ຄວາມ​ເປັນ​ມາກ່ຽວກັບໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່

SA Game

Sourioudong Sundara

ຫວຽດນາມ ໄດ້ໃຫ້ການຊ່ວນເຫຼືອທຶນກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່.

ລາວ-ຫວຽດນາມ ເປັນສອງປະເທດອ້າຍນ້ອງທີ່ມີສາຍພູ ແລະ ແມ່ນໍ້າຕິດຈອດກັນ ແຕ່ເໜືອຮອດໃຕ້, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ – ຫວຽດນາມ ແລະ ຫວຽດນາມ-ລາວ ໂດຍປະທານ ໂຮ່ຈິມິນ ຜູ້ນໍາທີ່ຍິ່ງໃຫຍ່ ແລະ ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກ ຮ່ວມກັນກໍ່ຕັ້ງຂຶ້ນ, ຖະນຸຖະໜອມ ແລະ ໄດ້ຮັບການເພີ່ມພູນຄູນສ້າງຈາກບັນດາຮຸ່ນຄົນຕ່າງໆ, ສອງປະ ເທດໄດ້ພ້ອມກັນສືບທອດມາເປັນເວລາຫຼາຍທົດສະວັດ ທັງຢູ່ໃນໄລຍະຕໍ່ສູ້ກູ້ຊາດ ເພື່ອຍາດເອົາເອກະລາດແຫ່ງຊາດໃນເມື່ອກ່ອນ ກໍ່ຄືໃນໄລຍະປົກປັກຮັກສາ ແລະ ພັດທະນາປະເທດຊາດໃນປະຈຸບັນ.

ຕະຫຼອດໄລຍະຫຼາຍສິບປີຜ່ານມາ, ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ມີຄວາມເປັນຫ່ວງເປັນໄຍ, ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ.

SA Game
Sourioudong Sundara

ພິເສດ ລັດຖະບານຫວຽດນາມ ກໍ່ຄືປະຊາຊົນຫວຽດນາມ ໄດ້ໃຫ້ການຊ່ວນເຫຼືອທຶນຮອນອັນຍິ່ງໃຫຍ່ ເພື່ອປຸກສ້າງຫໍສະພາແຫ່ງຊາດຫຼັງໃໝ່ດ້ວຍມູນຄ່າ 111,75 ລ້ານໂດລາສະຫະລັດ ໂດຍມອບໝາຍໃຫ້ແມ່ທັບນ້ອຍເປັນຜູ້ກໍ່ສ້າງນັບຕັ້ງແຕ່ເດືອນກໍລະກົດ 2018 ເປັນຕົ້ນມາ, ໂຄງການນີ້ ແມ່ນຂອງຂວັນອັນລໍ້າຄ່າທີ່ສຸດຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວ.

ເປັນໂຄງການທີ່ມີຄວາມໝາຍສໍາຄັນ, ເປັນສັນຍາ ລັກ ແລະ ຕົວແບບແຫ່ງຄວາມສາມັກຄີພິເສດ ທີ່ມີຊີວິດຊີວາ ລະຫວ່າງ ລາວ- ຫວຽດນາມ ບົນຈິດໃຈ “ເຂົ້າເມັດຫັກ ຜັກເສັ້ນໜຶ່ງກໍ່ປັນກັນ”, ການກໍ່ສ້າງໂຄງການອັນມີຄວາມໝາຍສໍາຄັນນີ້ ໄດ້ດໍາເນີນໄປໃນສະພາບການທີ່ທັງສອງປະເທດປະສົບກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ກໍ່ຕາມ

ແຕ່ດ້ວຍຄວາມເອົາໃຈໃສ່ຂອງທັງສອງຝ່າຍ ຈຶ່ງເຮັດໃຫ້ຫໍສະພາແຫ່ງນີ້ ເຖິງແມ່ນວ່າບໍ່ທັນສຳເລັດຢ່າງສົມບູນແບບ ແຕ່ກໍ່ສາມາດນຳໃຊ້ເຂົ້າໃນການຈັດຕັ້ງກອງປະຊຸມ ຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ໃນເດືອນມີນາ 2021 ທີ່ຜ່ານມາຢ່າງມີຜົນສໍາເລັດເປັນຢ່າງດີ.

SA Game
Sourioudong Sundara

ນີ້ກໍ່ເປັນໜຶ່ງໃນຕົວແບບທີ່ຫາຍາກ ໃນການພົວພັນພິເສດ ລະຫວ່າງສອງພັກ, ສອງລັດ ແລະປະຊາຊົນ ສອງຊາດລາວ-ຫວຽດນາມອ້າຍນ້ອງພວກເຮົາ, ຜົນສໍາເລັດຂອງການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ແຫ່ງນີ້ ໄດ້ມາຍ້ອນຄວາມຮັບ ຜິດຊອບ ແລະ ຄວາມຕັດສິນໃຈສູງຂອງຄະນະຮັບຜິດຊອບໂຄງການທຸກຂັ້ນຕະຫຼອດຮອດ ພະນັກງານ, ຊ່ຽວຊານ, ກໍາມະກອນທຸກຄົນ ທີ່ໄດ້ສຸມທຸກເຫື່ອແຮງ, ສະຕິປັນຍາ ແລະ ສີມືອັນປານີດຂອງຕົນ ໃນການປະຕິບັດໜ້າທີ່ການເມືອງອັນມີກຽດສະຫງ່າ, ໃນການດໍາເນີນໂຄງການກໍ່ສ້າງຫໍສະພາແຫ່ງ ຊາດລາວ ທັງເວັນ ແລະ ຄືນຢ່າງຕັ້ງໜ້າ ແລະ ບໍ່ຮູ້ອິດຮູ້ເມື່ອຍ.

ຂໍຕີລາຄາສູງທີ່ສຸດ ຕໍ່ການປະຕິບັດໜ້າທີ່ດັ່ງກ່າວ, ພິເສດ ແມ່ນກ່ຽວກັບສີມືແຮງງານຂອງຊ່າງ ແລະ ແຮງງານໃນພາກສະໜາມວ່າມີສີມືທີ່ດີເລີດ, ສາມາດກໍ່ສ້າງຖືກຕ້ອງຕາມການອອກແບບທີ່ເປັນເອກະລັກ ແລະ ລັກສະນະພິເສດຂອງວັດທະ ນະທຳລາວ. ສາມາດເວົ້າໄດ້ວ່າ ຫໍສະພາແຫ່ງຊາດລາວ ຫຼັງໃໝ່ແຫ່ງນີ້ ຈະເປັນສະຖານທີ່ເຮັດວຽກ ທີ່ມີເງື່ອນໄຂອຳນວຍຄວາມສະດວກ ທັນສະໄໝທີ່ສຸດໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ພະນັກງານທັງໝົດຂອງ ສະພາແຫ່ງຊາດລາວ ໃນການປະຕິບັດໜ້າທີ່ການເມືອງຂອງຕົນເປັນຕົ້ນ ແມ່ນການດໍາເນີນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ, ການຕ້ອນຮັບແຂກພາຍໃນ ແລະ ຕ່າງປະເທດ.

SA Game
Sourioudong Sundara

ນອກຈາກນີ້, ຫໍສະພາແຫ່ງຊາດແຫ່ງນີ້ ຍັງຈະເປັນສະຖານທີ່ ທັດສະນະສຶກສາໃຫ້ປະຊາຊົນ, ໂດຍສະເພາະ ແກ່ຮຸ່ນຄົນໜຸ່ມຂອງລາວ ເພື່ອຮຽນຮູ້ກ່ຽວກັບລະບອບການເມືອງ, ລະບົບການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການນິຕິບັນຍັດ ທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງຕົນ ແລະ ທັງເປັນບ່ອນຮຽນຮູ້ ກ່ຽວກັບມູນເຊື້ອຄວາມສາມັກຄີພິເສດ ລາວ- ຫວຽດນາມອີກດ້ວຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Sourioudong Sundara.