ພິ​ທີ​ມອບ​ລາງວັນ​ໃຫ້​ຜູ້​ປະ​ກອບ​ການທຸ​ລະ​ກິດ​ດີ​ເດັ່ນ​ອາ​ຊຽນ

SA Game

ພາບ: ບຸນມີ ສີວິໄລ

ຜູ້ປະກອບການທຸລະກິດອາຊຽນດີເດັ່ນ 16  ແຫ່ງ ໄດ້ຮັບລາງວັນ.

ຕາມ​ຂ່າວ​ໜ້າ​ໜືງ​ໜັງ​ສື່​ພິມ​ວຽງ​ຈັນ​ໃໝ່​ໃຫ້​ຮູ້​ວ່າ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (LNCCI) ພາຍໃຕ້ການສະໜັບສະໜູນໂດຍໂຄງການ RELATED ຂອງ ໂຄງການຮ່ວມມື ລາວ-ເຢຍລະມັນ (GIZ) ຈັດງານລ້ຽງ “ມອບລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ ປະຈຳປີ 2020” (ASEAN Business Awards Laos 2020) ຂຶ້ນ

ໃນຄໍ່າຂອງວັນທີ 23 ຕຸລາ 2020 ທີ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ກ່າວເປີດງານໂດຍທ່ານ ທະນົງສິນ ກັນລະຍາ ໃນນາມສະມາຊິກສະພາທີ່ປຶກສາທຸລະກິດອາຊຽນ ແລະ ທັງເປັນຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ (ສຄອ) ແຫ່ງຊາດລາວ, ມີທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ Jens Peter Luetkenherm ເອກອັກຄະລັດຖະທູດສະຫະພັນເຢຍລະມັນ ປະຈຳລາວ.

SA Game
ພາບ: ບຸນມີ ສີວິໄລ

ໃນ​ນັ້ນຍັງ​ມີບັນດາຜູ້ຊົງກຽດຈາກບັນດາທຸລະກິດລາວ ແຂກຖືກເຊີນ ລວມທັງບັນດານັກທຸລະກິດ ທີ່ຊະນະເລີດໄດ້ຮັບ “ ລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ ປະຈຳປີ 2020 ” ເຂົ້າຮ່ວມ.

ລາງວັນສະເພາະປີນີ້ ຈັດເປັນ 3 ປະເພດໃຫຍ່ ຄື:

  1. ລາງວັນຂະແໜງບູລິມະສິດຂອງລາວ
  2. ລາງວັນດີເລີດ SME ແລະ
  3. ລາງວັນພິເສດ ລວມທັງໝົດ 16 ລາງວັນ.

ສະເພາະປະເພດ ລາງວັນຂະແໜງການບູລິມະສິດດີເດັ່ນ Lao Priority Integration Sectors Excellence Awards ລາງວັນປະເພດບຸລິມະສິດດີເດັ່ນ ຂະແໜງການອາຫານ ແລະ ເຄື່ອງດື່ມ ແມ່ນໂຮງ ງານຜະລິດນ້ຳດື່ມ ແລະ ນ້ຳກ້ອນ ໂລມາຄຳ ຂະແໜງທ່ອງທ່ຽວດີເດັ່ນ ແມ່ນບໍລິສັດທ່ອງທ່ຽວ ລາວກຣີນ ຂະແໜງພື້ນຖານໂຄງລ່າງດີເດັ່ນ ແມ່ນບໍລິສັດ ອິນຊີພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ຂະແໜງການ ICT ດີເດັ່ນ ແມ່ນບໍລິສັດ ສະຕາ ໂທລະຄົມ ຈຳກັດ ປະເພດລາງວັນທຸລະກິດຂະໜາດນ້ອຍ ແລະ ກາງ ດີເດັ່ນ SME Excellence Awards

ຂະແໜງການຈ້າງງານດີເດັ່ນ ແມ່ນສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສາຍໄຍສຳພັນ ຈຳກັດ ຂະແໜງການຂະຫຍາຍຕົວທຸລະກິດດີເດັ່ນ ແມ່ນໂຮງງານກະເບື້ອງກາສິງ ລາງວັນປະເພດທຸລະກິດ SME ດີເດັ່ນ ລາງວັນທາງດ້ານການປະກອບສ່ວນຕໍ່ສັງຄົມ ແມ່ນວິສາຫະກິດຍອດຊຳ ສ່ວນບຸກຄົນ ລາງວັນທາງດ້ານການນຳໃຊ້ດິຈີຕອລດີເດັ່ນ ແມ່ນໂຮງຮຽນນາໆຊາດປັນຍາທິບ Panyathip International School.

ສະເພາະປະເພດລາງວັນວັນພິເສດ Special Awards ລາງວັນພິເສດ ລາງວັນຜູ້ປະກອບການໜຸ່ມດີເດັ່ນ ແມ່ນບໍລິສັດ ອິນຊີພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ລາງວັນຜູ້ປະກອບການຍິງດີເດັ່ນ ບໍລິສັດ ກຸ່ມໄຊຍະວົງ ຈໍາກັດຜູ້ດຽວ ລາງວັນທຸລະກິດເພື່ອນມິດ ສປປ ລາວ ແມ່ນທະນາຄານ ເອເອັນແຊັດລາວ ຈຳກັດ ແລະ ທະນາຄານລາວ-ຝຣັ່ງ ຈຳກັດ

ສາຂາລາງວັນທຸລະກິດຄອບຄົວດີເດັ່ນ ໂຮງຮຽນປະຖົມ-ມັດທະຍົມສົມບູນ ສິນໄຊ ສາຂາລາງວັນທຸລະກິດເພື່ອສັງຄົມແບບຍືນຍົງດີເດັ່ນ ແມ່ນບໍລິສັດ ຂົນສົ່ງສາກົນ ຈຳກັດ ສາຂາລາງວັນທຸລະກິດສີຂຽວດີເດັ່ນ ແມ່ນບໍລິສັດ ຄຳມະນີ ເຈເນີຣອນ ເຊີວິສ ແລະ ລາງວັນທຸລະກິດລິເລີ່ມດີເດັ່ນ ແມ່ນວິສາຫະກິດກຸ່ມກະສິກໍາອິນຊີ ນະຄອນຫຼວງ ສ່ວນບຸກຄົນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: vientianemai.net

ຂ່າວ & ພາບ: ບຸນມີ ສີວິໄລ