ຊຸດ​ປະ​ຈໍາ​ຊາດ “ຜືນແຜ່ນດິນຄໍາແຫ່ງແດນຈໍາປາ” Miss Universe Laos

SA Game

Miss Universe Laos ມີສຢູນິເວີຣສລາວ

ມາເບິ່ງໂສມໜ້າຂອງຊຸດປະຈໍາຊາດລາວ ຂອງ Miss Universe Laos 2021 ທີ່​ຈະ​ໄດ້​ສວມ​ໃສ່.

ຫລັງ​ຈາກ​ໄດ້​ມີ​ການ​ສົ່ງ​ງານອອ​ກ​ແບບ ຊຸດ​ນາງ​ສາວ Miss Universe Laos ປີ 2021 ມາ​ໄດ້​ໄລ​ຍະ​ໜຶ່ງ​ແລ້ວ, ແລະ ໃນ​ຕອນ​ນີ້​ກໍ​ໄດ້​ອອກ​ຜົນ​ມາ​ໃຫ້​ຮູ້​ແລ້ວ​ວ່າ​ຊຸດ​ທີ່​ນາງ​ສາວ​ລາວ​ຈະ​ໄດ້​ສວມ​ໃສ່​ນີ້​ແມ່ນ​ຊຸດ​ໃດ ແລະ ໃຜ​ເປັນ​ຜູ່​ອອກ​ແບບ,  ຊຸດປະຈໍາຊາດລາວ ທີ່ສາວງາມ ຫຼື ຜູ້ທີ່ຄອງມຸງກຸດ Miss Universe Laos 2021 ຈະໄດ້ສວມໃສ່ໄປປະກວດ Miss Universe 2021 ເຊິ່ງທາງເພຈ໌ຫຼັກ Miss Universe Laos ມີສຢູນິເວີຣສລາວ ໂພສ ເຜີຍຊຸດທີ່ໄດ້ເປັນຊຸດປະຈໍາຊາດລາວທີ່ແລ້ວໃນເວທີດັ່ງກ່າວ

ໂດຍເພ​ຈ​ດັ່ງ​ກ່າວ​ໄດ້ລະບຸອອກ​ມາວ່າ ຂໍສະແດງຄວາມດີໃຈ ກັບຊຸດປະຈຳຊາດລາວ ທີ່ໄດ້ຮັບລາງວັນຊະນະເລີດ, ເຊີ່ງ​ຊຸດ​ທີ່​ໄດ້​ຖືກ​ຄັດ​ເລືອກ​ໃຫ້​ເປັນ​ຊຸດ​ປະ​ຈຳ​ຊາດ​ລາວ​ທີ່​ນາງ​ສາວ Miss Universe Laos ຈະ​ໄດ້​ສວມ​ໃສ່​ນັ້ນ​ກໍຄືຊຸດ ຜືນແຜ່ນດິນຄໍາແຫ່ງແດນຈໍາປາ ອອກແບບໂດຍ ນາງ ນົບຊະພອນ ຈັນທະວົງ.

SA Game
Miss Universe Laos ມີສຢູນິເວີຣສລາວ

ຊຸດນີ້ຈະໄດ້ໄປເປັ່ງປະກາຍຄວາມເປັນລາວ ທີ່ ເວທີ ຈັກກະວານ ຢ່າງງົດງາມ ຊຸດນີ້ ແຮງບັນດານໃຈ ມາຈາກດອກຈຳປາທີ່ເປັນດອກໄມ້ປະຈຳຊາດລາວທີ່ໄດ້ປະສົມປະສານກັບລວດລາຍລາວທີ່ເປັນເອກະລັກມສແຕ່ບູຮານນະການ ທີ່ໄດ້ແກະແບບລວດລາຍອອກມາຈາກປູສະນິບະສະຖານທີ່ສຳຄັນຂອງລາວເຮົາອີກແຫ່ງກໍຄື “ວັດຊຽງທອງ” ເຊິ່ງວັດດັງກ່າວກໍ່ໄດ້ຮັບການຍ້ອງຍໍວ່າເປັນ ອັນຍະມະນີຂອງສະຖາປັດຕະຍະກຳລາວອີກດ້ວຍ.

SA Game
Miss Universe Laos ມີສຢູນິເວີຣສລາວ

ວັດສະດຸ ແລະ ອຸປະກອນ ຫນັງທຽມ, ທອງຄຳເປວ ຫລື ທອງແທ້, ຜ້າໄຫມປັກດີ້ງລາຍຄຳດ້ວຍມື, ຜ້າປັກເພັດ, ເຜັດສຳລັດຕິດ, ລວດ, ທໍPVC, ຜ້າສັກຫລາດ, ຊີຟອງ, ກຳມະຫຍີ່, ຜ້າໄຍບົວ ແລະ ໄມ້ສາກ,

ຊຸດທີ່ໄດ້ຮັບລາງວັນຮອງອັນດັບຫນື່ງແມ່ນຊຸດ ນັກຮົບຊຸດຂາວ ອອກແບບໂດຍ ທ້າວ ຂັນໄຊ ແຖມພູຄໍາ ໄດ້ແຮງບັນດານໃຈ ຈາກສະພາບໂຄວິດຢູ່ປະເທດເທດເຮົາໃນປັດຈຸບັນນີ້ແລະຜູ້ທີ່ເຮັດວຽກໃຫ້ພວກເຮົາຫນັກທີ່ສຸດກໍຄຶ:

SA Game
Miss Universe Laos ມີສຢູນິເວີຣສລາວ

ແພດຫມໍທີ່ເພິ່ນໄດ້ເສຍສະຫລະ ເຮັດວຽກຫນັກເພຶ່ອສູ້ກັບສະພາບໂຄວິດແລະຍອດຜູ້ຕິດເຊຶ້ອທີ່ເພີ້ມຂຶ້ນເລຶ້ອຍໆ ແລະນ້ອງເອງກໍ່ເປັນຄົນລາວຄົນຫນຶງທີ່ຮູ້ສຶກພູມໃຈໃນໂຕຂອງແພດຫມໍທຸກຄົນ ທີ່ເສຍສະຫລະເຮັດວຽກຫນັກເພຶ່ອເຮົາຊ່ວຍເຮົາທຸກຄົນໃຫ້ປອດໄພຈາກພະຍາດໂຄວິດ-19 ເລີຍໄດ້ເປັນຊຸດນີ້ມາ.

ສ່ວນວ່າຈະໄດ້ເປັນຜູ້ຄອງມຸງກຸດ ແລະ ໄດ້ສວມໃສ່ຊຸດນີ້ກໍລຸ້ນໄປນໍາກັນ ເພາະຕອນນີ້ແມ່ນກໍາລັງດໍາເນີນການປະກວດຢູ່.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​:  Miss Universe Laos ມີສຢູນິເວີຣສລາວ.