ມາ​ຮູ້​ຈັກ​ກັບຕະກຸນນາກຂອງ ເມືອງຊຽງດົງ ຊຽງທອງ (ຫຼວງພຣະບາງ)

SA Game

ອີນ​ໄຊ​ລາວ.

ຄວາມ​ສຳ​ພັນຕະ​ກຸນ​ນາກ​ກັບ​ເມືອງ​ຊຽງ​ດົງ​ຊຽງ​ທອງ​ ຫລວງ​ພະ​ບາງ.

ຈາກໃນ​ສະ​ໄໝ່​ກ່ອນໆ ແລະ ພົງສາວະດານຕ່າງໆເຮັດໃຫ້ແຈ່ມແຈ້ງວ່າ ຊົນລາວລາວມີຄວາມເຊື່ອໃນພະຍານາກຢ່າງແໜ້ນແຟ້ນ ຊື່ເມືອງທຸກໆເມືອງລ້ວນແຕ່ກ່ຽວພັນກັບພະຍານາກທັງນັ້ນ ບໍ່ພຽງແຕ່ການຕັ້ງຊື່ເມືອງໃຫ້ກ່ຽວຂ້ອງກັບພະຍາ ນາກ ແຕ່ຫາກຍັງປາກົດຕາມຄະຕິຄວາມເຊື່ອໃນການຫາລືກງາມ ຍາມດີໃນການຂຶ້ນຄອງແຜ່ນດິນຂອງບັນດາເຈົ້າຊີວິດອີກ ເຊັ່ນ :

ຂຸນບູຣົມຣາຊາທິຣາຊ ເຈົ້ານະຄອນໜອງແສ ຜູ້ສ້າງເມືອງແຖນຈົນສຳເລັດ ຈຶ່ງຫາລຶກງາມຍາມດີຂຶ້ນຄອງເມືອງແຖນ ເຊິ່ງຫາໄດ້ວັນທີ່ລາຫູເຂົ້າສູ່ລາສີຕຸນ ສັດຄູ່ລາສີ ກໍ່ຄື ພະຍານາກ.

ຄວາມສຳພັນລະຫວ່າງນາກກັບນະຄອນຕ່າງໆ ຂອງຄົນລາວບໍ່ໄດ້ສິ້ນສຸດຢູ່ໃນສະໄຫມຂຸນບູຣົມ ສາຍສຳພັນນີ້ຍັງສືບທອດຕໍ່ເນື່ອງມາຮອດລູກ ຂອງຂຸນບູຣົມ ກໍ່ຄື ຂຸນລໍ ເຊິ່ງເປັນຜູ້ສ້າງເມືອງຊຽງດົງ ຊຽງທອງ (ຫລວງພຣະບາງ) ໂດຍມີການຫມາຍເຂດເມືອງໃນຕຳນານເອົາໄວ້ວ່າເອົາໂງ່ນຫມື່ນຫລວງເປັນຫາງນາກ ເອົາປາກນ້ຳຄານ ເປັນຫົວນາກ ແລະເອິ້ນຊື່ນະຄອນນີ້ວ່າ :

SA Game
ອີນ​ໄຊ​ລາວ.

ນະຄອນຊຽງທອງສີສັດຕະນາກ ຈົນມາຮອດເປັນເມືອງຫລວງພຣະບາງ ໃນທຸກມື້ນີ້.

ຫລວງພຣະບາງໄດ້ຊື່ວ່າເປັນນະຄອນແຫ່ງນາກ ຄົນຫລວງພຣະບາງເຊື່ອຖືໃນນາກຢ່າງແນບແຫນ້ນໃນຈິດໃຈ ຈົນເຖິງກັບປາກົດຄວາມເຊື່ອໃນເລື່ອງບັນພະບູຣຸດຂອງຄົນຫລວງພຣະບາງ ຄື :

ພະຍານາກ 15 ຕະກຸນ ແລະພະຍາກນາກ 15 ຕະກຸນນີ້ຍັງຄົງປົກປັກຮັກສາເຂດແດນຕ່າງໆດັ່ງນີ້ :

  1. ນາງດຳຢູ່ຄົກທ່ອນ,
    2. ນາງດ່ອນຢູ່ຄົກເຮືອ,
    3. ນາງຜົມເຝືອ(ຄຳເຝືອ)ຢູ່ເຫນືອທ່າຊ້າງ,
    4. ທ້າວໂຕ່ງກວ້າງຂວາງຢູ່ປາກຄານ ,
    5. ທ້າວທອງຈານຢູ່ຜາດ່ຽວ, ,
    6. ທ້າວຄຳບ່ຽວຢູ່ຜາເສືອ,
    7. ທ້າວບຸນເຍືອຢູ່ກ້ອນກ່າຍຟ້າ ,
    8. ທ້າວຄຳຫລ້າຢູ່ຜາບັງ,
    9. ທ້າວຄຳປັງຢູ່ພູຊ້າງ,
    10. ທ້າວບຸນກວ້າງຢູ່ພູຊວງ ,
    11. ທ້າວບຸນຍວງຢູ່ກ້ອງຫມຶດແອ່ນ,
    12. ທ້າວຄຳແທ່ນຢູ່ຜາຊະວາ,
    13. ທ້າວຈົງລົວຢູ່ຜາສຸມເສົ້າ (ຜາຍ່າເຖົ້າ) ,
    14. ອຸສຸພະນາກເຈົ້າຢູ່ເຝົ້າສົບດົງ,
    15. ທ້າວໃຈຈຳນົງ ຢູ່ຮັກສາພຣະບາທ ສຣິສັດຕະນາກເຈົ້າຢູ່ເຝົ້າຈອມສຣີ .

(ແຕ່ອັດມິນນັບໄດ້ 16 ຕະກຸນ ຂໍຄວາມກະລຸນາຜູ້ຮູ້ທຸກທ່ານຊ່ວຍຊີ້ແນະອີກຄັ້ງເດີແລະມີອີກຫລາຍຕຳລາແລະການເລົ່າຈາກຜູ້ເຖົ້າຜູ້ແກ່ ຜູ້ຊົວຄຸນນະວຸດ ທີ່ມີຄວາມແຕກຕ່າງກັນຈາກບົດຄວາມນີ້).

SA Game
ອີນ​ໄຊ​ລາວ.

ດ້ວຍເຫດນີ້ ຫລວງພຣະບາງຈຶ່ງເປັນດິນແດນແຫ່ງພະຍານາກ ແລະເປັນຄວາມເຫມາະສົມທຸກປະການ ທີ່ຈะເປັນສະຖານທີ່ສະຖາປະນາລິດເດດໃຫ້ກັບນາຄາທິບໍດີສີສັດຕະນາກບາດານທີ່ສະພາບຸນໄດ້ຈັດສ້າງຂຶ້ນ ໂດຍສະເພາະສັນຍາລັກຂອງສີຫນ້າຂອງພະຣາຊວັງຫລວງພຣະບາງຈຶ່ງເອົາຮູບນາກ 15 ຕະກຸນ ລາຍອ້ອມສັນຍາລັກຂອງຊ້າງ ສາມສຽນ ແປວ່ານາກທັງ 15 ຕະກຸນປົກປ້ອງຄຸ້ມຄອງອານາຈັກແຫ່ງນີ້ຢູ່ຕະຫລອດເວລາແລະ ຄວາມສຳພັນລະຫວ່າງພະຍານາກກັບຄົນລາວທີ່ປາກົດໃນຕຳນານນິທານ ຫລືພົງສາວະດານມັກຈະມີລັກສະນະຂອງຄວາມເປັນປະຫວັດສາດສອດແຊກຢູ່ສະເໝີ ແມ້ກະທັງຕຳນານການສ້າງເມືອງຫລວງສຸດທ້າຍຂອງລາວເຮົາ ກໍ່ຄື: ນະຄອນວຽງຈັນ ກໍ່ຍັງຄົງກ່ຽວພັນກັບພະຍານາກ ດັ່ງທີ່ເຮົາຮັບຮູ້ນັ້ນແລ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Lao Art and Culture