ປືກ​ສາ​ເພື່ອ​ຫາ​ທາງ​ໃນ​ການ​ປັບ​ປຸງ​ສິ່ງ​ແວດ​ລ້ອມ​ຕົວ​ເມືອງ​ສີ​ຂຽວ​ທີ່​ປາກ​ເຊ

ການຮ່ວມມື ປັບປຸງສິ່ງແວດລ້ອມຕົວເມືອງ ສ້າງວິໄສທັດ ຕົວເມືອງສີຂຽວ ຢູ່ນະຄອນປາກເຊ.

ຂປລ. ໃນວັນທີ 29 ມີນາ 2021, ທີ່ຫ້ອງວ່າການແຂວງຈຳປາສັກ, ໄດ້ຈັດກອງປະຊຸມ ປຶກ ສາຫາລື ທິດທາງ ໃນການຮ່ວມມື ສອງຝ່າຍ ລະຫວ່າງ ແຂວງຈຳປາສັກ ກັບ ອົງການຮ່ວມມືສາກົນ ສ. ເກົາຫລີ (KOICA) ແລະ ສະຖາບັນເຕີບໂຕສີຂຽວສາກົນ ປະຈຳ ສປປ ລາວ ຫລື (GGGI) ກ່ຽວກັບໂຄງການ ສ້າງຄວາມອາດສາມາດບຳບັດນໍ້າເປື້ອນ ແລະ ຂີ້ເຫຍື່ອ ສຳລັບປັບປຸງສິ່ງແວດ ລ້ອມຕົວເມືອງ ໃນ ສປປ ລາວ ສ້າງວິໃສທັດ ຕົວເມືອງສີຂຽວ ແລະ ແຜນຈັດຕັ້ງປະຕິບັດ ຢູ່ ນະ ຄອນປາກເຊ ແຂວງຈຳປາສັກ.
ໂດຍການເຂົ້າຮ່ວມ ຂອງ ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ, ທ່ານ ຈັນທະວີສຸກ ວັນສີລິ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຈຳປາສັກ, ທ່ານ ບຸນເນົາ ຟອງຄຳແດງ ຮອງເຈົ້ານະຄອນປາກເຊ, ທ່ານ ເຈສັນ ລີ ຫົວໜ້າສະຖາບັນເຕີບໂຕສີຂຽວສາກົນ ປະຈຳ ສປປ ລາວ (GGGI), ຕາງໜ້າຈາກ ອົງການ KOICA, ມີຜູ້ປະສານງານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
SA Game
ພາບ: ຂ​ປ​ລ.
ໂຄງການສ້າງຄວາມອາດສາມາດ ບຳບັດນໍ້າເປື້ອນ ແລະ ຂີ້ເຫຍື່ອ ສຳລັບປັບປຸງສິ່ງແວດ ລ້ອມຕົວເມືອງ ໃນ ສປປ ລາວ ເຊິ່ງໄດ້ຮັບທຶນຊ່ວຍເຫລືອລ້າ ຈາກ ອົງການ KOICA ແລະ ສະຖາບັນເຕີບໂຕສີຂຽວໂລກ GGGI ໃນມູນຄ່າ 6.78 ລ້ານໂດລາສະຫະລັດ, ເຊິ່ງມີທີ່ຕັ້ງຢູ່ນະຄອນຫລວງວຽງຈັນ.
ສຳລັບ ນະຄອນປາກເຊ ແຂວງຈຳປາສັກ ໂຄງການບຳບັດນໍ້າເປື້ອນ ມີມູນຄ່າທັງໝົດ ໂຄງ ການ 3.042.000 USD ໃນນັ້ນ, ມູນຄ່າການກໍ່ສ້າງປະມານ 1.698.000 USD. ເຊິ່ງປະກອບມີ 3 ກິດຈະກໍາຫລັກ ຄື:
  • ສ້າງວິໃສທັດ ຕົວເມືອງສີຂຽວ ແລະ ແຜນຈັດຕັ້ງປະຕິບັດ ຢູ່ ນະຄອນປາກເຊ.
  • ສ້າງແຜນຍຸດຕະສາດ ການຄຸ້ມຄອງນໍ້າເປື້ອນ ຢູ່ນະຄອນປາກເຊ.
  • ປັບປຸງສິ່ງອຳນວຍຄວາມສະດວກ ການຄຸ້ມຄອງ ແລະ ບຳບັດນໍ້າເປື້ອນ ຢູ່ນະຄອນປາກເຊ.
ກອງປະຊຸມດັ່ງກ່າວ, ແມ່ນເພື່ອປຶກສາຫາລືແຜນງານຂອງໂຄງການ ສ້າງຄວາມອາດສາມາດ ບຳບັດນໍ້າເປື້ອນ ແລະ ຂີ້ເຫຍື່ອສຳລັບປັບປຸງ ສິ່ງແວດລ້ອມຕົວເມືອງ ໃນ ສປປ ລາວ ສ້າງວິໃສທັດ ຕົວເມືອງສີຂຽວ ແລະ ແຜນຈັດຕັ້ງປະຕິບັດ ຢູ່ ນະຄອນປາກເຊ ແຂວງຈຳປາສັກ, ຄວາມຄືບໜ້າ ບັນດາກິດຈະກຳຕ່າງໆ ຂອງໂຄງການ ແລະ ພາກສະເໜີ ການຊ່ວຍເຫລືອ ຂອງແຂວງຈຳປາສັກ ຕໍ່ ອົງການຮ່ວມມືສາກົນ ສ.ເກົາຫລີ ຫລື KOICA ເພື່ອສືບຕໍ່ໂຄງການບຳບັດນໍ້າເປື້ອນນະຄອນປາກເຊ ໄລຍະ 2 ເພື່ອໃຫ້ກວມເອົາທຸກພື້ນທີ່ໃນນະຄອນປາກເຊ; ຂໍທຶນຊ່ວຍເຫລືອລ້າ ກໍ່ສ້າງສະຖານີ ແລະ ຈັດຊື້ພາຫະນະຂົນສົ່ງໄຟຟ້າສາທາລະນະ ນະຄອນປາກເຊ ເພື່ອຫລຸດຜ່ອນບັນຫາລົດຕິດ ແລະ ອຸບັດຕິເຫດຕາມທ້ອງຖະໜົນ, ຂະແໜງສາທາລະນະສຸກ ແລະ ວັດທະນາທຳ-ສັງຄົມ ແມ່ນຂໍທຶນຊ່ວຍ ເຫລືອລ້າສ້າງສູນກັກກັນ ແຮງງານທີ່ເດີນທາງມາຈາກຕ່າງປະເທດ ເພື່ອປ້ອງກັນ ແລະ ສະກັດກັ້ນ ການລະບາດຂອງພະຍາດໂຄວິດ-19.
ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ ກ່າສວ່າ: ການປຶກສາຫາລື ແຜນງານ ແລະ ການຮ່ວມມື ຂອງໂຄງການດັ່ງກ່າວ, ແມ່ນເພື່ອປະຕິບັດແນວຄິດພື້ນຖານ ແລະ ສືບຕໍ່ການພັດທະນ ຕາມວິໃສທັດ, ແຜນພັດທະນາເສດຖະກິດ-ສັງຄົມ ໄດ້ກຳນົດທິດທາງ, ຄາດໝາຍ ແລະ ແຜນວຽກຈຸດສຸມ ປົກປັກຮັກສາ, ຟື້ນຟູທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງ; ຄຸ້ມຄອງການນໍາໃຊ້ຊັບພະຍາກອນທຳມະຊາດຢ່າງປະຢັດ ແລະ ຄຸ້ມຄ່າ, ປະສົມປະສານການອານຸລັກ ແລະ ການພັດທະນາໃຫ້ສົມດູນ; ສາມາດປົກປັກຮັັກສາ, ເສີມຂະຫຍາຍ ແລະ ນໍາໃຊ້ຊັບພະຍາກອນ ໃຫ້ເກີດປະໂຫຍດສູງສຸດຕໍ່ປະຊາຊົນ ທັງໃນສະເພາະໜ້າ ແລະ ຍາວນານ, ຄຸ້ມຄອງສະພາບແວດລ້ອມຕົວເມືອງ ຮັກສາໄດ້ຄວາມສະອາດ, ສີຂຽວ ແລະ ສົມດູນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂ​ປ​ລ.