ພຣະພຸດທະຮູບຍຸກກ່ອນສະໄໝລ້ານຊ້າງຂາດ​ການ​ເບິ່ງ​ແຍງ​ດູ​ແລ

SA Game

ນະຄອນຫຼວງພະບາງ

​ຂອງ​ລ້ຳ​ຄ່າ​ແຕ່​ຂາດ​ການ​ເບິ່ງ​ແຍງ​ບຳ​ລຸງ​ຮັກ​ສາພຣະພຸດທະຮູບຍຸກກ່ອນສະໄໝລ້ານຊ້າງ.

ຫລາຍໆ​ວັດ​ຖຸ​ອັນ​ເກົ່າ​ແກ່ ແລະ ມີ​ຄຸນ​ຄ່າ​ທີ່​ເກັບ​ໄວ້ໃນ ປະ​ເທດ​ລາວ, ຍັງ​ມີ​ການ​ເບິ່ງ​ແຍງ​ຮັກ​ສາ​ບໍ່​ທົ່ວ​ເຖິງ​ໂດຍ​ສະ​ເພາະ​ພ​ຣະ​ພ​ຸດ​ທະ​ຮູບ​ບູ​ຮານ​ຕ່າງໆ​ທີ່​ມີ​ອາ​ຍຸ​ຫລາຍ​ຮ້ອຍ​ປີ​ທີ​ຮັກ​ສາ​ໄວ້ ແລະ ຍັງ​ຂາດ​ການ​ເບິ່ງ​ແຍງ​ດູ​ແລ, ໃນ​ຫວ່າງ​ບໍ່​ດົນ​ມາ​ນີ້​ໄດ້​ມີ​ພາບ​ຖ່າຍ​ທີ່​ໄດ້​ບອກວ່າ​ເປັນ​ພ​ຣະ​ພຸດ​ທະ​ຮູບ​ອັນ​ເກົ່າ​ແກ່​ແຕ່​ສະ​ໄໝ​ກ່ອນ​ເຈົ້າ​ຟ້າ​ງ່​ຸມ​ທີ່​ມີ​ສະ​ພາບ​ອັນ​ຊຸດ​ໂຊມ​ຂາດ​ການ​ຮັກ​ສາ​ທີ່​ດີ​ເລີຍ​ເຮັດ​ໃຫ້​ຫລາຍໆ​ທ່ານ​ຮູ້​ສືກວ່າ​ເສຍ​ດາຍ​ໃນ​ຄຸ່ນ​ຄ່າ ແລະ ໜ້າ​ຈະ​ຮັກ​ສາ​ໃຫ້​ດີກວ່າ​ນີ້.

ເຊິ່ງຈາກພາບຖ່າຍພຣະພຸດຮູບຫິນຊາຍບູຮານ ເຊິ່ງນຳສະເໜີໃນເພຈ ນະຄອນຫຼວງພະບາງ ພ້ອມອ້າງວ່າ ມີອາຍຸເກົ່າແກ່ກ່ອນສະໄໝເຈົ້າຟ້າງຸ່ມລວບລວມອານາຈັກລ້ານຊ້າງ ຫຼື ປະມານ 668 ປີກ່ອນ ສະແດງໃຫ້ເຫັນເຖິງຄວາມເສຍຫາຍທີ່ເກີດເພີ່ມຂຶ້ນ ແລະ ການຂາດຄວາມລະອຽດອ່ອນ ໃນການເກັບຮັກສາເຮັດ​ໃຫ້​ຫລາຍ​ຄົນ​ຕ້ອງ​ຮູ້​ສືກວ່າ​ຕ້ອງ​ມີ​ການ​ປັບ​ປຸ່ງ​ດູ​ແລ​ຮັກ​ສາ​ຄືນ​ໃໝ່.

SA Game
ນະຄອນຫຼວງພະບາງ

ໃນຮູບພາບນີ້, ປຽບທຽບລະຫວ່າງຮູບພາບຂອງນັກສຳຫຼວດຊາວຝຣັ່ງໃນຊ່ວງປິ 1930 (ຮູບຊ້າຍ) ກັບຮູບພາບທີ່ຖ່າຍໄວ້ໃນ ວັນທີ 25 ມັງກອນ 2021 (ຮູບຂວາ) ຈະເຫັນໄດ້ວ່າ ໄລຍະເວລາເກືອບ 90 ປີ ທີ່ຜ່ານມາ ພຣະພຸດທະຮູບມີຄວາມເສຍຫາຍຫຼາຍຂຶ້ນ

ນອກຈາກນີ້, ຍັງເຫັນການເປ່ເພ ເພີ່ມເຕີມທີ່ເຫັນໄດ້ຢ່າງຊັດເຈນ ບໍລິເວນນາກປົກເບື້ອງຂວາ ແລະ ການທາສີແດງທັບພຣະອຸຣະ (ເອີກ) ລວມເຖິງການຈັດວາງທີ່ອີງຜາເອົາໄວ້ ຢູ່ໃນສິມ ຂອງວັດທາດຫຼວງ ນະຄອນຫຼວງພະບາງ ເຊິ່ງຈຳເປັນຕ້ອງມີຜູ້ເຂົ້າໄປຊ່ວຍດ້ານການເກັບຮັກສາຢ່າງຮີບດ່ວນ ເພື່ອໃຫ້ຄົນລາວໄດ້ຮັບຮູ້ເຖິງອະຣິຍະທຳອັນເກົ່າແກ່ ແລະ ມີຄວາມສຳຄັນໃນການຮັກສາສິລະປະອັນມີຄຸນຄ່າຂອງປະເທດ

SA Game
ນະຄອນຫຼວງພະບາງ

ແນວໃດກໍ່ຕາມ, ຂໍ້ມູນກ່ຽວກັບພຣະພຸດທະຮູບອົງນີ້ໜ້ອຍຫຼາຍ ຫາກມີຜູ້ຊ່ຽວຊານທ່ານໃດ ສາມາດໃຫ້ຂໍ້ມູນເພີ່ມເຕີມກ່ຽວກັບອາຍຸ ປະຫວັດ ແລະ ຄວາມສຳຄັນຂອງພຣະພຸດທະຮູບອົງນີ້ໄດ້ ເຮົາຈະຂອບໃຈເປັນຢ່າງສູງ

ຂໍ້ມູນ ແລະ ຮູບພາບ: ເພຈ ນະຄອນຫຼວງພະບາງ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ອີນ​ໄຊ​ລາວ.