ພູ​ຜາ​ມ່ານ ພູ​ຜາ​ທີ່​ສູງ​ຊັນ​ ແລະ ປ່າ​ໄມ້ທີ່​ມີ​ຄວາມ​ງົດ​ງາມ​ໜ້າ​ອັດ​ຈັນ

SA Game

ພູຜາມ່ານ The Rock View Point At Phou Pha Marn

ມາ​ຊົມຜາສູງ ລຽງລາຍສະລັບສະຊ້ອນ ແລະ ປ່າໄມ້ທີ່ອຸດົມສົມບູນ ສວຍ​ງາມ “ພູຜາມ່ານ”.

ປ່າ​ໄມ້​ໃນ​ລາວ​ຖື​ວ່າ​ມີ​ຫລາຍ, ແລະ ອຸ​ດົມ​ສົມ​ບູນ​ຂຽວ​ງາມ​ຕະ​ຫລອດ​ປີ,  ຄວາມສວຍງາມຂອງພູຜ່າປ່າໄມ້ ແລະ ວິວທໍາມະຊາດ ທີ່ເຫັນແລ້ວອັດສະຈັນໃຈ; ສໍາຜັດກັບສິ່ງໃຫມ່ໆທີ່ທ້າທາຍຫລາຍກວ່າ ທີ່ນີີ້ສະຖານທີ່ຍອດນິຍົມຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ຫລາຍໆຄົນໃຝ່ຝັນຢາກເຫັນດ້ວຍຕົນເອງ ພູຜາມ່ານ, ເຊິງ​ບັງ​ເອີນ​ໄດ້​ເຫັນ​ຈາກ ພູຜາມ່ານ The Rock View Point At Phou Pha Marn ໄດ້​ເຫັນ​ພາບ​ແລ້ວ​ຮູ້​ສືກວ່າ​ປະ​ທັບ​ໃຈ ແລະ ງົດ​ງາມ​ຫລາຍ​ເລີຍ​ນຳ​ມາ​ຟາກ​ຕໍ່.

ສໍາລັບ ການເດີນທາງຈາກນະຄອນຫລວງ ລົງສູ່ທາງໃຕ້ ໄປຫາພູຜາມ່ານ (The Rock View Point At Phou Pha Marn) ໂດຍໃຊ້ເສັ້ນທາງເລກທີ13 ໃຕ້ ຮອດ 3 ແຍກທາງແບ່ງຫຼັກ 20 ຂີ່ເຂົ້າໄປປະມານ 1 ຊົ່ວໂມງ; ເສັ້ນທາງດີແຕ່ວ່າຈະມີຂຸມແດ່ໃນບາງຈຸດ ສະນັ້ນເພື່ອຄວາມ ສະດວກບໍ່ແນະນໍາໃຫ້ຂີ່ລົດເກັງໄປເດີ.

ເມື່ອໃກ້ຈະຮອດສະຖານທີ່ແມ່ນເປັນໂຄ້ງ ຈະເຫັນປ້າຍໃຫຍ່ໆບອກທາງ ເຊິ່ງສະຖານທີ່ຕັ້ງຂອງຈຸດທ່ອງທ່ຽວແຫ່ງນີ້ ແມ່ນຂຶ້ນກັບເມືອງຄູນຄຳ, ແຂວງຄຳມ່ວນ.

SA Game
ພູຜາມ່ານ The Rock View Point At Phou Pha Marn

ພູຜາມ່ານ ( The Rock View Point At Phou Pha Marn) ເປັນແຫຼ່ງທ່ອງທ່ຽວ ທີ່ມີຄວາມກົມກືນກັບທຳມະຊາດ ແລະ ຢູ່ກັບທໍາມະຊາດຢ່າງແທ້ຈິງ ມີວິວພູຜາແຫຼມທີ່ຕັ້ງລຽງລາຍສະຫລັບສັບຊ້ອນຢ່າງມະຫັດສະຈັນ ແລະ ປ່າໄມ້ທີ່ອຸດົມສົມບູນ ຫາກໄດ້ໄປສໍາຜັດບັນຍາກາດແລ້ວຈະຮູ້ສຶກສົດຊື່ນປະທັບໃຈຈົນບໍ່ຢາກກັັບງ່າຍໆພຸ້ນລະ.

ສໍາລັບ ກິດຈະກຳທີ່ເດັ່ນໆໃນ The Rock View Point ກໍຄືການຂີ່ສະລິງ (Zip lines) ຊົມທຳມະຊາດ, ການຍ່າງປ່າ, ພາຍເຮືອ ແລະ ອີກຫຼາຍກິດຈະກຳທີ່ເຮັດໃຫ້ນັກທ່ອງທ່ຽວໄດ້ສຳພາດກັບທຳມະຊາດ ນອກຈາກນັ້ນຍັງມີທີ່ພັກທີ່ໜ້າຕື່ນຕາຕື່ນໃຈເຊັ່ນ: ເຮືອນພັກແບບແຄັບຊູນ ແລະ ເຮືອນພັກຕົ້ນໄມ້ໄວ້ໃຫ້ບໍລິການສຳລັບຜູ້ທີ່ກຽມພ້ອມ ແລະ ສົນໃຈນອນສຳພັດບັນຍາກາດທຳມະຊາດແບບສຸດໆນຳໄປອີກ.

SA Game
ພູຜາມ່ານ The Rock View Point At Phou Pha Marn

ຢູ່ທີ່ນີ້ເອີນວ່າ ຈຸດໝາຍຂອງນັກເດີນທາງທ່ອງທ່ຽວເລີຍກໍວ່າໄດ້ ໂດຍສະເພາະຜູ້ທີ່ມັກຖ່າຍຮູບ ບໍ່ວ່າຈະປິ່ນກ້ອງໄປທາງໃດ, ມູມໃດ ກໍເຫັນວິວທໍາມະຊາດງົດງາມໄປຫມົດ ແລະ ທີ່ສໍາຄັນມີຈຸດຖ່າຍຮູບແບບເໝາະສົມຢູ່ຫລາຍຈຸດ ບໍ່ວ່າຈະເປັນຢູ່ທ່າມກາງຂົວເຊືອກ, ຕອນຂີ່ສະຫລິງ, ການປີນຜາ ແລະ ຈຸດຊົມວິວຂອງພູຜາມ່ານ ທີ່ແນມໄປອ້ອມຮອບ 360 ອົງສາ ກໍພົບຄວາມສວຍງາມຂອງທໍາມະຊາດ ພູຜາປ່າໄມ້ທີ່ອຸດົມສົມບູນຢູ່ທີ່ນັ້ນຢ່າງສຸດສາຍຫູສາຍຕາເລີຍ.

ຖ້າເວົ້າເຖິງຄວາມແປກໃຫມ່ຂອງສະຖານທີ່ແຫ່ງນີ້ ຄິດວ່າຫນ້າຈະແມ່ນເຮືອນແຄັບຊູນທີ່ໃຫ້ຄວາມສວຍງາມແປກຕາ ແຕ່ມີຄວາມກວ້າງຂວາງຢູ່ສະບາຍ ເມື່ອຕື່ນຂຶ້ນມາຍາມເຊົ້າຍ່າງອອກມາຊົມວິວຂອງພາຜາປ່າໄມ້ທີ່ລຽງລາຍ ສະຫລັບຊັບຊ້ອນຢູ່ປະຕູທາງດ້ານຫລັງ ຍາມເຊົ້ານັ່ງຈິບກະເຟຊົມວິວເບິ່ງແສງຕາເວັນອ່ອນທີ່ກໍາລັງຂຶ້ນພົ້ນຂອບຟ້າ ພໍຕົກຍາມຄໍ່າລົງແລງກໍນັ່ງຊົມຕາເວັນຕົກ ຮັບຮອງເລີຍວ່າມີຄວາມສຸກສຸດໆຈົນຢາກຢຸດເວລາເອົາໄວ້.

SA Game
ພູຜາມ່ານ The Rock View Point At Phou Pha Marn

 

ໃນຍາມຄໍ່າຄືນຢູ່ທີ່ນີ້ ສາມາດເບິ່ງທາງຊ້າງເຜືອກທີ່ສວຍງາມ ແລະ ອັດສະຈັນຕາໄດ້ອີກ ຮັບຮອງເລີຍວ່າຫາເບິ່ງໄດ້ຍາກ ແລະ ງົດງາມຕຶງຕາຕຶງໃຈອີ່ຫລີເລີຍ ໃຜທີ່ມີໂອກາດໄດ້ທ່ອງທ່ຽວຢູ່ທີ່ນີ້ຕ້ອງນອນພັກ ເພື່ອຊົມຄວາມງົດງາມຈັກ 1 ຄືນ ເພື່ອຈະໄດ້ເຫັນຄວາມແຕກຕ່າງຈາກສິ່ງທີ່ເຄີຍເຫັນທັງແບບກາງເວັນ ແລະ ກາງຄືນ.

ໃນການບໍລິການຢູ່ສະຖານທີ່ນີ້ ແມ່ນມີຢ່າງຄົບຊຸດ ບໍ່ວ່າຈະເປັນທີ່ພັກ, ຮ້ານອາຫານ ແລະ ມີກິດຈະກໍາຕ່າງໆໃຫ້ເລືອກຫລິ້ນຢ່າງເຕັມອີ່ມກັບບັນຍາກາດ, ສູບກິ່ນອາຍຈາກທໍາມະຊາດ ພ້ອມກັບທ່ຽວຊົມຄວາມງົດງາມກັບສິ່ງທີ່ທໍາມະຊາດໄດ້ສ້າງຂຶ້ນ ເພື່ອໃຫ້ທຸກຄົນໄດ້ສໍາຜັດ ແລະ ຢູ່ກັບມັນຢ່າງມີຄວາມສຸກ.

ຫລັງຈາກທີ່ສະຖານະການແຜ່ລະບາດຂອງພະຍາດໂຄວິດ-19 ຫ່າງຫາຍໄປ ເພື່ອເປັນການຟື້ນຟູເສດຖະກິດ ແລະ ສະຫນັບສະຫນູນນະໂຍບາຍ ລາວທ່ຽວລາວ ແນະນໍາສະຖານທີ່ແຫ່ງນີ້ເລີຍເດີ ສໍາລັບທຸກທ່ານໃນການໄປພັກຜ່ອນຢ່ອນໃຈ ຫລັງຈາກທີ່ຕ້ອງຢູ່ແຕ່ບ້ານ ແລະ ບໍ່ໄດ້ອອກໄປໃສເປັນເວລາຫລາຍເດືອນ ພາຫ່າງກາຍ ແລະ ຈິດໃຈ ພ້ອມດ້ວຍຄອບຄົວ ແລະ ຄົນທີ່ທ່ານຮັກ ໄປສ້າງກິດຈະກໍາ ແລະ ຄວາມຊົງຈໍາດີໆດ້ວຍກັນນະທີ່ແຫ່ງນີ້ “ພູຜາມ່ານ (The Rock View Point At Phou Pha Marn)’’ ຮັບຮອງວ່າປະທັບໃຈ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com ແລະ ພູຜາມ່ານ The Rock View Point At Phou Pha Marn.