ມາຮູ້ຈັກກັບວັດທາດຈຸນລະມະນີ ເຈົ້າໄຊຍະເສດຖາ ຂອງແຂວງອັດຕະປື

SA Game

ໄກ່ແກ້ວ ໄຊຍະສານ

ວັດເກົ່າແກ່ ແລະ ປະຫວັດຄວາມເປັນມາຂອງວັດທາດຈຸນລະມະນີ ແຂວງອັດຕະປື.

ວັດອັນເກົ່າແກ່ ແລະ ເຕັມໄປດ້ວຍອາລິຍະທຳຂອງແຂວງອັດຕະປື ນັ້ນກໍຄື ວັດທາດຈຸນລະມະນີ ຕັ້ງຢູ່ບ້ານ ວັດທາດ ເມືອງ ໄຊເສດຖາ ແຂວງ ອັດຕະປື ສ້າງຂຶ້ນໃນປີ ພສ 2120 ຫຼື ຄສ 1577 ເປັນສະຖານທີ່ຕັ້ງຂອງ ພະທາດບັນຈຸ ອັດທິຂອງ ພະເຈົ້າໄຊຍະເຊດຖາທິຣາຊ.

ວັດທາດຈຸນລະມະນີສ້າງໂດຍ ທ້າວ ພະໄຊ ເຊິ່ງເປັນ ໂອຣົດ ຂອງພະເຈົ້າໄຊຍະເຊດຖາທິຣາຊ ເຊິ່ງປະສູດຈາກ ນາງ 3 ສີ ຣາດຊະທິດາຂອງພະຍາເມືອງອົງການ ຫຼື ແຂວງອັດຕະປື ໃນປັດຈຸບັນ.

ວັດທາດຈຸນລະມະນີ ເຊິ່ງປັດຈຸບັນຫລາຍຕົນນິຍົມເອີ້ນວ່າ ວັດພະເຈົ້າໄຊຍະເຊດຖາທິຣາຊ ຕັ້ງຢູ່ ບ້ານ ວັດທາດ ເມືອງ ໄຊເສດຖາ ຫ່າງຈາກຕົວເມືອງສາມັກຄີໄຊ ເທດສະບານແຂວງອັດຕະປື ປະມານ 15 ກິໂລແມັດ ເຊິ່ງຕ້ອງໄດ້ຂ້າມຂົວນ້ຳເຊຂະໜານ.

SA Game
ໄກ່ແກ້ວ ໄຊຍະສານ

ວັດແຫ່ງນີ້ນອກຈາກຈະສະຖານທີ່ບູຮານເກົ່າແກ່ ແລະ ຍັງມີຄວາມງົດງາມແລ້ວ ຍັງເປັນທີ່ເກັບຮັກສາອັດຖິ ຂອງພະເຈົ້າໄຊຍະເສດຖາທິລາດ ເຊື້ອພະວົງອົງໜຶ່ງທີ່ໄດ້ຮັບການຍົກຍ້ອງວ່າເປັນວິລະບຸດລຸດຂອງຊາດ ເມື່ອສະໃໝສົງຄາມ

ວັດທາດຈຸນລະມະນີ ເຊິ່ງສະຖິດອັດຖີຂອງ ພະເຈົ້າໄຊຍະເສດຖາທິລາດ (ຊື່ເດີມຮຽກວ່າ ພະເຈົ້າເສດຖະວັງໂສ) ພະອົງແມ່ນໜຶ່ງໃນຈຳນວນບັນພະບູລຸດ ເຊື້ອກະສັດຂອງລາວ ທີ່ອົງອາດກ້າແກ່ນ ບໍ່ຍອມຈຳນົນ, ມີບົດບາດຂຶ້ນຄອງລາດ ປົກຄອງ ນະຄອນຊຽງທອງ, ນະຄອນຊຽງໃໝ່ ແລະ ລົງມາເຄື່ອນໄຫວປັບປຸງກຳລັງຢູ່ ເມືອງຣາມາລັກອົງການ (ອັດຕະປື) ໃນປີ ຄ.ສ 1572 ຖືກທ້າວ ພະຍານະຄອນ ໃຊ້ກົນອຸບາຍ ແລະ ຄາດຕະກຳເຮັດໃຫ້ພະອົງ ເຖິງແກ່ສະຫວັນນະຄົດໃນມື້ແຮມ 3 ຄ່ຳ (ເດືອນ3) ຄສ 1572.

SA Game
ໄກ່ແກ້ວ ໄຊຍະສານ

ວັດແຫ່ງນີ້ເປັນສະຖານທີ່ສັກສິດທີ່ຜູ້ຄົນໃຫ້ຄວາມເຄົາລົບ ແລະ ມີຄົນມາກາບໄຫວ້ບູຊາ ທາດອັດຖິ ຂອງພະເຈົ້າໄຊຍະເສດຖາ ຢ່າງບໍ່ເຄີຍຂາດ ຫາກໃຜຫາກໍ່ຮູ້ວ່າທີ່ແຂວງອັດຕະປື ຍັງມີສະຖານທີ່ບັນຈຸອັດຖິຂອງ ພະເຈົ້າໄຊຍະເສດຖາທິຣາດ ເມື່ອໄດ້ມາເຖິງອັດຕະປື ແລ້ວກໍ່ຢ່າລືມມາທ່ຽວຊົມ ແລະ ກາບໄຫວ້ບູຊາທາດອັດຖະພະເຈົ້າໄຊຍະເສດຖາໄດ້ທີ່ວັດແຫ່ງນີ້

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ