ມາຮູ້ຈັກ! ປະເພນີບຸນປີໃໝ່ຂອງຊົນເຜົ່າອາຄາໃນ ສ​ປ​ປ ລາວ ນຳ​ກັນ

SA Game

ໂທລະໂຄ່ງ

ປະເພນີບຸນປີໃໝ່ທີ່​ມີ​ການ​ສະ​ຫລອງ​ແບບ​ແຕກ​ຕ່າງ​ກັບ​ປີ​ໃໝ່​ອື່ນໆຂອງຊົນເຜົ່າອາຄາ.

ແນນອນ​ວ່າ​ຫລາຍໆ​ທ່ານ​ຄົງ​ຈະ​ຮູ້​ຈັກ​ດີ​ຖ້າ​ເວົ້າ​ເຖິງ​ບຸນ​ປີ​ໃໝ່​ລາວ, ສາ​ກົນ ແລະ ອື່ນໆ ແຕ່​ທ່ານ​ອາດຍັງ​ຄົງ​ບໍ່​ຮູ້​ວ່າ​ຍັງມີ​ຫລາຍໆ​ຊົນ​ເຜົ່າ​ທີ່​ມີ​ປີ​ໃໝ່​ຂອງ​ເຜົ່າ​ຂອງ​ຕົນ​ເອງ ແລະ ຕອນ​ນີ້​ຈະ​ຍົກເອົາ​ປີ​ໃໝ່​ຂອງເຜົ່າ​ອາ​ຄາມາ​ໃຫ້​ຮູ້​ນຳ​ກັນ.

ເຜົ່າອາຄາມີປະເພນີ ບຸນປີ​ໃໝ່​ ຫລື ບຸນກິນຈຽງ ຫຼື ບຸນປີໃໝ່ເປັນຂອງຕົນເອງເຊັນ​ດຽວ​ກັນ​ກັບ​ເຜົ່າ​ອື່ນໆ​ໃນ ສ​ປ​ປ ລາວ ແລະ ກໍ​ມີ​ການ​ຈັດ​ງານ​ບຸນ​ປະ​ເພ​ນີ​ສະ​ເຫລີມ​ສະ​ຫລອງ​ມາ​ທຸກ​ປີ​ໃນ​ບ້ານຂອງ​ເຂົາ​ເຈົ້າ​ເອງ, ເຊິ່ງບຸນ​ປີ​ໃໝ່​ຂ​ອງ​ເຜົ່າ​ອາ​ຄາ​ຈະຈັດຂຶ້ນທຸກໆປີໃນຊ່ວງເດືອນທັນວາ ຫາ ເດືອນມັງກອນ.  ຕາມທໍາມະດາແລ້ວບຸນປີໃໝ່ຂອງເຜົ່າອາຄາຈະຈັດຂຶ້ນ 3 ມື້ ເຊິ່ງແຕ່ມື້ຈະມີພິທີກຳທາງສາສະໜາ ແລະ ກິດຈະກຳສະເຫຼີມສະຫຼອງທີ່ແຕກຕ່າງກັນຄື:

SA Game
ໂທລະໂຄ່ງ

ມື້ທີໜຶ່ງ: ເປັນມື້ກະກຽມສະເຫຼີມສະຫຼອງປີໃໝ່, ໃນແຕ່ລະຄອບຄົວໂດຍສະເພາະຫົວໜ້າຄອບຄົວ ຈະຕ້ອງກະກຽມໄກ່, ເຂົ້າປະປາ ແລະ ເຫຼົ້າຢາປາແປ້ງຕ່າງໆ ເພື່ອທຳພິທີກຳຖວາຍບັນພະບູລຸດ. ເລີ່ມຕັ້ງແຕ່ 12 ໂມງ ກໍ່ຈະມີການຕຳເຂົ້າປະປາ ແລ້ວກໍ່ຈະຂ້າໄກ່ 1 ໂຕ ເອົາໄປຕົ້ມເພື່ອຖວາຍຜີເຮືອນ (ຫິ້ງບູຊາຂອງບັນພະບູລຸດ) ເພາະມີຄວາມເຊື່ອວ່າ ການຖວາຍຂອງເສັ່ນໄຫວ້ເຫຼົ່ານີ້ ຈະເຮັດພວກເຂົາໄດ້ຮັບໂຊກລາບ, ເສດຖະກິດ ແລະ ຜົນຜະລິດທີ່ດີຂຶ້ນໃນປີໃໝ່. ເມື່ອສຳເລັດພິທີດັ່ງກ່າວແລ້ວ, ບັນດາຜູ້ຊາຍເຜົ່າອາຄາຈະຕັດໄມ້ມາເຮັດໝາກຂ່າງເພື່ອກະກຽມເອົາໄປຫຼິ້ນຕີໝາກຂ່າງໃນມື້ຕໍ່ໄປ. ການເຮັດໝາກຂ່າງນັ້ນແມ່ນນັບຕາມຈຳນວນຜູ້ຊາຍທີ່ມີຢູ່ໃນຄອບຄົວຕົນເອງ ມີຈັກຄົນກໍ່ເຮັດເທົ່ານັ້ນໜ່ວຍ. ຕາມຮີດຄອງແລ້ວ, ໝາກຂ່າງຈະເປັນຂອງຫຼິ້ນສະເພາະຜູ້ຊາຍເທົ່ານັ້ນ ສ່ວນແມ່ຍິງແມ່ນຈະບໍ່ໃຫ້ຫຼິ້ນ, ຫຼັງຈາກແລ້ວປີໃໝ່ພວກເຂົາຈະເອົາໝາກຂ່າງໄປຖິ້ມ ຫາກສະເຫຼີມສະຫຼອງປີໃໝ່ປີຕໍ່ໄປກໍຈະເຮັດຂຶ້ນມາໃໝ່ທຸກໆປີ.

SA Game
ພາບ: ແສງຈໍາປາ

ມື້ທີສອງ:  ຫຼັງຈາກເສັດສິ້ນພິທີກໍາທາງສາສະໜາໃນມື້ທໍາອິດແລ້ວ, ມື້ທີສອງຈະເປັນການສະເຫຼີມສະຫຼອງງານບຸນປີໃໝ່ຢ່າງຄຶກຄື້ນມ່ວນຊື່ນ. ຜູ້ຊາຍກໍ່ພາກັນຫຼິ້ນໝາກຂ່າງ ສ່ວນຜູ້ແສ້ຜູ້ສາວກໍ່ພາກັນແຕ່ງອົງຊົງເຄື່ອງໃນຊຸດຊົນເຜົ່າຂອງຕົນຢ່າງຈົບງາມເພື່ອມາຟ້ອນລຳທຳເພງ ຫຼືລຳວົງເປັນໝູ່ຮ່ວມກັບຊາຍໜຸ່ມ ທ່າມກາງການຮັບຊົມຂອງເຖົ້າແກ່ແນວໂຮມ, ພໍ່ແມ່ປະຊາຊົນພາຍໃນບ້ານ ຫຼືຜູ້ຄົນຕ່າງບ້ານທີ່ເຂົ້າມາທ່ຽວຫຼິ້ນ. ນອກນັ້ນ, ກໍ່ຈະມີການກິນເຂົ້າສາມັກຄີຊຸມແຊວກັນໃນແຕ່ລະຄອບຄົວ.

SA Game
ໂທລະໂຄ່ງ

ມື້ທີສາມ:  ເປັນມື້ຕ້ອນຮັບແຂກມາຢ້ຽມຢາມ ບໍ່ວ່າຈະເປັນເຜົ່າອາຄານຳກັນ ຫຼືແຂກກາຍໄທມາແຕ່ບ້ານອື່ນເມືອງອື່ນ ຊາວອາຄາກໍຈະຕ້ອນຮັບຂັບສູ່ເປັນຢ່າງດີ ໂດຍການຈັດພາເຂົ້າສາມັກຄີ. ອາຫານສ່ວນຫຼາຍກໍແມ່ນລາບຊີ້ນຄວາຍ (ຄວາຍໃນບ້ານທີ່ເອົາມາຂ້າແລ້ວແບ່ງພູດກັນໄປປະກອບອາຫານ), ແກງຜັກກາດ, ລວກຜັກ-ແຈ່ວໝາກກອກ, ແຈ່ວໝາກແຂ່ນ ແລະເຫຼົ້າຢາ ທີ່ສຳຄັນ ແລະຂາດບໍ່ໄດ້ກໍແມ່ນເຂົ້າປາປາເຊິ່ງເປັນອາຫານປະຈຳບຸນປີໃໝ່ຂອງຊາວອາຄາ. ນອກນັ້ນ, ກໍ່ມີການຄົບງັນມ່ວນຊື່ນໄປນຳກັນ ສ່ວນຕອນແລງຈະມີການສະແດງສິລະປະເຜົ່າອາຄາທີ່ຫຼາກຫຼາຍໃຫ້ຊົມ ເພື່ອສະເຫຼີມສະຫຼອງງານບຸນຢ່າງຟົດຟື້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈ​ແຫລ່ງ​ທີ່​ມາ​: ອິນ​ໄຊ​ລາວ.