ປັບປຸງໃໝ່! ຂັ້ນ​ຕອນ​​ມາດ​ຕະ​ການການ​ເດີນ​ທາງ​ເຂົ້າ​ປະ​ເທດ​ໄທ

SA Game

laoedaily.com

ມາ​ເບິງມາດຕະການປັບປຸງໃໝ່ສຳ​ລັບຂັ້ນຕອນການເດີນທາງເຂົ້າປະ​ເທດ​ໄທ

ໃນ​ໄລ​ຍະ​ຜ່ານ​ມາ ຊ່ວງ​ກ່ອນ​ການ​ລະ​ບາດ​ຂອ​ງ​ພະ​ຍາດ​ໂຄວິດ-19, ປະ​ເທດໄທ ເປັນປະເທດໜຶ່ງທີ່ຄົນລາວມັກເດີນທາງໄປຫຼາຍທີ່ສຸດ ເນື່ອງຈາກມີຄວາມສະດວກໃນຫຼາຍໆຢ່າງບໍ່ວ່າຈະເປັນເສັ້ນຊາຍແດນ, ການໃຊ້ພາສາເກືອບວ່າຈະເປັນອັນດຽວກັນບໍ່ຈຳເປັນໃຊ້ລ່າມແປ ແລະສິນຄ້າໄທກໍ່ເປັນທີ່ນິຍົມສູງຈິ່ງບໍ່ແປກທີ່ປະຊາຊົນລາວມັກເດີນທາງໄປເປັນຈຳນວນຫຼາຍຕະຫຼອດໄລຍະຜ່ານມາ.

ແຕ່ພາຍຫຼັງການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ທັງໄທ ແລະລາວ ຕ່າງກໍ່ປິດດ່ານສາກົນ, ດ່ານປະເພນີ ຜູ້ຄົນໄປມາບໍ່ສະດວກຄືເມື່ອກ່ອນ ຖ້າຈະໄປຕ້ອງເປັນກໍລະນີຈຳເປັນແທ້ໆ ແຕ່ໄລຍະ2-3 ເດືອນມານີ້ລັດຖະບານເລີ່ມຜ່ອນຜັນຫຼາຍຂຶ້ນ ເພື່ອຟື້ນຟູສະພາບເສດຖະກິດທີ່ໄດ້ຮັບຜົນກະທົບໜັກໃນໄລຍະຜ່ານມາ ຫຼ້າສຸດລັດຖະບານໄທໄດ້ປັບປຸງມາດຕະການໃໝ່ສຳລັບຜູ້ທີ່ມີຈຸດປະສົງເຂົ້າໄທ ນັບແຕ່ວັນທີ 1 ມີນາເປັນຕົ້ນໄປໃຫ້ມີເງື່ອນໄຂດັ່ງນີ້:

SA Game
laoedaily.com

1. ຜູ້ໂດຍສານທີ່ຈະເດີນທາງເຂົ້າປະເທດໄທ ຕ້ອງໄດ້ສະແດງຫຼັກຖານການຮັບວັກຊີນຄົບໂດສ 14 ມື້ກ່ອນເດີນທາງ (ຍົກເວັ້ນສຳລັບເດັກອາຍຸຕ່ຳກວ່າ 6 ປີ) ແລະ ເອກະສານຢັ້ງຢືນຕ້ອງເປັນພາສາອັງກິດເທົ່ານັ້ນ.
2. ວີຊາ ແລະ ໜັງສືເດີນທາງ: ຜູ້ໂດຍສານສາມາດຂໍວີຊາໄດ້ທີ່ກົງສູນແຫ່ງລາຊະອານາຈັກໄທ ປະຈຳ ສປປ ລາວ ແລະ ໜັງສືເດີນທາງຂອງຜູ້ໂດຍສານຕ້ອງມີອາຍຸການນຳໃຊ້ບໍ່ຕ່ຳກວ່າ 6 ເດືອນ.
3. ໂຮງແຮມກັກໂຕ: ຕ້ອງສະແດງຫຼັກຖານການຈອງໂຮງແຮມ ຫຼື ໂຮງໝໍກັກໂຕທີ່ ທີ່ມີສັກຍາລັກ( SHA+ | SHA Extra + | AQ ) ບໍ່ຕ່ຳກວ່າ 1 ມື້ ເພື່ອລໍຖ້າຜົນກວດ Covid-19 ວັນທີ່ເດີນທາງມາຮອດຜ່ານການກວດ ແລະ ເດີນທາງໄປໂຮງແຮມ ໂດຍພາຫະນະຂອງໂຮງແຮມໃນຮູບແບບ Sealed Route (ດຳເນີນການໂດຍໂຮງແຮມ).ສາມາດອ່ານຂໍ້ມູນເພີ່ມເຕີມໄດ້ທີ່ https://web.thailandsha.com/shaextraplus

4. ປະກັນໄພສຸຂະພາບ
ຜູ້ໂດຍສານຕ້ອງມີປະກັນໄພສຸຂະພາບ ທີ່ຈະໃຊ້ຮັກສາກໍລະນີຫາກພົບເຊື້ອ Covid-19 ທີ່ສາມາດໃຊ້ໄດ້ທີ່ປະເທດໄທ ແລະ ຄຸ້ມຄອງຕະຫຼອດໄລຍະເວລາທີ່ຢູ່ໃນປະເທດໄທ (ຕ້ອງມີວົງເງິນຄຸ້ມຄອງຂັ້ນຕ່ຳ 20.000 ໂດລາ)
ສາມາດຊື້ປະກັນໄພອອນລາຍໄດ້ທີ່ http://covid19.tgia.org
5. ຂໍ້ມູນການຈອງປີ້ເຮືອບິນ
ຜູ້ໂດຍສານຕ້ອງກຳນົດມື້ເດີນທາງເພື່ອຂໍໃບຢັ້ງຢືນການຈອງບ່ອນຂອງການບິນລາວເພື່ອປະກອບເອກະສານເດີນທາງ ແລະ ຕ້ອງສະແດງປີ້ເຮືອບິນໄປ-ກັບ ຫຼື ປີ້ເຮືອບິນທີ່ຈະໄປຕໍ່ປະເທດທີ່ສາມ

6. ຜົນກວດ Covid-19
– ຜູ້ໂດຍສານຕ້ອງໄດ້ສະແດງຫຼັກຖານການກວດຫາເຊື້ອ Covid-19 ແບບ RT-PCR ທີ່ມີຜົນເປັນລົບ ແລະ ອອກບໍ່ໃຫ້ເກີນ 72 ຊົ່ວໂມງກ່ອນເດີນທາງ (ໃນກໍລະນີຜູ້ຕິດເຊື້ອທີ່ປິ່ນປົວຫາຍດີແລ້ວ 14 ມື້ແຕ່ບໍ່ເກີນ 90 ມື້ສາມາດເດີນທາງໄດ້ເຖິງວ່າຜົນກວດຫາເຊື້ອຈະເປັນບວກ(+)ກໍ່ຕາມ ແຕ່ຕ້ອງມີເອກະສານຮັບຮອງການປິ່ນປົວຈົນຫາຍດີແລ້ວຈາກແພດ
– ກວດຫາເຊື້ອ Covid-19 ແບບ RT-PCR ເມື່ອເດີນທາງເຖິງປະເທດໄທ ແລະ ລໍຖ້າຜົນກວດຢູ່ໂຮງແຮມ (ຮັບຜິດຊອບຄ່າໃຊ້ຈ່າຍໃນການກວດເອງ)

– ກວດຫາເຊື້ອ Covid-19 ແບບ ATK ດ້ວຍຕົນເອງໃນຄືນທີ 5 (ຮັບຜິດຊອບຄ່າໃຊ້ຈ່າຍໃນການກວດເອງ)ແລະ ລາຍງານຜົນຜ່ານແອພ ໝໍຊະນະ (MorChana) ສາມາດດາວໂຫຼດໄດ້ທີ່ App Store ແລະ Play Store
ລົງທະບຽນ Thailand Pass

SA Game
laoedaily.com

– ລົງທະບຽນເດີນທາງເຂົ້າປະເທດໄທໃນລະບົບ Thailand Pass ຜ່ານລິ້ງ https://tp.consular.go.th/ (ໃຊ້ເວລາພິຈາລະນາ 3-7 ມື້)
– ຖ້າໄປທາງອາກາດ ພາຍຫລັງໄດ້ເອກະສານຄົບແລ້ວ ສົ່ງເອກະສານທັງຫມົດ ໃຫ້ພະນັກງານການບິນລາວ ຫຼື ໂຕແທນຈຳໜ່າຍເພື່ອອອກປີ້ເຮືອບິນ.
– ພິມເອກະສານທັງຫມົດ ອອກເປັນ 02 ຊຸດ ເພື່ອຖືຕິດຕົວຂຶ້ນເຮືອບິນ ໃນເວລາທີ່ເຈົ້າຫນ້າທີ່ກວດກາເອກະສານ.
– ຂໍ້ມູນຕ່າງໆອາດມີການປ່ຽນແປງພາຍຫຼັງກະລຸນາສຶກສາຂໍ້ມູນກ່ອນການເດີນທາງທຸກຄັ້ງ
ສອບຖາມເພີ່ມຕື່ມໂທ 1626

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com