ຊົນ​ເຜົ່າໄຕ​ດຳ ກັບ​ການ​ເກົ້າ​ຜົມ​ທີ່​ເປັນ​ເອ​ກະ​ລັກ​ອັນ​ໂດດ​ເດັ່ນ​ສວຍ​ງາມ

SA Game

ອິນ​ໄຊ​ລາວ

ການເກົ້າຜົມ​ຂອງ​ຊົນ​ເຜົ່າ​ໄຕ​ດຳ​ນອກ​ຈາກ​ຈະ​ສວຍ​ງາມ​ແລ້ວ​ຍັງບົ່ງບອກເຖິງສະຖານະ ແລະ​ ຊ່ວງ​ອາ​ຍຸ

ເຜົ່າໄຕດໍາ ເປັນແຊງໜຶ່ງຂອງເຜົ່າໄຕ, ໄຕດໍາໄດ້ຕັ້ງຫຼັກປັກຖານໃນດິນແດນລາວເປັນເວລາຫຼາຍຮ້ອຍປີແລ້ວ ເຊິ່ງມີຖິ່ນຖານເດີມຢູ່ສິບສອງຈຸໄທ ຫຼື ບໍລິເວນລຸ່ມແມ່ນ້ຳດຳ ແລະ ແມ່ນ້ຳແດງໃນຫວຽດນາມຕອນເໜືອ ໂດຍສະເພາະເມືອງແຖງ ເຊິ່ງເປັນຖິ່ນທີ່ຢູ່ຂອງເຜົ່າໄຕດຳ ແລະ ໄຕຂາວ ປັດຈຸບັນສິບສອງຈຸໄທຄືແຂວງດຽນບຽນຟູ ສສ ຫວຽດນາມ ມີຊາຍແດນຕິດຕໍ່ກັບແຂວງຜົ້ງສາລີ

“ໄຕດຳ” ເປັນຊົນເຜົ່າທີມີວັດທະນະທຳ ທີ່ໂດດເດັ່ນອີກຢ່າງໜຶ່ງ ກໍຄື “ຊົງຜົມ” ເຊິ່ງເປັນເອກະລັກສະເພາະກຸ່ມ, ແມ່ຍິງຊົນເຜົ່າໄຕດຳ ຈະມີການຈົ່ງຜົມຕາມຊ່ວງອາຍຸ, ໂດຍວັດທະນະທຳ ການເຮັດຊົງຜົມນີ້ ໄດ້ສືບທອດກັນມາແຕ່ອະດີດ, ແຕ່ບາງຊົງຜົມກໍໄດ້ຫາຍໄປ ຍັງເຫຼືອແຕ່ບາງຊົງ ເຊິ່ງລັກສະນະຂອງການເກົ້າຜົມ ຈະບົງບອກເຖິງ ອາຍຸ ແລະ ສະຖານະພາບ ທາງສັງຄົມ ເຊິ່ງມີຊື່ເອີ້ນຕ່າງກັນ ດັ່ງນີ້:

SA Game
ອິນ​ໄຊ​ລາວ
  • ຊົງເອື້ອມບ່າ ຫຼື ເອື້ອມໄຫຼ່: ເປັນການຈົ່ງຜົມຊົງທຳອິດ ຂອງແມ່ຍິງ ຊ່ວງອາຍຸປະມານ 14-15 ປີ.
  • ຊົງສັບປີ້ນ: ແມ່ນຊົງຜົມສຳລັບແມ່ຍິງ ອາຍຸ 14-15 ປີ ທີ່ຈົ່ງຜົມຍາວ ແລ້ວຕະຫຼົບປາຍຜົມປັກຫວີໄວ້,  ດ້ານຂ້າງແຜ່ອອກຄ້າຍວີ ຂັດດ້ວຍກິບ.
  • ຊົງຈຸກຜົມ: ຊົງຜົມຂອງແມ່ຍິງອາຍຸ 15-16 ປີ ແບບດຽວກັບ “ສັບປີ້ນ” ແຕ່ເຮັດຜົມເປັນກະບັງໜ້າ ປາຍຜົມທາງຫຼັງ ເອົາໄວ້ເປຍຫຼືມັດຈຸກໄວ້ ບາງເທື່ອເອີ້ນ “ຈຸກນົກກະແລ”.
  • ຊົງຂອດກະຕອກ: ຊົງຜົມແມ່ຍິງອາຍຸ 16-17 ປີ ຈົ່ງຜົມຍາວ, ລວບລວມຜົມ ແລ້ວມັດຜົມແບບເງື່ອນຕາຍ ເອົາປາຍຜົມໄວ້ເບື້ອງຂວາຂອງຫົວ.
  • ຊົງຂອດຊອຍ: ຊົງຜົມແມ່ຍິງອາຍຸ 17-18 ປີ ຈົ່ງຜົມຍາວ ລວບລວມຜົມ ແລ້ວມັດຜົມແບບເງື່ອນຕາຍ (ເຊື່ອງປາຍຜົມໄວ້ທາງຫຼັງ) ແຕ່ເອົາປາຍຜົມໄວ້ເບື້ອງຊ້າຍເຮັດເປັນໂບ 2 ຂ້າງ, ສຽບຜົມໃຫ້ຢູ່ຊົງ ດ້ວຍປີ່ນ ຫຼື ໄມ້ຂັດເກົ້າ.
SA Game
ອິນ​ໄຊ​ລາວ
  • ຊົງປັ້ນເກົ້າຊອຍ: ຊົງຜົມຂອງແມ່ຍິງອາຍຸ 19-20 ປີີ ຈົ່ງຜົມຍາວ, ມັດຜົມຄືມັດເນັກໄທຫູກະຕ່າຍ ປາຍຜົມອອກມາທາງຂວາຂອງຫົວ ປັກດ້ວຍປີ່ນປັກຜົມ.
  • ຊົງປັ້ນເກົ້າຕ່ວງ: ແມ່ນຊົງຜົມແມ່ຍິງອາຍຸ 20 ປີຂຶ້ນໄປ (ຕາມປະເພນີແລ້ວແມ່ນສາມາດແຕ່ງງານໄດ້) ເຊິ່ງຈະເຮັດຊົງຜົມນີ້ໄປຕະຫຼອດ ເຖິງວ່າຈະແຕ່ງງານແລ້ວກໍຕາມ, ແຕ່ຕ້ອງຈົ່ງຜົມຍາວ ບາງຄົນຍາວເກືອບຮອດເຂົ່າ, ລວມຜົມມ້ວນເປັນກໍາ ໄວ້ທາງໜ້າ ແບບ “ປັ້ນເກົ້າຊອຍ” ແຕ່ບໍ່ເຮັດໃຫ້ປາຍຜົມອອກມາ, ຍິງສາວທີ່ມີຜົມຫຼາຍເປັນກຳໃຫຍ່ ຈະເຮັດໃຫ້ປັ້ນເກົ້ານັ້ນງາມ.
  • ຊົງປັ້ນເກົ້າຕົກ: ແມ່ນຊົງຜົມສຳລັບ “ຍິງໝ້າຍ” ຫຼື ຜົວຕາຍ ແມ່ນຈະເຮັດຊົງຜົມນີ້ ໄຫວ້ທຸກໃຫ້ກັບຜົວ ຂະນະທີ່ສົບຍັງຢູ່ໃນເຮືອນ ຈະປ່ອຍຜົມລົງໝົດ ບໍ່ເກົ້າຜົມເລີຍ ແລະ ເອົາເຄື່ອງປະດັບອອກໝົດ, ແຕ່ເມື່ອສໍາເລັດພິທີ ເອົາຜີຂຶ້ນເຮືອນແລ້ວ ຕ້ອງໄວ້ທຸກ 1 ປີ, ຕ້ອງເຮັດຜົມຊົງປັ້ນເກົ້າຕົກ ຄືເຮັດໃຫ້ຜົມທີ່ເກົ້າຫ້ອຍຢູ່ຕົ້ນຄໍ ຖ້າຫາກບໍ່ເຜົາສົບຫຼາຍປີກໍຕ້ອງປັ້ນເກົ້າແບບເດີມ ໃນການກັບມາເຮັດປັ້ນເກົ້າໃໝ່ນີ້ ຕ້ອງໃຫ້ຍິງທີ່ມີເຮືອນ, ມີຄວາມສຸກ, ຄວາມຈະເລີນຮຸ່ງເຮືອງ ມາເຮັດຜົມໃຫ້  ກຳນົດມື້ຕາມມັກ ລະຫວ່າງເຮັດຜົມຈະມີຄົນມາອວຍໄຊໃຫ້ພອນ.
SA Game
ອິນ​ໄຊ​ລາວ

ປະເພນີ ຂອງຊົນເຜົ່າໄຕ໋ດຳ ສະໄໝກ່ອນ ຖ້າແມ່ຍິງຄົນໃດ ຍັງເກົ້າຜົມບໍ່ໄດ້ ຈະບໍ່ໃຫ້ແຕ່ງງານ ຫຼື ຫ້າມກ່ຽວຂ້ອງກັນ ໃນເລື່ອງຂອງຊູ້ສາວ ກັບຊາຍໃດ (ສຳລັບ “ປັ້ນເກົ້າ” ແມ່ນໝາຍເຖິງ ການເກົ້າຜົມ).

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ອິນ​ໄຊ​ລາວ