ມ​ຊ ປັບ​ປຸງ​ຫລັກ​ສູດ​ໃນ​ການ​ສິດ​ສອນ​ໃຫ້​ທັນ​ກັບ​ສະ​ພາບ​ການ​ປະ​ຈຸ​ບັນ.

SA Game

ພາບ: ເສດຖະກິດ-ສັງຄົມ

ມະຫາວິທະຍາໄລແຫ່ງຊາດປັບປຸງ ແລະ ສ້າງຫຼັກສູດໃໝ່ໃຫ້​ເໝາະ​ສົມ​ກັບ​ສະ​ພາບ​ປະ​ຈຸ​ບັນ.

ມະຫາວິທະຍາໄລແຫ່ງຊາດ ( ມຊ ) ໄດ້ຮັບການສ້າງຕັ້ງປີ 1996 ມາຮອດປັດຈຸບັນແມ່ນຄົບຮອບ 24 ປີ ມຊ ໃນເບື້ອງຕົ້ນມະຫາວິທະຍາໄລແຫ່ງຊາດ ມີພຽງແຕ່ 7 – 8 ຄະນະວິຊາ ແຕ່ມາຮອດປັດຈຸບັນມີເຖິງ 13 ຄະນະວິຊາເຊິງ​ໄດ້​ເພີ່ມ​ຂື້ນ​ມາ​ອີກ 5 ຄະ​ນະ​ວິ​ຊາ.

ນອກຈາກນີ້ ມະຫາວິທະຍາໄລແຫ່ງຊາດຍັງໄດ້ມີ 2 ສະຖາບັນຫຼັກຄື ສະຖາບັນລາວ – ຍີ່ປຸ່ນ ແລະ ສະຖາບັນຂົງຈື ທີ່ໄດ້ຮັບການພັດທະນາຂຶ້ນຢູ່ໃນມະຫາວິທະຍາໄລແຫ່ງຊາດ. ແລະ ເພື່ອ​ປັບ​ປຸງ​ນ​ລະ​ບົບ​ໃຫ້​ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ສັງ​ຄົມ​ລາວ​ປະ​ຈຸ​ບັນ​ກໍ​ຄື​ສະ​ພາບ​ການ​ຂອງ​ໂລກ​ເພື່ອ​ໃຫ້​ໄດ້​ລະ​ດັບ​ດຽວ​ກັນ​ກັບ​ສາ​ກົນ.

SA Game
ພາບ: ເສດຖະກິດ-ສັງຄົມ

ມະຫາວິທະຍາໄລແຫ່ງຊາດ ຈຶ່ງ​ເລັ່ງ​ໃສ່​ການພັດທະນາຄູ – ອາຈານ ຜູ້ທີ່ມີ ຄວາມຮູ້ຄວາມສາມາດ ໂດຍສະເພາະຜູ້ທີ່ຈະມາສິດສອນໄດ້ກໍຕ້ອງແມ່ນລະດັບປະລິນຍາໂທ, ປະລິນຍາເອກ ຫຼື ເປັນຊ່ຽວຊານເຖິງຈະສອນໄດ້ ມາຮອດໄລຍະນີ້ ມຊ ໄດ້ມີການປະຕິບັດການສ້າງຄູ – ອາຈານໄດ້ຫຼາຍສົມຄວນ.

ໃນປັດຈຸຸບັນທາງ ມຊ ໄດ້ຄ່ອຍລົບລ້າງລະບົບອະນຸປະລິນຍາ, ຊັ້ນສູງ ແລະ ກໍກຽມທີ່ຈະໂຈະສອງຄະນະວິຊາທີ່ມີຫຼັກສູດຊັ້ນສູງ. ມຊ ໄດ້ສຸມໃສ່ຫຼັກສູດປະລິນຍາຕີ, ປະລິນຍາໂທ ພ້ອມທັງກຳລັງສຸມໃສ່ຂະຫຍາຍຫຼັກສູດປະລິນຍາເອກ ແລະ ຊ່ຽວຊານ ເຊິ່ງ ມຊ ໄດ້ສົ່ງຄູ – ອາຈານໄປຮຽນຕ່າງປະເທດໂດຍໄດ້ມີການເຮັດ MOU ທີ່ໄດ້ທຶນໃນການຊ່ວຍເຫຼືອເພື່ອຍົກລະດັບຄູ – ອາຈານທີ່ຢູ່ພາຍໃນມະຫາວິທະຍາໄລແຫ່ງຊາດ, ທ່ານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ກ່າວ.

ປັດຈຸບັນ, ມະຫາວິທະຍາໄລແຫ່ງຊາດ ໄດ້ປັບປຸງຫຼັກສູດທີ່ບໍ່ທັນໄດ້ມາດຕະຖານ ແລະ ສ້າງຫຼັກສູດໃໝ່ທີ່ມີ ຄວາມຈໍາເປັນ ເຊັ່ນ: ຫຼັກສູດສາກົນ ເພື່ອເຊື່ອມໂຍງເຂົ້າປະຊາຄົມເສດຖະກິດອາຊຽນ, ຫຼັກສູດອາຊຽນສຶກສາ ແລະ ກຽມພ້ອມຍົກລະດັບພາສາຕ່າງປະເທດ ໂດຍສະເພາະແມ່ນພາສາອັງກິດໃຫ້ແກ່ພະນັກງານ – ຄູອາຈານ, ເນັ້ນໃຫ້ນັກສຶກສາກາຍເປັນນັກວິຊາການທີ່ມີຄຸນສົມບັດ, ມີຄວາມສີວິໄລທາງດ້ານຈິດໃຈ, ມີຄຸນນະພາບທາງດ້ານຄວາມຮູ້ ແລະ ຄວາມສາມາດຢູ່ໃນລະດັບນໍາໜ້າຂອງຊາດ, ໃກ້ຄຽງກັບພາກພື້ນ ແລະ ສາກົນ.

SA Game
ພາບ: ເສດຖະກິດ-ສັງຄົມ

ພັດທະນາລະບົບກົງຈັກການຄຸ້ມຄອງຂອງມະຫາວິທະຍາໄລແຫ່ງຊາດ ໃຫ້ມີປະສິດທິພາບ, ປະສິດທິຜົນ, ມີຄວາມໂປ່ງໃສ, ວ່ອງໄວ, ສັບຊ້ອນພະນັກງານ ເພື່ອໃຫ້ສອດຄ່ອງກັບວິຊາສະເພາະ ແລະ ສອດຄ່ອງກັບວຽກງານຕົວຈິງ, ສືບຕໍ່ປັບປຸງກົນໄກ, ວິທີການດໍາເນີນງານຂອງພະນັກງານບໍລິຫານແຕ່ລະຂັ້ນ; ວິທີເຮັດວຽກຜ່ານປະຕູດຽວ ແລະ ການເກັບມ້ຽນເອກະສານໃຫ້ຖືກລະບົບ.

ຍຸດທະສາດໃນຕໍ່ໜ້າ ມະຫາວິທະຍາໄລແຫ່ງຊາດ ຈະສຸມໃສ່ການປັບປຸງການວາງແຜນພັດທະນາການສຶກສາ, ພັດທະນາລະບົບການຮຽນ – ການສອນ E-learning, ສົ່ງເສີມຄູ – ອາຈານໃນການສ້າງເນື້ອໃນວິຊາການຮຽນ – ການສອນແບບ E-Learning ເພື່ອສະໜອງໃຫ້ລະບົບການຮຽນແບບ E-Learning, ສ້າງ, ຜ່ານ ແລະ ຮັບຮອງນິຕິກໍາກ່ຽວກັບການຈັດຕັ້ງການຮຽນ – ການສອນທາງໄກ ພ້ອມສ້າງລະບົບການບໍລິຫານຈັດການການຮຽນ – ການສອນ ( LMS ).

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ເສດຖະກິດ-ສັງຄົມ