ມາ​ຮູ້​ຈັກ​ກັບປະຫວັດພຣະເຈົ້າອິນແປງໃນ​ສະ​ໄໝພຣະເຈົ້າໄຊຍະເສດຖາທິຣາຊ

SA Game

ອີນ​ໄຊ​ລາວ.

ປະຫວັດຄວາມ​ເປັນ​ມາ​ຂອງພຣະເຈົ້າອິນແປງໃນ​ສະ​ໄໝພຣະເຈົ້າໄຊຍະເສດຖາທິຣາຊ.

ຕາມ​ຂໍ້​ມູນ​ປະ​ຫວັດ​ຄວາມ​ເປັນ​ມາ​ຂອງ​ພ​ຣະ​ເຈົ້າ​ອິນ​ແປງໃນ​ສະ​ໄໝ​ກ່ອນ, ພຣະເຈົ້າໄຊຍະເສດ໗າທິຣາຊ ເຫັນວ່ານະຄອນຊຽງທອງຫຼວງພະບາງ ແມ່ນມີຄວາມສ່ຽງຈາກການຮຸກຮານສັກດີນາຕ່າງດ້າວ, ພຣະອົງໄດ້ຍ້າຍມາສ້າງນະຄອນວຽງຈັນສີສັດຕະນາຄະຫຸດອຸດຕະມະຣາຊະທານີ ເປັນນະຄອນຫຼວງແຫ່ງໃໝ່:

1. ມີທີ່ຕັ້ງເໝາະສົມ ໃຈກາງຂອງປະເທດ ແລະ ມີທົ່ງພຽງດຳເນີນການຜະລິດປູກຝັງລ້ຽງສັດ,
2. ສະສົມສະບຽງອາຫານ ແລະ ເຕົ້າໂຮມຈຳນວນພົນທະຫານຫຼວງໄດ້ເຖີງ 250,000 ຄົນ ແລະ ກຳລັງທ້ອງຖີ່ນໄດ້ເຖີງ 200,000 ຄົນ,
3. ໄດ້ສູ່ຂໍເອົາອົງຍິງຈາກກຸງສີອະຍຸດທະຍາມາເປັນພຣະອັກຄະມະເຫສີ ແລະ ໄດ້ມີສັນຍາແບ່ງປັນເຂດແດນ ເອົາພຣະທາດສີສອງຮັກເປັນຫຼັກເຂດ,
4. ໄດ້ອະຣາທະນານິມົນພຣະສົງຈາກອານາຈັກຂະເມນ ມາໃຫ້ການສຶກສາ ແລະ ພັດທະນາພຸດທະສາສະນາດ້ານພຣະສູຕ ແລະ ທຳມະວິໄນ, ໂດຍເປັນກຽດນຳພາໂດຍພຣະຣາຊີນີແຫ່ງພຣະມະຫາກະສັດຂອມ ແລະ ໄດ້ສ້າງຮູບປັ້ນຫີນກະສັດຕຣີສອງອານາຈັກໄວ້ເປັນທີ່ລະລຶກຢູ່ວັດອິນແປງ ນະຄອນຫຼວງວຽງຈັນເຖີງເທົ່າທຸກວັນນີ້;

ປະຫວັດພຣະເຈົ້າອິນແປງ ຕິດພັນກັບປະຫວັດສາດສິນລະປະຍຸດທະວິທີການທະຫານຂອງສົມເດັດພຣະເຈົ້າໄຊຍະເສດຖາທິຣາຊ ທີ່ວ່າ “ສັດຕູແຂງເຮົາຫຼົບຫຼີກ ສັດຕູພັກເຮົາລົບກວນ ສັດຕູອ່ອນເຮົາບຸກຕີ ແລະ ສັດຕູແຕກເຮົາດັບສູນ”

SA Game
ອີນ​ໄຊ​ລາວ.

ພາຍຫຼັງກະສັດບູເລັງນອງແຫ່ງ ອານາຈັກພະມ້າ ໄດ້ຍຶດຄອງອານາຈັກສະຫຍາມສຳເລັດຜົນ, ໄດ້ສືບຕໍ່ເຂົ້າມາຮຸກຮານອານາຈັກລາວລ້ານຊ້າງໃນປີ ຄສ 1524 ໂດຍການລະດົມຈຳນວນພົນເຖີງ 650,000 ຄົນ ແລະ ປືນໃຫຍ່;

ພຣະເຈົ້າໄຊຍະເສດຖາທີຣາຊ ໄດ້ມີການກຽມພ້ອມສູ້ຮົບໄວ້ລ່ວງໜ້າແລ້ວ:

1. ສາມາດກຳໄດ້ລາຍຊື່ ຄຸນລັກສະນະ ປະຫວັດບັນດານາຍທະຫານຄົນສຳຄັນຂອງ ມະຫາກະສັດບູເລັງນອງ ຜູ່ຊະນະສິບທິດ ໄດ້ຢ່າງລະອຽດຄົບຖ້ວນຊັດເຈນ (ຈາກນັກສືບສອດແນມ).

  1. ນຳໄຊ້ວິທີ “ຕີແບບກອງຫຼອນ ບໍຕີແບບປະເຊີນໜ້າ”, ມອບໝາຍໃຫ້ພຣະຍາແສນສຸລິນ ຈັດວາງກຳລັງບຸກໂຈມຕີກອງກຳລັງສະບຽງທະຫານພະມ້າ ໂດຍຄັດເອົານາຍທະຫານທີ່ມີຄວາມເກັ່ງກ້າມີພອນສະຫວັນໃນແຕ່ລະດ້ານແຕ່ລະຈັງຫວະ.
  1. ທະຫານພະມ້າໄດ້ນຳກຳລັງກອງໜ້າ 200,000 ຄົນລົງມາຕາມລຳແມ່ນໍ້າຊີ.
  2. ມີຄຳສັ່ງໃຫ້ທະຫານລາວເຮົາຖອຍຈາກຕົວເມຶອງເຂົ້າປ່າ ປ່ອຍໃຫ້ກາຍເປັນຕົວເມືອງຮ້າງ ອັນໄດເປັນສະບຽງເປັນຍຸດທະປັດໄຈເອົາໄປບໍໄດ້ ມີຄຳສັ່ງໃຫ້ຈູດຖີ້ມໝົດບໍໃຫ້ສັດຕູນຳໄຊ້ໄດ້ເດັດຂາດ ແລະ ພະຍາຍາມແກ່ຍາວການສູ້ຮົບອອກໄປໃຫ້ເຖີງລະດູຝົນ ອັນເປັນລະດູທີ່ເໝາະສົມກັບການສູ້ຮົບບຸກໂຈມຕີຈາກຝ່າຍເຮົາ.
  3. ເມື່ອທະຫານພະມ້າຍົກກຳລັງພົນເຕັມກຳລັງເຖີງຊານເມືອງນະຄອນຫຼວງວຽງຈັນ ຈັ້ງທ່າຢູ່ຟາກນໍ້າຂອງເບື້ອງນັ້ນເຫັນເປັນເມືອງຮ້າງ, ແຕ່ພັດຖືກລ້ອມບຸກໂຈມຕີແບບຕີໝູໃນເລົ້າ ຖອນອອກກະບໍໄດ້, ພວກເຮົາໄດ້ໄຊ້ກອງກຳລັງ 200,000 ບຸກໂຈມຕີແບບກອງຫຼອນ ຕີເຂົ້າຮອບດ້ານ ເຮັດໃຫ້ຫະຫານມະມ້າເສຍຂວັນກຳລັງໃຈ.
  4. ກອງບັນຊາການພຣະເຈົ້າໄຊຍະເສດຖາທິຣາຊ ແມ່ນຕັ້ງຢູ່ເຂດສຳນັກພຣະຣາຊະວັງ ປ່າສັກຫຼວງແຄມຂອງ, ໄດ້ດຳເນີນສົງຄາມຈິດຕະສາດ ເຮັດຄືບໍຮູ້ຮ້ອນຮູ້ໜາວ, ນັກສືບພະມ້າເຫັນວ່າພວກເຮົາໄດ້ດຳເນີນພິທີຫຼໍ່ພຣະພຸດທະຮູບ “ວັດປ່າສັກຫຼວງໃນອະດີດ ຫຼື ວັດອິນແປງໃນປັດຈຸບັນ” ເປັນເວລາສາມມື້ສາມຄືນແລ້ວ ທອງຫຼອມຍັງບໍ່ເປື່ອຍ ຈົນວ່າໄດ້ມີພຣະອິນແປງຮ່າງເປັນພາມລົງມາຫຼໍ່ຈື່ງສຳເລັດ ແລະ ຕື່ນເຊົ້າມື້ຕໍ່ມາແມ່ນກຳນົດວ່າຈະມີພິທີສະເຫຼີມສະຫຼອງຢ່າງຍີ່ງໄຫຍ່ ແລະ ຮ້ອງພຣະພຸດທະຮູບອົງນີ້ວ່າ “ພຣະເຈົ້າອິນແປງ”.
  5. ໃນຄໍ່າຄືນວັນນັ້ນ ພຣະມະເຫສີແຫ່ງພຣະເຈົ້າໄຊຍະເສດຖາທິຣາຊ ໄດ້ຂານອາສາເປັນຜູ່ດຳເນີນການ “ສົມໂພດສະຫຼອງພຣະເຈົ້າອິນແປງຕາມກຳນົດໝາຍ”, ສ່ວນພຣະອົງໃຫ້ຂ້າມນໍ້າຂອງບຸກຄ້າຍສັດຕູພ້ອມດ້ວຍກຳລັງທະຫານເອກໂດຍບໍໃຫ້ມີສຽງປືນແຕກ ແລະ ເຊື້ອເຊີນກະສັດບູເລັງນອງມາຮ່ວມເຮັດບຸນສູດສົມໂພດນຳພວກເຮົາ.
  6. ຄືນກ່ອນກຳນົດໝາຍພິຊິດສົງຄາມແບບໜ້າຕໍ່ໜ້າ, ດ້ວຍກົນລະຍຸດວິທີການສູ້ຮົບ ພຣະອົງໄດ້ສຳເລັດໜ້າທີ່ການຂູ່ຂວັນສັດຕູ “ເອົາປູນຂາວແຕ້ມໄສ່ຄໍນາຍທະຫານຜູ່ນຳສຳຄັນທຸກຄົນຂອງພະມ້າ ແລະ ຂຽນໄສ່ຝາຫ້ອງນອນບູເລັງນອງ ໂດຍມີຂໍ້ຄວາມວ່າ ເຮົາບໍຢາກຂ້າສັດຕັດຊີວິດໄຜໃນຄໍ່າຄືນນີ້ ເຫັນປູນຂາວເຮົາແຕ້ມຕາມຄໍນາຍທະຫານທ່ານບໍ, ສະນັ້ນເຮົາເຊີນທ່ານພັກຮົບພັກສົງຄາມໃນຊ່ວງພິທີມະຫາມຸງຄຸນສົມໂພດພຣະເຈົ້າອິນແປງນຳປວງໄຜ່ຟ້າປະຊາຊົນລາວພວກເຮົາໄດ້ບໍ”.
  7. ເມື່ອຕື່ນເຊົ້າມາ ມີເຫດການສົນລະວົນເປັນຢ່າງໃຫຍ່ພາຍໃນຄ້າຍສັດຕູທະຫານພະມ້າ, ເພື່ອເປັນການພິສູດຄວາມເປັນຈິງ ກະສັດບູເລັງນອງໄດ້ຂ້າມນໍ້າຂອງມາພົບປະເຈລະຈາກັບກະສັດລາວຜູ່ອາດຫານເກັ່ງກ້າ.
  8. ໄຜວ່າວຽງຈັນຮ້າງ ເຊົາສະເດີຢ່າຟ້າວວ່າ ມັນສິໂປ້ບາດຫຼ້າ ໝາກແຕງຊ້າງໜ່ວຍປາຍ”ເມື່ອມາເຫັນສະພາບຄວາມເປັນຈີງ ເຫັນໄຜ່ຟ້າປວງປະຊາຫູ້ມຕ້ອມເປັນກຳລັງແຮງປວງຊົນອັນມະຫາສານ ເຫັນຄວາມສະຫງົບຮົ່ມເຢັນ ເຫັນປວງປະຊາຊົນຮ່ວມງານສູດສົມໂພດດ້ວຍພະລັງແຫ່ງສັດທາ ເຫັນວ່າການຮົບຄັ້ງນີ້ປະເມີນຜົນທີ່ຈະສຳເລັດໄດ້ຍາກ ດ້ວຍກຳລັງທະຫານອ່ອນເພຍ ຂາດສະບຽງອາຫານ ຂາດກຳລັງໃຈ, ທັງສອງພຣະມະຫາກະສັດເລີຍຕົກລົງສະຫງົບເສີກ ແລະ ພ້ອມພາກັນເຂົ້າຮ່ວມພິທີສົມໂພດພຣະຕາມການເຊີນ.
  9. ປະຫວັດສາດການສູ້ຮົບຄັ້ງນີ້ ເປັນບົດຮຽນຕົວຈິງອັນສູງສົ່ງທີ່ສຸດ, ເຮັດໃຫ້ສາມາດດັບສູນສັດຕູເກືອບຮອດ 450,000 ຄົນ ດ້ວຍຍຸດທະວິທີ “ສັດຕູແຂງເຮົາຫຼົບຫຼີກ ສັດຕູພັກເຮົາລົບກວນ ສັດຕູອ່ອນເຮົາບຸກຕີ ແລະ ສັດຕູແຕກເຮົາດັບສູນ”.
SA Game
ອີນ​ໄຊ​ລາວ.

ພຣະພຸດທະຮູບສະໄໝອານາຈັກລາວລ້ານຊ້າງອົງນີ້ “ພຣະເຈົ້າອິນແປງ ທີ່ໄດ້ຖືກອະຣາທະນາອັງເຊີນດ້ວຍຂັນຫ້າມາລາດອກໄມ້ເອົາໄປຈາກວັດອິນແປງ (ວັດປ່າສັກຫຼວງ ໃນເມື່ອກ່ອນ) ນະຄອນຫລວງວຽງຈັນ ແລະ ປະດິດສະຖານຢູ່ທີ່ວັດເສນາສະນາຣາມ ພຣະນະຄອນສີອະຍຸດທະຍາ” ນັບຕັ້ງແຕ່ປາງ ສະໄໝສັກດີນາສະຫຍາມມາຈູດເຜົານະຄອນຫຼວງວຽງຈັນຕອນເຈົ້າອານຸວົງເສຍໄຊ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ອີນ​ໄຊ​ລາວ.