ຟ້ອນ​ແຄນຊົນ​ເຜົ່າ​ມົ້ງ ເອ​ກະ​ລັກ​ ແລະ ຄວາມ​ສາ​ມາດສະ​ເພາະ​ຕົວ

SA Game

ອິນ​ໄຊ​ລາວ

​ຊົນ​ເຜົ່າ​ມົ້ງ​ກັບ​ການຟ້ອນແຄນສິລະປະພື້ນເມືອງທີ່​ເຫັນ​ ແລະ ສືບ​ທອດກັນ​ມາ​ຈາກ​ລຸ້ນ​ຕໍ່​ລຸ້ນ

​ໃນ​ງານ​ເທ​ສະ​ການ​ຕ່າງໆ​ຂອງ​ຊົນ​ເຜົ່າ​ມົ້ງ​ເຮົາ​ມັກ​ຈະ​ເຫັນ​ການ​ຟ້ອນ​ແຄນ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ຕົວ​ເອງ ແລະ ມີ​ຄວາມ​ສາ​ມາດ​ພິ​ເສດ​ໃນ​ການ​ເປົ່າ ແລະ ຟ້ອນ​ໄປ​ນຳ​ໃນ​ຫລາກ​ຫລາຍ​ລີ​ລາ, “ການຟ້ອນແຄນ” ຖືວ່າເປັນສິລະປະພື້ນເມືອງ ທີ່ມີຄວາມມ່ວນຊື່ນ ແລະ ເປັນເອກະລັກທາງວັດທະນະທຳ ຍອດນິຍົມຂອງຊົນເຜົ່າມົ້ງ, ເປັນສິລະປະ ທີ່ມີການຂະຫຍາຍຕົວດ້ວຍຫົວຄິດປະດິດສ້າງຂອງໝໍແຄນເຜົ່າມົ້ງ ແຕ່ລະຄົນ, ແຕ່ລະກຸ່ມ ເຊິ່ງ ປັດຈຸບັນ ບາງບ່ອນກໍບອກວ່າ:

ການເຕັ້ນແຄນມີ 33 ແບບ, ແຕ່ຕົວຈິງແລ້ວ ແບບເຕັ້ນແຄນ ໄດ້ມີການພັດທະນາຢູ່ເລື້ອຍໆ ຕາມຍຸກສະໄໝການດຳລົງຊີວິດ, ຕາມແຕ່ລະທ້ອງຖິ່ນ, ສະນັ້ນ; ກໍຍາກທີ່ຈະກໍານົດ ຕາມມູນເຊື້ອ ສິລະປະພື້ນເມືອງຂອງມົ້ງດັ້ງເດີມໄວ, ເຊິ່ງການຟ້ອນແຄນ ຂອງຊົນເຜົ່າມົ້ງຢູ່ລາວ ສ່ວນຫຼາຍ ຍັງເປັນລາຍການຟ້ອນ ຂອງຜູ້ຊາຍ ບໍ່ທັນໃຫ້ແມ່ຍິງເຂົ້າຮ່ວມ ຕາມພື້ນຖານທີ່ເຄີຍມີມາ.

SA Game
ອິນ​ໄຊ​ລາວ

ຈາກຫົວເລື່ອງຈຳນວນໜຶ່ງ ໃນການເປົ່າແຄນ ເຊິ່ງຊົນເຜົ່າມົ້ງ ເອີ້ນວ່າ: ການເປົ່າບູຊາກອງໃຫຍ່, ເປົ່າອົວຊູ້, ເປົ່າອົວປຼົວ ແລະ ການເປົ່າ ຕີລົວ ແມ່ນເປັນພາສາ ເປົ່າແຄນ ຫຼື ບົດເປົ່າແຄນ ແຕ່ລະບົດ ທີ່ປະກອບໃນລະງານ ແລະ ພິທີກຳຕ່າງໆ.

  1. “ເປົ່າບູຊາກອງໃຫຍ່”
  2. “ເປົ່າ ອົວຊູ້”
  • ເປົ່າ ອົວຊູ້ນ້ອຍ (ໃຊ້ໃນວົງມ່ວນຊື່)
  • ເປົ່າ ອົວຊູ້ໃຫຍ່ (ໃຊ້ໃນພິທີງັນສົບ)
  • ມີການປະກອບຈັງຫວະເຕັ້ນ
  • ມີການປະກອບຈັງຫວະທາງພິທີກຳ ຄືຄູ້ເຂົ່າເປົ່າ
SA Game
ອິນ​ໄຊ​ລາວ
  1. “ເປົ່າ ອົວປຼົວ” ມີການປະກອບຈັງຫວະເຕັ້ນຫຼາຍໆ ແບບ.
  2. “ເປົ່າ ຕີລົວ” ເປັນການເປົ່າແຂ່ງຂັນດ້ວຍການເຕັ້ນຫຼາຍໆ ແບບຟົດພື້ນຄື:
  • ເສັງເປົ່າ, ເສັງເຕັ້ນແຄນ.
  • ເປົ່າໂຕ້ວາທີກັນ, ເປົ່າເປັນເນື້ອຄວາມໂຕ້ຕອບ ຫຼື ທວາຍກັນ.
  • ເປົ່າຫຼິ້ນກົນ.

ປັດຈຸບັນ ການເປົ່າ “ອົວຊູ້ນ້ອຍ” ເປັນການເຕັ້ນແຄນ ແບບມ່ວນຊື່ ເຜີຍແພ່ຕາມຖ້ອງຖິ່ນຕ່າງໆ ຫຼາຍກວ່າໝູ່ ເພາະວ່າປະເພນີນີ້ ບໍ່ເປັນການຄະລຳ ທາງຮິດຄອງ ແລະ ບໍ່ໜັກໜາ ທາງຮູບການ ແຕ່ໃຫ້ເໝາະກັບສະຖານທີ່ ແລະ ກາລະເວລາ (ວ່າຄວນ ເປົ່າເວລາໃດ ແລະ ສະຖານທີ່ໃດ).

ຮູບແບບ ການເຕັ້ນແຄນ ຈຳນວນໜຶ່ງ ຈາກແບບເປົ່າ ອົວຊູ້ນ້ອຍ ເຊິ່ງເປັນທີ່ນິຍົມ ຕາມທ້ອງຖີ່ນ ຊົນເຜົ່າມົ້ງ ແລະນັບທັງວົງການສິລະປະ, ອາຊີບ, ໄດ້ນໍາມາປະຍຸກ ສົ່ງເສີມ ເພື່ອຈັດລາຍການສະແດງ ຂອງຕົນເອງ ຕາມແບບພື້ນເມືອງ.

SA Game
ອິນ​ໄຊ​ລາວ

ໃນເບື້ອງຕົ້ນ ໝໍແຄນ ຈະເປົ່າຂຶ້ນຕົ້ນດ້ວຍຕອນທຳນອງ ຕັ້ງ 6 ຫຼື​ 3 ເທື່ອ, ລົງບົດແລ້ວ ເປົ່າເຂົ້າສູ່ ຕອນເຕັ້ນແຄນ 6 ເທື່ອ ແລ້ວລົງບົດຈົບ, ຄວາມຈິງແລ້ວ ຄວນຈະເປົ່າຕາມແບບພື້ນເມືອງ ໃຊ້ເວລາ 10 ນາທີ ຈຶ່ງຈະຈົບ, ມາຮອດປັດຈຸບັນ ເຂົາເຈົ້າຈະເຮັດໃຫ້ການເປົ່າ ຫຍໍ້ເວລາລົງກວ່າເກົ່າ, ເນັ້ນໜັກເຖິງລີລາການເຕັ້ນ ໃຫ້ໄດ້ເຕັ້ນໄວກວ່າເກົ່າ ເພື່ອເໝາະສົມແກ່ບັນຍາກາດ ແລະ ຄວາມນິຍົມຂອງຍຸກ.

ເມື່ອເປົ່າເຂົ້າສູ່ການເຕັ້ນແລ້ວ ໝໍແຄນ ມັກຈະສະແດງລີລາ ໃນການເຕັ້ນ ຕາມຄວາມສາມາດຂອງຕົນ ໂດຍບໍ່ຈຳກັດ ຣັດແຄບ ແລ້ວແຕ່ມີຫົວຄິດປະດິດສ້າງໃນການເຕັ້ນ ເຊິ່ງເນື້ອໃນລ້ວນແຕ່ບົງບອກເຖິງ ຄວາມຈົບງາມ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ອິນ​ໄຊ​ລາວ.