ມາ​ຮູ້​ຈັກ​ກັບທີ່​ມາ​ຂອງ​ ນາງ​ສັງ​ຂານ ໃນ​ບູນ​ປີ​ໃໝ່​ລາວ

SA Game

http://luangprabang1993.blogspot.com

ປະຫວັດຄວາມເປັນມາຂອງ “ນາງສັງຂານ” ທີ່ຄຽງຄູ່ກັບກຸດສົງການ.

ຖ້​າ​ຈະ​ເວົ້າ​ເຖິງປະຫວັດຄວາມເປັນມາຂອງ“ນາງສັງຂານ” ທີ່ເຮົາຈະເຫັນທຸກໆປີ ໃນຊ່ວງບຸນປີໃຫມ່ລາວ ແລະ ຈະປ່ຽນໄປໃນແຕ່ລະປີ​ນັ້ນ ເນືອງ​ຈາກວ່າ​ການ​ແຫ່ ນາງ​ສັງ​ຂານ​ແມ່ນ​ຈະ​ປ່ຽນ​ໄປ​ຕາມ​ແຕ່​ລະ​ປີ, ບຸນປີໃໝ່ລາວ ຖ້າໃຜຢາກໄປເບິ່ງບຸນປີໃໝ່ລາວທີ່ເປັນເອກະລັກ ທີ່ຍັງຄົງຮັກສາວັດທະນະທຳລາວແບບເກົ່າແກ່ ແມ່ນຕ້ອງໄປເບິ່ງທີ່ເມືອງຫຼວງພະບາງ ເມືອງມໍລະດົກໂລກ ທີ່ມີການແຫ່ຫວໍ່ ແຫ່ນາງສັງຂານ ເຕັມໄປດ້ວຍເອກະລັກວັດທະນະທຳອັນເກົ່າແກ່ທີ່ສືບທອດກັນມາແຕ່ບູຮານນະການ.

ຕາມຕຳນານໄດ້ກ່າວກັນວ່າ: ພະຍາກະບິນລະພົມ ໄດ້ທ້າສະໝອງລອງປັນຍາ ກັບ ທຳມະບານກຸມານ ທີ່ເປັນນັກປາດຜູ້ຮຽນຈົບໄຕເພດ(ຄວາມຮູ້ຂັ້ນສູງສາມຢ່າງ ໂຫລາສາດ, ຄຸລຸສາດ ແລະ ພາສາສາດ), ເຊີ່ງຖືວ່າເປັນນັກປາດຜູ້ມີປັນຍາສະຫຼາດຫຼັກແຫຼມເໜືອກວ່າເພື່ອນມະນຸດດ້ວຍກັນ ສາມາດຮູ້ຮອດພາສາສັດຕ່າງໆໃນນັ້ນລວມທັງພາສານົກ. ເມື່ອມີຄົນມາຖາມປັນຫາໃດ ບໍ່ວ່າຄະຕິໂລກ ຫຼື ຄະຕິທຳ ເຂົາສາມາດແກ້ໄດ້ໝົດ,ຄວາມຊ່າລືກ່ຽວກັບທຳມະບານມີສະຕິປັນຍາແຫຼມຄົມ ສາມາດແກ້ບັນຫາໄດ້ຢ່າງບໍ່ຂ້ອງບໍ່ຄາຊື່ສຽງດັ່ງກ່າວໄດ້ດັງກ້ອງໄປຮອດພະພົມຢູ່ສວງສະຫວັນ.

SA Game
http://luangprabang1993.blogspot.com

ຕອນນັ້ນມີພະພົມອົງນຶ່ງຊຶ່ງເປັນເຈົ້າແຫ່ງພົມ ແລະ ເທວະດາທັງຫຼາຍ ຊື່ວ່າ:ພະຍາກະບິນລະພົມ, ເມື່ອຊາບຊື່ສຽງດັ່ງກ່າວ ຈຶ່ງຢາກທົດສອບຄວາມຮູ້ຂອງທຳມະບານກຸມມານລອງເບີ່ງ ຈຶ່ງໄດ້ເຫາະລົງມາຍັງໂລກມະນຸດ ແລະ ໄດ້ພົບກັບທຳມະບານກຸມມານຢູ່ຫໍປະສາດ 7 ຊັ້ນ ຊຶ່ງອາໄສຢູ່ຄົນດຽວ.

ພະຍາກະບິນລະພົມໄດ້ຖາມທຳມະບານກຸມມານ 3 ຂໍ້ຄື: ສິລິຂອງຄົນຢູ່ໃສ? ໃນຕອນເຊົ້າ, ຕອນສວາຍ ແລະ ຕອນແລງ. (ສິລິ ແມ່ນຈຸດສຳຄັນຂອງຮ່າງກາຍ) ພະຍາກະບິນລະພົມບໍ່ທັນໃຫ້ທຳມະບານກຸມມານຕອບທັນທີແຕ່ພັດວ່າ ອີກ 7 ວັນ ຈະລົງມາຟັງຄຳຕອບ ໂດຍໄດ້ວາງເງື່ອນໄຂໄວ້ວ່າ ຖ້າຕອບບໍ່ໄດ້ທຳມະບານຈະຖຶກຕັດຄໍ ແລະ ໃນທາງກົງກັນຂ້າມ ຖ້າຕອບໄດ້ຕົນເອງກໍຈະຍອມໃຫ້ຕັດຄໍເຊັ່ນກັນ.

ດັ່ງນັ້ນ, ຕາມການຕົກລົງນີ້ໃນເຈັດມື້ຂ້າງໜ້າ ລະຫວ່າງ ພະຍາ ກະບິນລະພົມ ກັບ ທຳມະບານກຸມມານຈະຕ້ອງມີຜູ້ໜຶ່ງຖຶກຕັດຄໍ, ຫຼັງຈາກພະຍາກະບິນລະພົມກັບໄປແລ້ວ ທຳມະບານກຸມມານຕ້ອງໄດ້ໃຊ້ສະໝອງຢ່າງໜັກເພື່ອຊອກຫາຄຳຕອບ ແຕ່ກໍ່ຊອກບໍ່ເຫັນ,ບໍ່ມີຄຳພີດີກາເຫຼັ້ມໃດເລີຍທີ່ກ່າວເຖິງຄຳວ່າສິລິຂອງຄົນ,ວັນເວລາລ່ວງເລີຍໄປ 6 ມື້ ນັບແຕ່ທຳມະບານກຸມມານຕັ້ງໜ້າຄົ້ນຄວ້າຫາຄຳຕອບຈົນບໍ່ມີເວລາພັກຜ່ອນຫຼັບນອນ ຫຼື ກິນເຂົ້າກິນນ້ຳ ເຮັດໃຫ້ຕົນໂຕເຂົາຈ່ອຍຜອມລ່າເຫຼືອງ ເຫຼືອແຕ່ໜັງຫຸ້ມດູກ.ເມື່ອຮູ້ໂຕວ່າຈະຕ້ອງຖຶກຕັດຄໍແນ່ນອນແລ້ວ ທຳມະບານ ກຸມມານ ຈິ່ງຕັດສິນໃຈຄັ້ງສຸດທ້າຍວ່າ:

(ເຮົາເປັນຄົນລະດັບນັກປາດມີຊື່ສຽງກັງວານກ້ອງ ໂລກ ຜູ້ໜຶ່ງ ຊິໄປຍອມໃຫ້ຕັດຄໍປະຈານໃຫ້ເສຍຊື່ສຽງເຮັດຫຍັງ, ແໜງສູ້ໄປຕາຍເອງດີກວ່າ).ຂະນະນັ້ນເປັນເວລາຄ່ຳມືດແລ້ວ ທຳມະບານກຸມມານພາຮ່າງກາຍອັນຈ່ອຍຜອມຍ່າງໂຊ ຊັກໂຊເຊລົງຈາກຫໍປະສາດ 7 ຊັ້ນ ມຸ້ງໜ້າເຂົ້າປ່າ ເມື່ອເຫັນວ່າຈະຍ່າງຕໍ່ໄປບໍ່ໄຫວ ເຂົາຈຶ່ງໂຍບນັ່ງລົງກ້ອງຕົ້ນຕານຕົ້ນໜຶ່ງ ໂດຍຄິດວ່າຄວາມອິດເມື່ອຍ ແລະ ຄວາມຫິວທີ່ເພີ້ມຂຶ້ນຊັກໄຊ້ ນັ້ນຈະເຮັດໃຫ້ເຂົາຈົບຊີວິດລົງຢູ່ສະຖານທີ່ແຫ່ງນີ້,ແຕ່ສະຫວັນໄດ້ເປັນໃຈທຳມະບານກຸມມານຢູ່ເທິງຕົ້ນຕານລຳນັ້ນມີແຮ້ງສອງຜົວເມຍອາໄສຢູ່ ຕອນເດິກສະຫງັດຄືນນັ້ນແຮ້ງສອງຜົວເມຍ ໄດ້ລົມ ກັນກ່ຽວກັບແຜນການຈະໄປກິນອາຫານໃນມື້ອື່ນໂດຍເມຍຖາມຜົວວ່າ ມື້ອື່ນຈະໄປຫາກິນທາງໃດ?

  • ຜົວ: ມື້ອື່ນພວກເຮົາບໍ່ຕ້ອງບິນໄປຫາກິນໄກໃຫ້ເມື່ອຍປີກດ໋ອກ ຖ້າກິນຊີ້ນມະນຸດຢູ່ເມືອງນີ້ ແຫລະ.
  • ເມຍ: ຊິມີຊີ້ນມະນຸດມະນາມາແຕ່ທາງໃດໃຫ້ພວກເຮົາກິນບໍ? ຫລືວ່າຕີເອິກເສືອເພື່ອ ໃຫ້ກາກິນຊັ້ນເບາະ?
  • ຜົວ: ພະຍາກະບິນລະພົມ ຊິລົງມາຕັດຄໍທຳມະບານກຸມມານ ແລະ ເຮົາຊິໄດ້ກິນຊີ້ນເຂົາ
  • ເມຍ: ໄປຕັດຄໍເຂົາເຮັດຫຍັງ?
  • ຜົວ: ຕັດລະບໍແນວວ່າຕອບບັນຫາເພີ່ນບໍ່ໄດ້
  • ເມຍ: ເພີ່ນຖາມວ່າແນວໃດ? ຍາກແທ້ຫວ໋ະ? ຂັ້ນນັກປາດຄືທຳມະບານກຸມມານກໍ່ຍັງ ຕອບບໍ່ໄດ້ຊັ້ນຫວ໋ະ?
  • ຜົວ: ມັນຊິຍາກຫຍັງ! ແຕ່ທຳມະບານກຸມມານບໍ່ໄດ້ຮຽນເຖິງກໍ່ເລີຍຕອບບໍ່ໄດ້. ເພີ່ນຖາມ ວ່າ ສິລິຂອງຄົນຢູ່ໃສໃນຕອນເຊົ້າ, ຕອນສວາຍ, ຕອນແລງ?
  • ເມຍ: ຄັນຊັ້ນເຈົ້າຮູ້ບໍ່ວ່າທັງ 3 ເວລານັ້ນ ສິລິ ຂອງຄົນຢູ່ໃສ?
  • ຜົວ: ເປັນຫຍັງຊິບໍ່ຮູ້ ງ່າຍຊິຕາຍ
  • ເມຍ: ຄັນຊັ້ນເວົ້າໃຫ້ຂ້ອຍຟັງແດ່ດູ
  • ຜົວ: ເວົ້າບໍ່ໄດ້ເດິກດື່ນແລ້ວ ນອນສາ
  • ເມຍ: ບໍ່! ຄັນເຈົ້າບໍ່ເວົ້າໃຫ້ຂ້ອຍຟັງຂ້ອຍຊິກັ້ນໃຈຕາຍປະເຈົ້າ
  • ຜົວ: ເວົ້າກະເວົ້າ! ຄືວ່າຕອນເຊົ້າ ສິລິ ຂອງຄົນຢູ່ໜ້າ ສະນັ້ນ ຕື່ນເຊົ້າມາເຂົາ ເຈົ້າພາ ກັນສ່ວຍໜ້າລ້າງຕາ, ຕອນສວາຍຢູ່ໜ້າເອິກ ຄົນທັງຫລາຍຈຶ່ງມັກເອົານ້ຳລູບໜ້າເອິກ ຫລື ລ້າງ ສ່ວຍຕົນໂຕເລົາຄີງ ແລະ ຕອນແລງ ສິລິ ແມ່ນຢູ່ຕີນ ເຂົາເຈົ້າຈຶ່ງພາກັນລ້າງຕີນໃຫ້ສະອາດກ່ອນ ຈຶ່ງເຂົ້ານອນ.

ດ້ວຍຄວາມທີ່ ທຳມະບານກຸມມານ ສາມາດຟັງພາສານົກເຂົ້າໃຈ, ດັ່ງນັ້ນ, ຄຳສົນທະນາຂອງ ແຮ້ງສອງຜົວເມຍ ຈຶ່ງປຽບເໝືອນສິ່ງສັກສິດຊ່ວຍໃຫ້ເຂົາລອດພົ້ນຈາກຄວາມຕາຍຢ່າງປາຕິຫານ. ເຂົາຟ້າວລຸກຈາກກ້ອງຕົ້ນຕານແລ່ນກັບຄືນສູ່ຫໍປະສາດ ດ້ວຍຄວາມສຸກໃຈຢ່າງຫາອັນປຽບບໍ່ໄດ້. ເຊົ້າມື້ຕໍ່ມາຊຶ່ງເປັນມື້ຖ້ວນເຈັດ ເມື່ອໄດ້ຟັງການຕອບບັນຫາທັງສາມຂໍ້ຂອງທຳມະບານກຸມມານ ຢ່າງຖຶກຕ້ອງແລ້ວ ເຮັດໃຫ້ພະຍາກະບິນລະພົມມີຄວາມປະຫຼາດໃຈບໍ່ໜ້ອຍ, ແຕ່ຊິເຮັດແນວໃດໄດ້ ເມື່ອຕົນເອງເອີຍປາກທ້າພະນັນຂັນຕໍ່ຕັດຄໍ ຈຶ່ງຕົກລົງໃຫ້ຕັດ ເພື່ອບໍ່ໃຫ້ເສຍສັດຈະທີ່ຕົນໄດ້ໃຫ້ ໄວ້ກັບມະນຸດຜູ້ໝຸ່ມນ້ອຍຄົນນີ້ ແຕ່ຍ້ອນພະຍາກະບິນລະພົມມີລິດເດດເກ່ງກ້າເໝືອກວ່າເທວະດາ ແລະ ມະນຸດທັງຫຼາຍ ພຽງແຕ່ຫົວຂອງເພີ່ນກໍຈະເຮັດໃຫ້ໂລກມະນຸດພິນາດໄປໄດ້ຖ້າຫາກປ່ອຍ ໃຫ້ຫົວ ແລະ ເລືອດຂອງພະຍາກະບິນລະພົມຕົກລອງດິນມັນຈະເປັນໄຟມະໄລກັນ ໄໝ້ໂລກ, ຖ້າໂຍນຫົວພະຍາກະບິນລະພົມຂຶ້ນສູ່ເວຫາກໍຈະໄໝ້ອາກາດເຮັດໃຫ້ມວນມະນຸດ ແລະ ສັດສາວາສິ່ງໝົດອາກາດຫາຍໃຈ, ຖ້າໂຍນລົງນໍ້າກໍຈະເຮັດແມ່ນໍ້າຄົງຄາມະຫາສະມຸດເຫືອດແຫ້ງ ເກີດໄພພິບັດແຫ້ງແລ້ງ ຂົ່ມຂູ່ມວນມະນຸດໃນທົ່ວໂລກ.

SA Game
ພິ​ທີ​ສະ​ເຫຼີມ​ສະຫຼອງ​ບຸນ​ປີ​ໃໝ່​ລາວ​ໃນ​ແຂວງ ຫຼວງ​ພະ​ບາງ.

ດັ່ງນັ້ນ, ເພື່ອຊ່ວຍມວນມະນຸດ ໃຫ້ຫຼຸດພົ້ນຈາກໄພພິບັດເຫຼົ່ານັ້ນກ່ອນຖຶກຕັດຄໍ ພະຍາກະບິນລະພົມຈຶ່ງເອີ້ນເອົາທິດາສາວທັງ 7 ນາງ ມາພົບເປັນການດ່ວນ, ລູກສາວທັງ 7 ນາງແມ່ນແທນໃຫ້ 7 ວັນ ໃນວັນໜຶ່ງອາທິດຊຶ່ງນາງສາວທັງ 7 ຈະມີພາ ຫະນະປະຈຳຕົວຂອງແຕ່ລະນາສາວຄື:

  • ນາງ ທຸງສະເທວີ ວັນອາທິດ ພາຫະນະ ຂີ່ ຄຸດ
  • ນາງ ໂຄລະຄະເທວີ ວັນຈັນ ພາຫະນະ ຂີ່ ເສືອໂຄ່ງ
  • ນາງ ຮາກສະເທວີ ວັນອັງຄານ ພາຫະນະ ຂີ່ ໝູ
  • ນາງ ມົນທາເທວີ ວັນພຸດ ພາຫະນະ ຂີ່ ມ້າ (ລໍ)
  • ນາງ ກີລີນີເທວີ ວັນພະຫັດ ພາຫະນະ ຂີ່ ຊ້າງ
  • ນາງ ກິມີທາເທວີ ວັນສຸກ ພາຫະນະ ຂີ່ ຄວາຍ
  • ນາງ ມະໂຫທອນ ເທວີ ວັນເສົາ ພາຫະນະ ຂີ່ ນົກຍຸງ

ເມື່ອທັງ 7 ນາງມາພ້ອມໜ້າພ້ອມຕາກັນແລ້ວ ຜູ້ເປັນພໍ່ຈິ່ງສັ່ງຄວາມວ່າ: ຕອນພໍ່ຖຶກຕັດຄໍໃຫ້ພວກລູກເອົາພາຖາດຄຳມາຮອງຮັບ ບໍ່ໃຫ້ເລືອດ ແລະ ຫົວຂອງພໍ່ຕົກລົງດິນ ຈາກນັ້ນໃຫ້ເອົາໄປໄວ້ຢູ່ຖ້ຳເຂົາສຸເມນໂນລາດ. ເມື່ອເຖິງເດືອນຫ້າ ຟ້າລ່ວງ ຫຼື ກຸດສົງການປີໃດ ຖ້າສັງຂານລ່ວງຖຶກວັນໃດ ໃຫ້ລູກສາວປະຈຳວັນນັ້ນ ( ຫຼື ນາງສັງຂານ ) ຂີ່ສັດພາຫະນະຂອງຕົນ ເພື່ອນຳເອົາຫົວຂອງພໍ່ອອກມາສົດສົງ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈ​ແຫລ່ງ​ທີ່​ມາ: ອີນ​ໄຊ​ລາວ.