ພິ​ທີ​ມອບ​-ຮັບ​ເຄື່ອງ​ຊ່ວຍ​ເຫລືອ​ໃນ​ການ​ຕ້ານ​ພະ​ຍາດ​ໂຄວິດ-19

SA Game

ພາບ: ກົມປະຊາສຳພັນ ຫສນຍ

ປະ​ມານ 9,6 ລ້ານໂດລາ ແລະ 1,75 ຕື້ກີບ ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ຫລາຍ​ພາກ​ສ່ວນ​ໃນ​ການ​ຕ້ານ​ໂຄວິດ-19.

ໄດ້ມີພິທີມອບ-ຮັບ ການຊ່ວຍເຫຼືອຈາກບັນດາບໍລິສັດ ແລະ ພາກສ່ວນຕ່າງໆ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ໃນວັນທີ 26 ເມສາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ  ລວມມູນຄ່າທັງໝົດ 9,6 ລ້ານໂດລາສະຫະລັດ ແລະ 1,75 ຕື້ກີບ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ.

ໃນພິທີຄັ້ງນີ້, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ຮັບໂດຍ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະ ມົນຕີ; ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ແລະ ການນໍາຂັ້ນສູງ ຈາກກະຊວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

SA Game
ພາບ: ກົມປະຊາສຳພັນ ຫສນຍ

ການຊ່ວຍເຫຼືອໃນຄັ້ງນີ້ ປະກອບມີ 12 ພາກສ່ວນ ຄື:

  • ບໍລິສັດພົງຊັບທະວີກໍ່ສ້າງຂົວທາງ, ເຄຫາສະຖານ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ປະກອບສ່ວນຈັດຊື້ວັກຊີນກັນພະຍາດໂຄວິດ-19 ຈຳນວນ 80.000 ໂດສ ມູນຄ່າ 2 ລ້ານໂດລາສະຫະລັດ ໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບຂອງ ສປປ ລາວ.
  • ບໍລິສັດຈະເລີນເຊກອງ ພະລັງງານຈໍາກັດ ປະກອບສ່ວນຈັດຊື້ວັກຊີນກັນພະຍາດໂຄວິດ-19 ຈຳນວນ 80.000 ໂດສ ມູນຄ່າ 2 ລ້ານໂດລາສະຫະລັດ ໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ເພື່ອສັກໃຫ້ບັນດາຄູ-ອາຈານໃນຂອບເຂດທົ່ວປະເທດ.
  • ບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າຈໍາກັດຜູ້ດຽວ ປະກອບສ່ວນຈັດຊື້ວັກຊີນກັນພະຍາດໂຄວິດ-19 ຈຳນວນ 80.000 ໂດສ ມູນຄ່າ 2 ລ້ານໂດລາສະຫະລັດ ໃຫ້ແກ່ລັດຖະບານ.
  • ບໍລິສັດ ເອໄອເອັຟ (AIF) ມອບວັກຊີນ ຈໍານວນ 60.000 ໂດສ ມູນຄ່າ 1,5 ລ້ານໂດລາສະຫະລັດ.
  • ບໍລິສັດ PT Sole LTD ມອບເງິນຊ່ວຍເຫຼືອຈໍານວນ 1,5 ລ້ານໂດລາສະຫະລັດ.
  • ກຸ່ມບໍລິສັດພອນສັກ ປະກອບສ່ວນຈັດຊື້ວັກຊີນກັນພະຍາດໂຄວິດ-19 ຈຳນວນ 20.000 ໂດສ ມູນຄ່າ 5 ແສນໂດລາສະຫະລັດ ໃຫ້ບັນດາຄູ-ອາຈານໃນຂອບເຂດທົ່ວປະເທດ;
  • ລັດວິສາຫະກິດໄຟຟ້າລາວ ມອບຜ້າປິດປາກ-ດັງ ຈຳນວນ 50.000 ກ່ອງ ມູນຄ່າ 1,3 ຕື້ກີບ.
  • ບໍລິສັດລ້ານຊ້າງມິເນໂຣນສ໌ ລິມິເຕັດ ບໍ່ຄຳເຊໂປນ ມອບເງິນສົດຈໍານວນ 1 ແສນໂດລາສະຫະລັດ; ສະມາຄົມນັກທຸລະກິດຍິງ ມອບເງິນສົດ ແລະ ອຸປະກອນຮັບໃຊ້ທາງການແພດ ຈໍານວນ 190 ລ້ານກວ່າກີບ.
  • ບໍລິສັດລາວວີໄອພີພັດທະນາການລົງທຶນ ຈໍາກັດຜູ້ດຽວ ມອບເງິນຊ່ວຍເຫຼືອຈໍານວນ 100 ລ້ານກີບ.
  • ບໍລິສັດຈະເລີນຊັບຍິ່ງຈະເລີນ ມອບເງິນຊ່ວຍເຫຼືອຈໍານວນ 100 ລ້ານກີບ ແລະ ສະມາຄົມມິດຕະພາບ ລາວ-ຈີນ ມອບຕຽງ ພ້ອມໝອນ ມູນຄ່າ 66 ລ້ານກວ່າກີບ.

ໂອກາດດັ່ງກ່າວ ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈມາຍັງບັນດາບໍລິສັດ ແລະ ພາກສ່ວນຕ່າງໆ ທີ່ໃຫ້ການຊ່ວຍເຫຼືອ ແລະ ຖືເປັນການປະກອບສ່ວນສໍາຄັນ ເຂົ້າໃນການປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຫຼຸດລົງ ແລະ ສັນຍາວ່າ ຈະນໍາໃຊ້ການຊ່ວຍເຫຼືອໃນຄັ້ງນີ້ ໃຫ້ຖືກກັບເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ ໄປພ້ອມກັບການຈັດສັນງົບປະມານຂອງລັດ ເພື່ອຮັບໃຊ້ເຂົ້າໃນວຽກງານດັ່ງກ່າວ, ຊຶ່ງກໍລະນີ ບຸກຄົນ ຫຼື ພາກສ່ວນໃດ ຫາກມີຈຸດປະສົງ ໃນການປະກອບສ່ວນຊ່ວຍເຫຼືອຕື່ມ ລັດຖະບານ ແມ່ນຍິນດີຮັບ.

ນອກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ໃຫ້ເພີ່ມທະວີຄວາມເປັນຈິດໜຶ່ງໃຈດຽວກັນ ຮ່ວມກັບລັດຖະບານ ໃນການເປັນເຈົ້າການປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ, ລວມທັງ ຊ່ວຍຕິດຕາມ ກວດກາ ການຈັດຕັ້ງປະຕິບັດວຽກງານຕົວຈິງ ເພື່ອໃຫ້ການແຜ່ລະບາດ ຫຼຸດລົງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ກົມປະຊາສຳພັນ ຫສນຍ