ງ-ມຽນ, 4. ກຸ່ມ​ພາສາ​ຈີນ-ຕິ​ເບ​ດ.

SA Game
ພາບ: muan.la

ແຕ່ລະຊົນເຜົ່າມີວັດທະນະທໍາທາງດ້ານວັດຖຸ ແລະ ຈິດໃຈອັນດີງາມມາແຕ່ດົນນານ ແລະ ໄດ້ຮັບການອະນຸລັກ ຮັກສາພັດທະນາ ໄປຄຽງຄູ່ກັບການພັດທະນາປະເທດຊາດ ໃນແຕ່ລະຍຸກສະໄໝ, ມີຮີດຄອງເປັນປະເພນີທີ່ບັນພະບູລຸດໄດ້ປະຕິບັດສືບທອດກັນມາແຕ່ບູຮານ ແລະ ຍັງມີມູນເຊື້ອອັນດີງາມ ທີ່ສ່ອງແສງໃຫ້ເຫັນເຖິງການດໍາລົງຊີວິດ ຂອງປະຊາຊົນລາວໃນແຕ່ລະຍຸກ ແຕ່ລະສະໄໝ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: muan.la