ປະ​ຊາ​ຊົນແຂວງສະຫວັນນະເຂດ ໄດ້ຮັບຜົນກະທົບໜັກຈາກນໍ້າໄພຖ້ວມ

SA Game

ພາບ: ຂ​ປ​ລ

ຫລາຍ​ເມືອງໃນແຂວງສະຫວັນນະເຂດ ໄດ້ຮັບຜົນກະທົບໜັກຈາກນໍ້າຖ້ວມ.

ຕາມ​ທີ່​ເຫັນ​ໃນ​ຂ່າວ​ທັງ​ສື່​ອອນ​ລາຍ ແລະ ແຫລ່ງ​ອື່ນໆ, ໃນໄລຍະຕົ້ນເດືອນຕຸລາ 2020, ປະຊາຊົນ ແຂວງສະຫວັນນະເຂດ ໄດ້ຮັບຜົນກະທົບຫລາຍຈາກໄພນ້ຳຖວ້ມ ເຊິ່ງເຮັດໃຫ້ເຮືອນຊານບ້ານຊ່ອງ, ໂຮງ ຮຽນ, ໄຮ່ນາ, ເນື້ອທີ່ການຜະລິດ ແລະ ສັດລ້ຽງ ເສຍຫາຍຫລາຍສົມຄວນ ແລະ ຍັງ​ຄົງ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ຈາກ​ຫລາຍ​ຝ່າຍ​ຢູ່.

ປັດຈຸບັນ ປະຊາຊົນ 8 ເມືອງ ໃນແຂວງສະຫວັນນະເຂດ ໄດ້ຮັບຜົນກະທົບໝັກ ຈາກໄພພິບັດນໍ້າຖ້ວມ ຄື: ເຊໂປນ, ເມືອງນອງ, ວິລະບູລີ, ເມືອງພີນ ແລະ 4 ເມືອງ ຕອນລຸ່ມລຽບຕາມລໍານໍ້າເຊບັ້ງຫຽງ ຄື: ຊົນນະບູລີ, ຈຳພອນ, ສອງຄອນ ແລະ ທ່າປາງທອງ ຍ້ອນຝົນຕັກໜັກຕິດຕໍ່ກັນຫລາຍວັນ ໃນນີ້ໜັກກວ່າໝູ່ແມ່ນເມືອງເຊໂປນ ແລະ ເມືອງນອງ ເນື່ອງຈາກເສັ້ນທາງຖືກຕັດຂາດ ຈົນບໍ່ສາມາດເຂົ້າເຖິງໄດ້ ແລະ ລະດັບນໍ້າຍັງສືບຕໍ່ສູງຂື້ນ ສ່ວນຜົນເສຍຫາຍຍັງບໍ່ສາມາດປະເມີນໄດ້ເທື່ອ.

SA Game
ພາບ: ຂ​ປ​ລ

ສ່ວນ​ເມືອງ​ທີຄາດ​ວ່າ​ຈະ​ເສຍ​ຫາຍ​ຫລາຍ ແລະ ໜັກ​ກໍ​ຄື ເມືອງຈຳພອນ ແລະ ເມືອງຊົນນະບູລີ, ສຳລັບ ເມືອງຈຳພອນ ປະລິມານນ້ຳໄດ້ເຮັດໃຫ້ນໍ້າເຊຈໍາພອນ ສູງຂຶ້ນໄຫລເຂົ້າຖ້ວມບ້ານປະຊາຊົນ ເປັນຕົ້ນ ບ້ານໂນນສີທັນ, ຫົວເມືອງ, ເພຍກ່າ, ລໍາບອງ, ຊະຄືນໃຕ້, ຊະຄືນເໜືອ, ລຳເທນ, ວັງເມົາ, ດົງເມືອງ, ທ່າມ່ວງ ລວມມີ 355 ຄອບຄົວ, ຈໍານວນ 1.730 ກວ່າຄົນ, ເນື້ອທີ່ການຜະລິດ ຖືກນໍ້າຖ້ວມ 414 ກວ່າເຮັກຕາ. 

ທ່ານ ບຸນລົບ ໂຄດຫລັກຄໍາ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງສະ ຫວັນນະເຂດ ໃຫ້ສຳພາດວ່າ: ສະພາບນໍ້າຖ້ວມ ພາຍໃນແຂວງ ປີນີ້ຮຸນແຮງຫລາຍ ປັດຈຸບັນ ພາກສ່ວນຕ່າງໆພວມເລັ່ງປຶກສາຫາລືກັນເພື່ອຕອບໂຕ້ ຮັບມືກັບສະພາບໄພພິບັດຄັ້ງນີ້ ແລະ ສຸມທຸກກຳລັງເພື່ອໃຫ້ການຊ່ວຍເຫລືອປະຊາຊົນຢ່າງຮີບດ່ວນ.

ປັດຈຸບັນ ທາງການໄດ້ສະໜອງເຮືອ, ພາຫະນະ ແລະ ອຸປະກອນຈໍາເປັນໃຫ້ບັນດາເມືອງ ທີ່ໄດ້ຮັບຜົນກະທົບໜັກ ເພື່ອອຳນວຍຄວາມສະດວກ ໃນການເຂົ້າເຖິງພື້ນທີ່ສ່ຽງ ແລະ ຊ່ວຍເຫລືອປະຊາຊົນຢ່າງທັນການ.

ທ່ານ ບຸນລົບ ໂຄດຫລັກຄໍາ ຍັງລາຍງານໃຫ້ຮູ້ຕື່ມວ່າ: ປັດຈຸບັນ ອົງການປົກຄອງແຂວງ ກໍຄື ຄະນະກຳມະການແກ້ໄຂໄພພິບັດຂັ້ນແຂວງ ແລະ ເມືອງ ພວມເລັ່ງປະສານກັບໜ່ວຍງານກູ້ໄພ ແລະອາສາສະໝັກຕ່າງໆ ລະດົມການຊ່ວຍເຫລືອເບື້ອງຕົ້ນໃຫ້ປະຊາຊົນ ເປັນຕົ້ນ ເຄື່ອງອຸປະໂພກ, ບໍລິໂພກ.

ເຖິງຢ່າງໃດກໍຕາມ ກໍຍັງບໍ່ພຽງພໍກັບຄວາມຕ້ອງການ ສະນັ້ນຈິ່ງຮຽກຮ້ອງເຖິງສັງຄົມ ກໍຄື ພາກສ່ວນຕ່າງໆໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ເພື່ອພ້ອມກັນຜ່ານຜ່າໄພພິບັດໃນຄັ້ງນີ້ໃຫ້ໄດ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂ​ປ​ລ.