ມາ​ເບິ່ງ​ພ​ຣະ​ສົງ-ສຳ​ມະ​ເນນ ​ໃນ ສ​ປ​ປ ລາວ ໄລ​ຍະ​ໂຄວິດ-19

SA Game

ອີ​ນ​ໄຊ​ລາວ.

ພຣະສົງ-ສຳມະເນນ ໃນຍຸກໂຄວິດ-19 ມີຫຍັງປ່ຽນແປງແດ່.

ຈາກທີ່​ປົກ​ກະ​ຕິ​ແລ້ວ​ປະ​ຊາ​ຊົນ​ພໍ່​ແມ່​ພີ​ນ້ອງ​ເຄີຍ​ເຮັດ​ບູນ​ໃສ່​ບາດ​ຕາມ​ຮີດ​ຄອງ​ປະ​ເພ​ນີ​ທີ​ເຄີຍ​ປະ​ຕິ​ບັດ​ກັນ​ມາ​ແຕ່​ບູ​ຮານ​ນະ​ການ, ນັບຕັ້ງແຕ່ມີການລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ໃນ ສປປ ລາວ ຂອງພວກເຮົາ, ວິຖີຊີວິດຂອງທຸກຄົນກໍ່ເລີ່ມປ່ຽນໄປ ແຕ່ທຸກຄົນກໍ່ຊີນເຄີຍກັບການໃຊ້ຊີວິດແບບນີ້ແລ້ວ ເນື່ອງຈາກວ່າ ເຮົາເຄີຍຜ່ານມາແລ້ວ.

ເຊັ່ນດຽວກັນ, ນອກຈາກວິຖີຊີວິດຂອງບຸກຄົນທົ່ວໄປທີ່ປ່ຽນແປງແລ້ວ, ການດຳລົງຊີວິດຂອງພຣະສົງ-ສຳມະເນນ ກໍ່ປ່ຽນແປງໄປຈາກເກົ່າເຊັ່ນກັນ, ຊ່ວງ​ທີ່​ໂຄວິດ​ລະ​ບາດ​ນີ້​ຈະ​ໄດ້​ເຫັນພາບທີ່ພຣະສົງ ສວາຍເຂົ້າ ເຊີ່ງເປັນກິດຈະກຳທີ່ບໍ່​ຄອຍ​ໄດ້​ເຫັນ​ກັນມາກ່ອນ, ເຊິ່ງ​ຈະ​ເຫັນ​ໄດ້ຕາມສື່ອອນລາຍຕ່າງໆ, ຫຼັງຈາກທີ່ມີການປະກາດປິດເມືອງ ປິດບ້ານ ລວມທັງຫ້ອງການ ແລະ ວັດວາອາຮາມ ກໍ່ປິດໄປນຳ.

SA Game
ອີ​ນ​ໄຊ​ລາວ.

ເຮັດໃຫ້ພຣະສົງ-ສຳມະເນນ ຕ້ອງໄດ້ປັບຕົວຫຼາຍຢ່າງ ເປັນຕົ້ນແມ່ນ: ມີການສວນມົນຜ່ານສື່ອອນລາຍ, ມີການໜື້ງເຂົ້າ ແຕ່ງກິນເອງ (ໃນບາງວັດ) ແລະ ບາງວັດກໍ່ແມ່ນ ຍາດໂຍມທີ່ຢູ່ໃກ້ວັດ ໄດ້ເອົາເຂົ້າອາຫານມາເຄນໃຫ້ຄູບາອາຈານເລີຍກໍ່ມີ

ຮູບພາບການຖວາຍອາຫານໃຫ້ແກ່ພຣະສົງ ໂດຍມີຮົ້ວກັນຢູ່ ເນື່ອງຈາກວ່າ ວັດໄດ້ປິດບໍ່ໃຫ້ມີການເຂົ້າອອກ (ຮູບຈາກວັດອົງຕື້ ມະຫາວິຫານ)

ຄູບາ ຄໍາໝັ້ນ ບຸນຈະເລີນ ຄະນະສົງວັດທົ່ງສາງນາງ ໄດ້ເປີດເຜີຍກັບອິນໄຊລາວວ່າ: ສຳລັບພຣະສົງ-ສາມະເນນກໍ່ບໍ່ມີຫຍັງປ່ຽນແປງຫຼາຍໄປກວ່າແຕ່ກ່ອນ ກໍ່ໃຊ້ຊີວິດແປບປົກກະຕິ ແຕ່ປົກກະຕິແບບ (New normal) ຄືປະຕິບັດຕາມລະບຽບການຂອງພາກສ່ວນທີ່ກ່ຽວຂ້ອງ ຄືກັບອອກຕົນຍາດຍາດນັ້ນ ເຊັ່ນ: ໃນຊ່ວງ Lockdown ພຣະສົງ-ສາມະເນນກໍ່ຢູ່ວັດບໍ່ຄ່ອຍໄດ້ອອກໄປໃສ ງົດບິນທະບາດ ງົດຈັດກິດຈະກຳຕ່າງໆ ທີ່ມີຜູ້ຄົນຈຳນວນຫຼາຍ ເຄັ່ງຄັດໃນການເຂົ້າອອກຂອງຜູ້ຄົນ ສຳລັບຈັ່ງຫັນພາເພນໃນແຕ່ລະມື້ຍາດໂຍມກໍ່ຜັດປ່ຽນກັນມາ ແຕ່ບໍ່ມີຫຼາຍຄືຊ່ວງສະຖານະການປົກກະຕິ, ສ່ວນໃຫຍ່ຍາດໂຍມຈະເອົາເຂົ້າສານ ອາຫານແຫ້ງ ເຄື່ອງບໍລິໂພກຕ່າງໆໄປຖວາຍໃຫ້ແຕ່ລະວັດ ເພື່ອໃຫ້ພຣະສົງແຕ່ງກິນໃນແຕ່ລະມື້ ເພາະໃນຊ່ວງສະຖານະການແບບນີ້ທຸກຄົນຮູ້ດີວ່າຄວນຈະປະຕິບັດຕົນແບບໃບໃຫ້ລອດປອດໄພ ແຕ່ໃນການແຜ່ລະບາດຂອງພະຍາດ COVID-19.

ນອກຈາກນີ້, ຄູບາ ຄໍາໝັ້ນ ຍັງໄດ້ກ່າວຕື່ມວ່າ: ນອກນີ້ ພຣະສົງ-ມະເນນ ຍັງໄດ້ມີເວລາສຶກສາພຣະທຳຄຳສອນ, ຮຽນສູດ-ເທດ, ທຳຄວາມສະອາດວັດວາ ແລະ ອື່ນໆ ທີ່ເຫັນວ່າເປັນປະໂຫຍດຕໍ່ກັບຕົນເອງ ແລະ ວັດວາພຣະພຸດທະສາດສາໜາ ໄດ້ຫຼາຍຂຶ້ນກວ່າເກົ່າ

“ທຸກຄົນຕ້ອງສະຕິ ເພາະສະຕິສາມາດຄວບຄຸມທຸກຢ່າງໄດ້ ຖ້າເຮົາມີສະຕິຢູ່ກັບຕົວ ເຮົາກໍ່ຈະສາມາດພິຈາລະນາສິ່ງຕ່າງໆຢ່າງມີເຫດຜົນ ແລະ ເຂົ້າໃຈບັນຫາ ກໍ່ຈະສາມາດແກ້ໄຂບັນຫາໄດ້ ກ້າປະເຊີນກັບບັນຫາຕ່າໆ ແລະ ຫາວິທີແກ້ໄຂຢ່າງມີສະຕິ ສໍ່ານີ້ເຮັດໃຫ້ເຮົາສາມາດເຮັດໃຫ້ເຮົາດຳລົງຊີວິດຢູ່ຢ່າງມີຄວາມສຸກ ແລະ ປອດໄພໄດ້” ຄູບາ ຄໍາໝັ້ນກ່າວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈ​ແຫລ່ງ​ທີ່​ມາ: ອີນ​ໄຊ​ລາວ.