ສະ​ຫວັນ​ນະ​ເຂດ ຂຶ້ນບັນຊີເຮືອນເກົ່າໃຫ້ເປັນມໍລະດົກສະຖາປັດຕະຍະກໍາ

SA Game

laoedaily.com

ສຳເລັດການຂຶ້ນບັນຊີອາຄານເກົ່າ-ເຮືອນເກົ່າເຂດຕົວເມືອງ ນະຄອນໄກສອນພົມວິຫານ.

ໃນ​ຫວ່າງ​ບໍ່​ດົນມານີ້, ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຂວງສະຫວັນນະເຂດ(ຖວທ) ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງນະຄອນໄກສອນພົມວິຫານ ພ້ອມດ້ວຍອຳນາດການປົກຄອງບ້ານ ໄດ້ລົງເຄື່ອນໄຫວຂຶ້ນບັນຊີອາຄານປະຫວັດສາດ ແລະ ຮັບຮອງເອົາອາຄານເກົ່າແກ່ ທີ່ເປັນມໍລະດົກທາງດ້ານສະຖາປັດຕະຍະກໍາຂອງທ້ອງຖິ່ນ ພາຍໃນນະຄອນ ໄກສອນ ພົມວິຫານ ຈັດຕັ້ງປະຕິບັດໃນການຂຶ້ນບັນຊີອາຄານປະຫວັດສາດ ແລະຮັບຮອງເອົາອາຄານເກົ່າແກ່ທີ່ເປັນມໍລະດົກທາງດ້ານສະຖາປັດຕະຍະກໍາຂອງທ້ອງຖິ່ນ.

ທ່ານ ສົມພອນ ວິໄລວົງ ຫົວໜ້າຂະແໜງວັດທະນະທໍາ, ພະແນກ ຖວທ ແຂວງ ໄດ້ໃຫ້ຮູ້ວ່າ:

ແຂວງສະຫວັນນະເຂດ ກໍານົດພື້ນທີ່ຄຸ້ມຄອງເຂດຕົວເມືອງເກົ່າ ມີ 7 ບ້ານຄື: ບ້ານໄຊຍະພູມ, ທ່າແຮ່, ໄຊຍະມຸງຄຸນ, ລັດຕະນະລັງສີໃຕ້, ລັດຕະນະລັງສີເໜືອ, ທ່າເມືອງ ແລະບ້ານຈອມແກ້ວ ໃນເນື້ອທີ່ທັງໝົດ 125 ເຮັກຕາ,

SA Game
laoedaily.com

ເຊິ່ງ ການຂຶ້ນບັນຊີອາຄານ ເພື່ອຄຸ້ມຄອງ ຈຶ່ງເປັນສິ່ງຈໍາເປັນ ເພື່ອເຮັດໃຫ້ອາຄານເກົ່າທີ່ຊົງຄຸນຄ່າຈໍານວນນັ້ນ ໄດ້ຮັບການປົກປັກຮັກສາຢ່າງຖືກຕ້ອງຕາມຫຼັກການອະນຸລັກ, ຜ່ານການເກັບກໍາຂໍ້ມູນອາຄານເກົ່າ-ເຮືອນເກົ່າ ໃນພື້ນທີ່ເຂດຕົວເມືອງເກົ່ານະຄອນໄກສອນພົມວິຫານ ທີ່ນອນໃນ 7 ບ້ານດັ່ງກ່າວ, ມີທັງໝົດ 184 ຫຼັງ.

ສາມາດຈັດປະເພດໄດ້ຄື: ອາຄານອະນຸລັກອັນດັບ 1 ເອີ້ນວ່າການສະຫງວນຮັກສາ ໝາຍວ່າເປັນການອະນຸລັກ ສະພາບໃນປັດຈຸບັນຂອງອາຄານ ແລະ ຄວາມດັ້ງເດີມໃຫ້ຄົງຢູ່ ມີ 8 ຫລັງ; ອາຄານອະນຸລັກອັນດັບ 2 ອາຄານບູລະນະ ເປັນການອະນຸລັກໃຫ້ກັບຄືນຢູ່ໃນສະພາບເກົ່າທີ່ເຄີຍເປັນ ເຊິ່ງອາດມີການສ້ອມແປງ ໂດຍໃຊ້ວັດສະດຸ ຝີມືຊ່າງ ແລະ ຮັກສາຕາມຮູບແບບດັ້ງເດີມໄວ້ ມີຈຳນວນ 13 ຫຼັງ ແລະອາຄານອະນຸລັກອັນດັບ 3 ອາຄານຟື້ນຟູ ເປັນການອະນຸລັກແບບປະສົມປະສານການບູລະນະສ່ວນທີ່ມີຄຸນຄ່າ ກັບການປັບປຸງເພີ່ມເຕີມໃນສ່ວນໃໝ່ ເພື່ອປະໂຫຍດໃຊ້ສອຍ ມີ 163 ຫຼັງ.

SA Game
laoedaily.com

ມາຮອດປະຈຸບັນ, ການຂຶ້ນບັນຊີອາຄານແມ່ນສໍາເລັດແລ້ວ ແລະຄາດວ່າໃນທ້າຍປີ 2021ນີ້ ຈະໃຫ້ສໍາເລັດການເຮັດບົດບັນທຶກກັບເຈົ້າຂອງອາຄານເກົ່າ-ເຮືອນເກົ່າ ໂດຍແຈ້ງໃຫ້ເຈົ້າຂອງກໍາມະສິດຮັບຊາບ, ເລື່ອງການຂຶ້ນທະບຽນ ແລະລະບຽບການໃນການບໍາລຸງຮັກສາ, ສ້ອມແປງອາຄານອະນຸລັກ ໂດຍທຸກການບູລະນະສ້ອມແປງ, ຕໍ່ເຕີມ ແລະນໍາໃຊ້ອາຄານເກົ່າ, ເຮືອນເກົ່າ ຫຼື ປ່ຽນແປງການນໍາໃຊ້ອາຄານເກົ່າ ຕ້ອງໄດ້ຮັບອະນຸຍາດຈາກພະແນກ ຖວທ ແຂວງ, ພະແນກ ຍທຂ ແຂວງ ຖ້າລະເມີດຈະຖືກປັບໃໝ ແລະໃຫ້ຮື້ຖອນໃນສິ່ງຕໍ່ເຕີມໃໝ່.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com