ຜົນການແຂ່ງຂັນ ຖາມ-ຕອບ ຄວາມຮູ້ກ່ຽວກັບອາຊຽນອອກ​ມາ​ແລ້ວ.

SA Game

ພາບ​: laoedaily.com.la

ກິດສະໄນ ພົມມະວົງສາ ເປັນ​ຜູ້ຊະນະເລີດການແຂ່ງຂັນ ຖາມ-ຕອບ ຄວາມຮູ້ກ່ຽວກັບອາຊຽນ.

ຈາກ​ການ​ແຂ່ງ​ຂັນ​ຖາມ​-ຕອບຄວາມ​ຮູ້​ກ່ຽວ​ກັບ​ອາ​ຊຽນໃນຕອນເຊົ້າ ວັນທີ 4 ທັນວາ 2020 ທີ່ຫ້ອງປະຊຸມໂຮງຮຽນ ມສ ວຽງຈັນ ເຊິ່ງມີບັນດາໂຮງຮຽນມັດທະຍົມຕອນປາຍຕ່າງໆທີ່ຕາງໜ້າໃຫ້ທັງ 3 ພາກຂອງປະເທດຄື: ຫຼວງພະບາງ, ສະຫວັນນະເຂດ, ແລະ ຈໍາປາສັກ, ລວມທັງຈາກ ນະຄອນຫຼວງວຽງຈັນ ທີ່ເຂົ້າຮ່ວມກິດຈະກໍາດັ່ງກ່າວ.

ໃນ​ການຄັດເລືອກເອົານ້ອງນັກຮຽນທີ່ເກັ່ງທີ່ສຸດຈໍານວນ 3 ຄົນ ເພື່ອເປັນຕົວແທນນັກຮຽນ ໃຫ້ແກ່ ສປປ ລາວ ເຂົ້າຮ່ວມການແຂ່ງຂັນ ASEAN QUIZ ລະດັບພາກພື້ນ ຮ່ວມກັບບັນດານ້ອງນັກຮຽນຄົນເກັ່ງທີ່ເປັນຕົວແທນຂອງອີກ 9 ປະເທດອາ​ຊຽນ.

SA Game
ພາບ​: laoedaily.com.la

ຮ່ວມເປັນປະທານຂອງທ່ານ ຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດລາວ ທ່ານ ໂພສີ ແກ້ວມະນີວົງ ; ມີບັນດາຫົວໜ້າກົມ, ຮອງກົມ, ຄະນະຫົວໜ້າພະແນກສຶກສາທິການ ແລະ ກິລາ, ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ,ບັນດານ້ອງໆນັກຮຽນນັກແຂ່ງຂັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໂພສີ ແກ້ວມະນີວົງ ກ່າວບາງຕອນວ່າ: ໂຄງການການແຂ່ງຂັນ ຖາມ-ຕອບ ຄວາມຮູ້ກ່ຽວກັບອາຊຽນ ແມ່ນໜຶ່ງກິດຈະກໍາທີ່ນອນຢູ່ໃນຂົງເຂດວຽກງານການຮ່ວມມືດ້ານວັດທະນະທໍາ ແລະ ຖະແຫຼງຂ່າວອາຊຽນ ຊຶ່ງເປັນການສົ່ງເສີມຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບປະຊາຄົມອາຊຽນ ໂດຍສະເພາະ ປະຊາຄົມການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ ໃຫ້ແກ່ນ້ອງນັກຮຽນໃນອາຊຽນ ກໍຄື ສປປ ລາວ ໃຫ້ນັບມື້ນັບກວ້າງຂວາງຂຶ້ນ.

ທ່ານ ວໍລະສັກ ປຣະວົງວຽງຄໍາ ຮອງອຳນວຍການ ວິທະຍຸກະຈາຍສຽງແຫ່ງຊາດລາວ, ຄະນະຮັບຜິດຊອບໂຄງການ ASEAN Quiz ແຫ່ງສປປ ລາວ ກ່າວວ່າ: ການແຂ່ງຂັນລະດັບຊາດນີ້ ແມ່ນເລັ່ງໃສ່ບັນດານ້ອງນັກຮຽນລະດັບການສຶກສາຂັ້ນມັດທະຍົມ ຕອນປາຍທີ່ມີອາຍຸສະເລ່ຍລະຫວ່າງ 14 – 18 ປີ ມີເປົ້າໝາຍເພື່ອແນໃສ່ຄັດເລືອກເອົານ້ອງນັກຮຽນທີ່ເກັ່ງທີ່ ສຸດຈໍານວນ 3 ຄົນ ເພື່ອເປັນຕົວແທນນັກຮຽນ ຂອງສປປ ລາວເຮົາ ເພື່ອເຂົ້າຮ່ວມການແຂ່ງຂັນ ASEAN QUIZ ລະດັບພາກພື້ນ ຮ່ວມກັບບັນດານ້ອງນັກຮຽນຄົນເກັ່ງທີ່ເປັນຕົວແທນຂອງອີກ 9 ປະເທດສະມາຊິກອາຊຽນ.

ສໍາລັບປີນີ້ ເນື່ອງຈາກສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນໂລກ ກໍຄື ໃນພາກພື້ນເຮົາໃນປະຈຸບັນ, ການແຂ່ງຂັນແບບປົກກະຕິດັ່ງທີ່ເຄີຍເຮັດໃນທຸກຄັ້ງຜ່ານມາ ຈຶ່ງບໍ່ອາດສາມາດຈັດຂຶ້ນ ໄດ້, ປະເທດສິງກະໂປ ຈຶ່ງຮັບກຽດເປັນເຈົ້າພາບສໍາລັບການຈັດການແຂ່ງຂັນລະດັບພາກພື້ນຂອງປີນີ້ ຈຶ່ງມີຄວາມ ຈໍາເປັນຕ້ອງໄດ້ຫາທາງອອກ ໂດຍໄດ້ຕົກລົງທີ່ຈະຈັດຂຶ້ນ ໂດຍຜ່ານລະບົບ Video Conference ຊຶ່ງໄດ້ຮັບ ຄວາມເຫັນດີເປັນເອກະພາບຈາກບັນດາປະເທດສະມາຊິກອາຊຽນທັງຫມົດ.

ດັ່ງນັ້ນ, ອີງຕາມການແຈ້ງການ ຢ່າງເປັນທາງການຂອງປະເທດເຈົ້າພາບ, ການແຂ່ງຂັນ ຖາມ-ຕອບ ຄວາມຮູ້ກ່ຽວກັບອາຊຽນລະດັບພາກພື້ນຄັ້ງທີ 9 ຈະຖືກ ຈັດຂຶ້ນໃນລະຫວ່າງວັນທີ 15 ແລະ 16 ທັນວາ ປີ 2020 ທີ່ຈະມາເຖິງນີ້.

ໃນການແຂ່ງຂັນ ຖາມ-ຕອບ ໃນຄັ້ງນີ້ ແມ່ນມີນ້ອງນັກຮຽນຈາກ 3 ພາກ ແລະ ໜຶ່ງນະຄອນຫຼວງ ເຂົ້າຮ່ວມການແຂ່ງຂັນຈຳນວນ 13 ທ່ານ ເຊິ່ງໄດ້ແບ່ງອອກເປັນ 4 ຮອບ ໃນການ ຖາມ-ຕອບ ຄວາມຮູ້ກ່ຽວກັບອາຊຽນ ເພື່ອຄັດເລືອກຫາຜູ້ຊະນະ.

ສະຫຼຸບຜົນການແຂ່ງຂັນຜູ້ຊະນະໃນການແຂ່ງຂັນ ຖາມ-ຕອບ ຄວາມຮູ້ກ່ຽວກັບອາຊຽນ ລະດັບຊາດ ຄັ້ງທີ 9 ປະຈະປີ 2020 ທີ່ຈະເປັນຕົວແທນນ້ອງນັກຮຽນໄປແຂ່ງຂັນໃນລະດັບພາກພື້ນ ເຊິ່ງຜູ້ຊະນະເລີດອັນດັບ 1 ແມ່ນ ທ້າວ ກິດສະໄນ ພົມມະວົງສາ, ຮອງຊະນະເລີດອັນດັບທີ 1 ທ້າວ ອະມານາ ສຸທິຈັກ ແລະ ຮອງຊະນະເລີດອັນດັບ 2 ນາງ ປາວີນາ ສໍລະຈຳປາ ເຊິ່ງນ້ອງໆ ທັ້ງ 3 ທ່ານ ແມ່ນເປັນໂຕແທນຈາກ ນະຄອນຫຼວງວຽງຈັນ ທີ່ຈະໄດ້ໄປຮ່ວມແຂ່ງຂັນໃນລະດັບພາກພື້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ: laoedaily.com.la