ຢືນ​ຢັນ! ບໍ່​ມີ​​ເຫດການ​ຍິງ​ປືນ​ໃນ​ຄ່ຳ​ຄືນ​ວັນ​ອອກ​ພັນ​ສາຕາມ​ການ​ກ່າວ​ອ້າງ

SA Game

ໂທລະພາບນະຄອນຫຼວງ

ເມືອງປາກງື່ມ ຢືນຢັນບໍ່ມີເຫດການຍິງປືນໃດໆຕາມການກ່າວຫາຂອງເພຈພິສູດບັ້ງໄຟພະຍານາກ.

ກໍລະນີ ທີ່ທ້າວ ສົມພົບ ຄຳສະຫວັດ ແອັດມິນເພຈພິສູດບັ້ງໄຟພະຍານາກ ໄດ້ຍື່ນເອກະສານຕໍ່ສະຖານທູດລາວ ປະຈຳປະເທດໄທ ໃຫ້ກວດສອບເລື່ອງບັ້ງໄຟພະຍານາກ ທີ່ເກີດຂຶ້ນໃນມື້ ວັນເພັງ 15 ຄໍ່າເດືອນ 11 ຊຶ່ງກົງກັບວັນທີ 21 ຕຸລາ 2021 ຜ່ານມາ ເປັນການຍິງລູກປືນສ່ອງແສງ ຂອງຊາວບ້ານໃນປະເທດລາວ ຈຳນວນ 10 ບ້ານ ຢູ່ພາຍໃນເມືອງປາກງື່ມ ນະຄອນຫຼວງວຽງຈັນ ແລະ ບັນດາບ້ານໃນເມືອງທ່າພະບາດ, ເມືອງປາກກະດິງ ແຂວງບໍລິຄຳໄຊ ເພື່ອຫຼອກລວງຊາວໜອງຄາຍ ແລະ ບຶງການ ປະເທດໄທ ວ່າເປັນບັ້ງໄຟພະຍານາກ ຈາກກະແສຂ່າວທີ່ເກີດຂຶ້ນໄດ້ສ້າງຄວາມວິພາກວິຈານ ຈາກປະຊາຊົນທັງສອງຝັ່ງຂອງ ຊຶ່ງໄດ້ປະກົດຂຶ້ນໃນສື່ອອນລາຍຕ່າງໆ.

ດັ່ງນັ້ນ, ໃນວັນທີ 26 ຕຸລາ ຜ່ານມາ, ທ່ານ ຄຳໝູນ ຕຽນທະລາດ ເຈົ້າເມືອງປາກງື່ມ ນວ ໄດ້ໃຫ້ສຳ ພາດວ່າ:

ຫຼັງຈາກໄດ້ຮັບຮູ້ຂ່າວດັ່ງກ່າວ ການນຳນະຄອນຫຼວງວຽງ​ຈັນ ກໍໃຫ້ທິດຊີ້ນຳທາງເມືອງໃຫ້ລົງກວດສອບຄວາມຈິງ, ທາງເມືອງຈຶ່ງໄດ້ມອບໝາຍໃຫ້ຜູ້ຮັບຜິດຊອບຊີ້ນຳແຕ່ລະກຸ່ມບ້ານສົມ ທົບກັບກຳລັງຮາກຖານ, ກຳລັງກອງຮ້ອຍຊາຍແດນລົງກວດກາເອົາຂໍ້ມູນຕົວຈິງ ແລະ ເຮັດບົດບັນທຶກນໍາອົງການປົກຄອງບ້ານໃນ 4 ບ້ານຄື:

SA Game
ໂທລະພາບນະຄອນຫຼວງ

ບ້ານໜອງຂຽດ, ບ້ານປາກງື່ມ, ບ້ານນາກຸງ ແລະ ບ້ານໂດນເໜືອ ຊຶ່ງນາຍບ້ານແຕ່ລະບ້ານກໍຢືນຢັນເປັນສຽງດຽວກັນວ່າ ບໍ່ມີມູນຄວາມຈິງ ໃນຄືນວັນອອກພັນສາ ສະພາບການແມ່ນມີຄວາມສະຫງົບຮຽບຮ້ອຍ ແລະ ໄດ້ມີກຳລັງທະຫານເມືອງສົມທົບກັບກອງຮ້ອຍຊາຍແດນ ແລະ ປກສ ກຸ່ມ ກວດກາລາດຕະເວນເບິ່ງຄວາມເປັນລະບຽບຮຽບຮ້ອຍຕະຫຼອດ 24 ຊົ່ວໂມງ,

ຊຶ່ງເປັນໄປບໍ່ໄດ້ທີ່ຈະມີການຍິງປືນໃນຄໍ່າຄືນຂອງວັນດັ່ງກ່າວ ຄືດັ່ງແອັດມິ້ນເພຈພິສູດບັ້ງໄຟພະຍານາກກ່າວຫາ ເນື່ອງຈາກປັດຈຸບັນເປັນໄລຍະປ້ອງກັນການລະບາດຂອງພະຍາດໂຄວິດ-19 ທາງເມືອງ ກໍໄດ້ຫ້າມ ບໍ່ໃຫ້ປະຊາຊົນເດີນທາງໄປມາ ໃນຍາມກາງຄືນ ຖ້າບໍ່ຈຳເປັນ.

ທ່ານຍັງກ່າວຕື່ມວ່າ: ຂ່າວດັ່ງກ່າວ ຖືເປັນຂ່າວບິດເບືອນບໍ່ມີຄວາມຈິງ ເປັນຂ່າວເສກສັນປັ້ນແຕ່ງຂຶ້ນມາ, ຖ້າຫາວ່າ ພວກເຮົາຍັງປະປ່ອຍຂ່າວໃຫ້ເປັນ ຄືດັ່ງກ່າວຈະເຮັດໃຫ້ມີຜົນກະທົບຕໍ່ສາຍພົວພັນມິດຕະພາບລາວ-ໄທ ໂດຍສະເພາະສາຍພົວ ພັນລະເມືອງປາກງື່ມ ກັບ ຈັງຫວັດໂພນພິໃສທີ່ມີສາຍພົນພັນມາແຕ່ດົນນານ. ສະນັ້ນ, ການເສບຂ່າວຕ່າງໆ ຢາກໃຫ້ມີມູນຄວາມຈິງ.

SA Game
ໂທລະພາບນະຄອນຫຼວງ

ພັທ ຄຳສິງ ລໍວັນໄຊ ຮັກສາການຫົວໜ້າກອງບັນ ຊາການ ປກສ ເມືອງປາກງື່ມ ໄດ້ໃຫ້ສຳພາດວ່າ: ທ່າມກາງທີ່ພວມປະເຊີນກັບການລະບາດຂອງພະຍາດໂຄວິດ-19 ສະເພາະໃນມື້ອອກພັນສາ, ວັນທີ 21 ຕຸລາ ຜ່ານມາ,ຄະ​ນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ ໄດ້ຊີ້ນໍາໃຫ້ມີການປ້ອງກັນຢ່າງໜາແໜ້ນ,ໂດຍມີ ກອງບັນຊາການ ປກສ ແລະ ກອງບັນຊາການທະຫານເມືອງສົມທົບກັນຈັດຕັ້ງກຳລັງເວນຍາມຢູ່ຕາມບັນດາຈຸດຫຼໍ່ແຫຼມ ໂດຍສະເພາະບັນດາບ້ານ ທີ່ຢູ່ຕາມລຽບແຄມແມ່ນໍ້າຂອງ ທີ່ເຄີຍມີຄົນມາທ່ຽວຊົມປະກົດການບັ້ງໄຟພະຍານາກນັ້ນ ແມ່ນໄດ້ຫ້າມບໍ່ໃຫ້ມວນຊົນເຂົ້າມາທ່ຽວຊົມ ຄືກັບແຕ່ລະປີທີ່ຜ່ານມາ, ທີ່ຍັງບໍ່ທັນມີການລະບາດຂອງພະຍາດໂຄວິດ-19,ພ້ອມທັງໄດ້ປິດການສັນຈອນໄປມາໃນຍາມກາງຄືນ, ຕໍ່ກັບຄຳຖາມທີ່ວ່າ ມີຄວາມເປັນໄປໄດ້ບໍທີ່ໄດ້ມີການລັກລອບຍິງປືນໃນຄໍ່າຄືນດັ່ງກ່າວ.

ພັທ ຄຳສິງ ລໍວັນໄຊ ໄດ້ກ່າວວ່າ:

ຜ່ານການຕິດ ຕາມຕົວຈິງເຫັນວ່າເຫດການນີ້ ເປັນໄປບໍ່ໄດ້ ເນື່ອງຈາກວ່າໃນຄໍ່າຄືນຂອງວັນທີ 21 ຕຸລາ 2021 ນັ້ນ, ສອງກອງບັນຊາການ ໄດ້ຈັດຕັ້ງກັນເຂົ້າປະຈຳການຢູ່ບັນດາຈຸດຫຼໍ່ແຫຼມຕ່າງໆ ຂອງບັນດາບ້ານ ໂດຍສະເພາະ ຕາມບ້ານຢູ່ລຽບຕາມແຄມແມ່ນໍ້າຂອງທີ່ເຄີຍມີປະກົດການທຳມະຊາດນີ້ ໄດ້ມີການປະຈຳ ການຕະຫຼອດ 24 ຊົ່ວໂມງ.

ພັຕ ລຸນສອນ ບຸນພະໄຊ ຮອງຫົວໜ້າການທະ ຫານ ກອງບັນຊາການທະຫານ ເມືອງປາກງື່ມ ໄດ້ໃຫ້ສຳພາດວ່າ: ໃນການຈັດຕັ້ງນໍາໃຊ້ອາວຸດໄດ້ມີມາດຕະການຢ່າງເຂັ້ມງວດບໍ່ອະນຸຍາດໃຫ້ບຸກຄົນໃດໜຶ່ງນໍາໃຊ້ປືນ, ພວກເຮົາໄດ້ມີລະບຽບ, ມີມາດຕະການເຂັ້ມງວດ,ຖ້າຜູ້ໃດລະເມີດ ແມ່ນໄດ້ມີການປະຕິບັດວິໄນ.

SA Game
ໂທລະພາບນະຄອນຫຼວງ

ທ່ານໄດ້ຢືນຢັນວ່າ: ກຳລັງກອງຫຼອນ ທີ່ປະຕິ ບັດໜ້າທີ່ ໃນຄໍ່າຄືນນັ້ນ ແມ່ນບໍ່ໄດ້ຍິງປືນແຕ່ປະ ການໃດ, ພາຍຫຼັງໄດ້ຍິນຂ່າວດັ່ງກ່າວ ໄດ້ມີການແຕ່ງຕັ້ງໜ່ວຍງານລົງໄປກວດກາເຫັນວ່າບໍ່ມີໃຜໄດ້ຍິງປືນ. ຂໍຢືນຢັນວ່າ ໃນມື້ວັນບຸນອອກພັນສາ ຄືໃນວັນທີ 21 ຕຸລາ ຜ່ານມາ ກຳລັງດັ່ງກ່າວແມ່ນບໍ່ມີການຍິງປືນ ແລະບຸກຄົນຕ່າງໆກໍບໍ່ໄດ້ຍິງ, ຜ່ານ ການສອບຖາມຈາກຫຼາຍພາກສ່ວນເຫັນໄດ້ວ່າ ປີນີ້ ມີປະກົດການທີ່ຊາວບ້ານສ່ວນໃຫຍ່ເອີ້ນກັນວ່າບັ້ງໄຟພະຍານາກເກີດຂຶ້ນຢ່າງແທ້ຈິງ, ບໍ່ໄດ້ມີການຍິງປືນຄືດັ່ງຂໍ້ກ່າວຫາຂອງແອັດມິ້ນເພຈພິສູດບັ້ງ ໄຟພະຍານາກທີ່ໄດ້ຍືນຕໍ່ສະຖານທູດລາວ ທີ່ບາງກອກປະເທດໄທ ໃນວັນທີ 25 ຕຸລາ ຜ່ານມາ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ໂທລະພາບນະຄອນຫຼວງ