ປ່າ​ໂຄກ​ໂອງ​ມັງ ແຫລ່ງ​ທ່ອງ​ທ່ຽວ​ສຳ​ລັບ​ຄົນ​ມັກ​ຄວາມ​ທ້າ​ທາຍ

SA Game

laoedaily.com.la

ເຂດອະນຸລັກປ່າໂຄກໂອງ-ມັ່ງ ອີກ​ຮູບ​ແບບ​ໜຶ່ງ​ຂອງການທ່ອງທ່ຽວ​ທຳ​ມະ​ຊາດ.

ເຂດ​ອະ​ນຸ​ລັກ​ປ່າ​ໂຄກ​ໂອງ​ມັງ​ເປັນ​ເຂດ​ອ​ນຸ​ລັກ​ແຫ່ງ​ຊາດ ແລະ ໄດ້​ພັດ​ທະ​ນາ​ເປັນ​ແຫລ່ງ​ທ່ອງ​ທ່ຽວ​ທີ່​ໜ້​າ​ທ່ຽວໂດຍ​ສະ​ເພາະ​ແມ່ນ​ການ​ທ່ອງ​ທ່ຽວ​ແບບ​ຖ້າ​ທາຍ, ຫລ້າ​ສຸດວິທະຍຸກະຈາຍສຽງ ສະຫວັນນະເຂດ,ທ່ານ ຄໍາໄພ ໄຊຍະລາດ ຫົວໜ້າສູນອະນຸລັກລະບົບນິເວດປ່າໂຄກ ໂອງ-ມັ່ງ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດຕໍ່ຜູ້ສື່ຂ່າວວິທະຍຸກະຈາຍສຽງແຂວງວ່າ: ປັດຈຸບັນສູນອະນຸລັກລະບົບນິເວດປ່າໂຄກ ໂອງ-ມັ່ງ ເມືອງຊົນນະບູລີ ໄດ້ຮັບການຍົກລະດັບເປັນເຂດອະນຸລັກ ໂອງ-ມັ່ງແຫ່ງຊາດແລ້ວ .

ຈຸດປະສົງເພື່ອອະນຸລັກສັດປ່າ ແລະ ຊີວະນາໆພັນ ພ້ອມສົ່ງເສີມການທ່ອງທ່ຽວ, ສົ່ງເສີມປະຊາຊົນໃນການປັບປຸງຊີວິດການເປັນຢູ່ ໃນການປູກ-ການລ້ຽງໃຫ້ມີຄວາມຍຶນຍົງ, ເຊິ່ງໄລຍະນີ້ໄດ້ຮັບທຶນຊ່ວຍເຫຼືອຈາກອົງການສະຫະປະຊາຊາດເພື່ອການພັດທະນາ ໃນພື້ນຖານໂຄງລ່າງ ທາງດ້ານເຮືອນພັກ ແລະ ຫ້ອງເຮັດວຽກ ເພື່ອອໍານວຍຄວາມສະດວກໃຫ້ແກ່ການທ່ອງທ່ຽວ.

SA Game
laoedaily.com.la

ທາງສູນໄດ້ຈັດສັນຫ້ອງພັກ-ບ່ອນນອນ ເພື່ອຮອງຮັບໃນລາຄາພຽງຕຽງລະ 30.000 ກີບຕໍ່ຄົນຕໍ່ຄືນ ພ້ອມມີອາຫານຮອງຮັບທັງ 3 ຄາບ ໃນຄາບເຊົ້າແມ່ນລາຄາ 15.000 ກີບຕໍ່ຄົນ ແລະ ຄາບທ່ຽງ-ແລງ ແມ່ນລາຄາ 20.000ກີບຕໍ່ຄົນ ແລະ ບໍລິການທ່ຽວຊົມປ່າຈາກທີມງານຂອງສູນເປັນຜູ້ນຳທາງ ໂດຍຄິດໄລ່ເປັນຖ້ຽວ ລົດກະບະຖ້ຽວລະ 1 ແສນກີບ ພ້ອມນີ້ຍັງມີກິດຈະກຳນອນປ່ານຳອີກ.

ໂອກາດນີ້ ຫົວໜ້າສູນອະນຸລັກລະບົບນິເວດປ່າໂຄກ ໂອງ-ມັ່ງ ຍັງໄດ້ເຊີນຊວນໃຫ້ສັງຄົມ ຖ້າມີໂອກາດກໍຢາກໃຫ້ມາທ່ຽວຊົມ ເພື່ອເປັນການສົ່ງເສີມການທ່ອງທ່ຽວບ້ານເຮົາ ແລະ ຊື່ນຊົມກັບທໍາມະຊາດທີ່ອຸດົມສົມບູນ ເຊິ່ງລາຍຮັບທັງໝົດນັ້ນຈະໄດ້ມາໝູນໃຊ້ໃຫ້ແກ່ການກວດກາລາດຕະເວນປົກປັກຮັກສາປ່າ, ພ້ອມຍັງໄດ້ແນະນໍາວ່າໃນລະດູປາຍຝົນ-ຕົ້ນໜາວຄືປັດຈຸບັນນີ້ ແມ່ນເໝາະສົມທີ່ສຸດໃນການເຂົ້າປ່າກາງເຕັນນອນໃນປ່າ ແລະ ທ່ຽວຊົມໂອງ-ມັ່ງ ພ້ອມທັງເສັ້ນທາງເຂົ້າມາຫາສູນປັດຈຸບັນແມ່ນມີຄວາມສະດວກແລ້ວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com